ເບິ່ງວີດີໂອ ພາສາລາວ:
ການແຂ່ງຂັນຊິງຊະນະເລີດບານເຕະຢູໂຣ ປີ 2012 ໄດ້ປ່ຽນແປງຊີວິດປະຈໍາວັນຂອງຊາວຢູ
ເຄຣນ ໂດຍສະເພາະພວກທີ່ອາໄສຢູ່ໃນເມືອງທີ່ເປັນເຈົ້າພາບການແຂ່ງຂັນນັ້ນ. ການແຂ່ງຂັນ
ຊິງຊະນະເລີດຄັ້ງນີ້ ໄດ້ດຶງດູດ ເອົານັກທ່ອງທ່ຽວ ຈໍານວນຫລວງຫຼາຍ ຊຶ່ງເຕືອນໃຫ້ຊາວຢູ
ເຄຣນຮູ້ວ່າ ໃນຂະນະທີ່ສພາແຫ່ງຊາດຂອງເຂົາເຈົ້າ ກໍາລັງຖົກຖຽງກັນເພື່ອພະຍາຍາມຈະຕັດ
ສິນໃຈວ່າ ພາສາໃດ ພາສາຣັດເຊຍ ຫຼືວ່າພາສາຢູເຄຣນ ທີ່ພວກເຂົາເຈົ້າຄວນຈະເວົ້າກັນແລະ
ໃຊ້ເປັນພາສາປະຈໍາຊາດນັ້ນ ປັດຈຸບັນນີ້ ແມ່ນມີຫຼາຍຄົນຂຶ້ນໄປນັບມື້ຢູ່ໃນທົ່ວໂລກ ທີ່ຫັນມາ
ປາກເວົ້າພາສາອັງກິດ ໂດຍສະເພາະໃນດ້ານທຸລະກິດລະຫວ່າງຊາດນັ້ນ. ຍ້ອນສໍານຶກໃນສິ່ງ
ນີ້ ຊາວຢູເຄຣນບາງຄົນ ຈຶ່ງຕັດສິນໃຈເອົາເອງ ແລະພາກັນເລີ່ມປາກເວົ້າພາສາອັງກິດ ແລະບໍ
ລິການທຸລະກິດຂອງເຂົາເຈົ້າດ້ວຍການໃຊ້ຫຼາຍໆ ພາສາ.
ນາຍ Arseniy Finberg ຜູ້ປະສານງານໂຄງການ “Interesting Kyiv” ຫລື “ນະຄອນ
Kyiv ທີ່ໜ້າສົນໃຈ” ກ່າວວ່າ:
“ພວກເຮົາຈັດການນໍາທ່ຽວຫຼາຍໆເທື່ອ ໂດຍໃຊ້ຄົນນໍາທ່ຽວ ທີ່ເວົ້າພາສາອັງກິດ ແຕ່
ການນໍາທ່ຽວເຫລົ່ານັ້ນ ສ່ວນຫຼາຍແມ່ນສັ່ງໂດຍພວກກຸ່ມທ່ອງທ່ຽວທີ່ຈັດຕັ້ງຂຶ້ນເອງ
ທີ່ມາທ່ຽວເມືອງ Kyiv ນີ້.”
Kyiv ເມືອງຫຼວງຂອງຢູເຄຣນກໍກໍາລັງຫັນປ່ຽນໄປໃຊ້ພາສາອັງກິດຄືກັນເປັນຕົ້ນວ່າ ຊື່ຂອງ
ສະຖານີລົດໄຟໃຕ້ດິນ ກໍປະກາດເປັນພາສາຢູເຄຣນ ແລະອັງກິດ ແລະປ້າຍຕ່າງໆທັງໝົດ
ກໍເປັນສອງພາສາ. ແລະບັນດາເຈົ້າ ຂອງຮ້ານອາຫານທັງຫຼາຍ ກໍໄດ້ເພີ່ມລາຍການອາຫານ
ເປັນພາສາອັງກິດໃສ່ໃນລາຍການທີ່ພວກເຂົາເຈົ້າມີຢູ່ແລ້ວ. ນາງ Karerina ນັກທ່ອງທ່ຽວ
ຈາກສະວີເດັນ ກ່າວວ່າ:
“ເວລາຂ້ອຍມາທ່ຽວທີ່ນີ້ເມື່ອປີກາຍນີ້ ທຸກສິ່ງທຸກຢ່າງແມ່ນເປັນພາສາຢູເຄຣນໝົດ.
ມາດຽວນີ້ ຢູ່ທຸກຫົນທຸກແຫ່ງ ໂຕຢ່າງຢູ່ໃນລົດໄຟໃຕ້ດິນ ປ້າຍທັງໝົດແມ່ນເປັນພາສາ
ອັງກິດ ແລະນອກນີ້ແລ້ວ ສຽງປະກາດກໍເປັນທັງພາສາຢູເຄຣນ ແລະພາສາອັງກິດ
ແລະພວກເຮົາກໍສັງເກດໄດ້ອີຫຼີ ວ່າ ເມືອງນີ້ແມ່ນກຽມຕ້ອນຮັບພວກນັກທ່ອງທ່ຽວໄດ້
ຢ່າງດີ ຍ້ອນວ່າປ້າຍທັງໝົດເປັນສອງພາສາ ແລະອີກຫຼາຍໆຢ່າງ
ວີດີໂອ ພາສາອັງກິດ:
ບາງຄັ້ງຊາວຢູເຄຣນ ກໍປະຫຼາດໃຈຢູ່ວ່າ ພວກແຟນບານເຕະຈາກຕ່າງປະເທດຄືເວົ້າພາສາອັງ
ກິດລ່ຽນໄຫລດີແທ້ ເຖິງແມ່ນບໍ່ແມ່ນພາສາປະຈໍາຊາດເຂົາເຈົ້າກໍຕາມ. ພວກໃດທີ່ມີໂອກາດ
ມາຮ່ວມງານກີລາແຂ່ງຂັນຊິງຊະນະເລີດບານເຕະ ຢູໂຣປີ 2012 ນີ້ ຈະເຫັນວ່າພະລັງຕະຫຼາດ
ນັ້ນກໍາລັງເຮັດວຽກຂອງມັນ ໂດຍສະເພາະພວກທີ່ຮູ້ຢ່າງໜ້ອຍສາມພາສານັ້ນ ແມ່ນພວກ
ນາຍຈ້າງຕ້ອງການຫຼາຍທີ່ສຸດ. ນາງ ຕີເທຍນາ ອາສາສະໝັກຊ່ວຍງານ ຢູໂຣ 2012 ກ່າວວ່າ:
“ອັງກິດແມ່ນພາສາທີ່ຕ້ອງຮຽນຮູ້ກັນໃຫ້ໄດ້ໃນທຸກມື້ນີ້ ບໍ່ວ່າເຮົາຈະມີອາຊີບໃດກໍຕາມ
ເຮົາກໍຈະພົບວ່າມີການເຊຶ່ອມໂຍງກັບພາສາອັງກິດແທບທັງນັ້ນ.”
ນາງ ຄາເທີຣີນາ ນັກທ່ອງທ໋ຽວຈາກສະວີເດັນ ກໍກ່າວວ່າ:
“ຈໍານວນຄົນປາກເວົ້າພາສາອັງກິດນັ້ນ ແມ່ນເພີ່ມທະວີຂຶ້ນເທົ່າໆກັບຄວາມໄວຂອງສຽງ
ພຸ້ນແຫລະ. ຂ້ອຍຮູ້ຈັກຫລາຍຄົນ ທີ່ປາກເວົ້າ ພາສາອັງກິດບໍ່ໄດ້ ເຂົາເຈົ້າກໍເລີ່ມໄປຮຽນ
ແລ້ວ. ດຽວນີ້ເກືອບວ່າທຸກໆຄົນເວົ້າພາສາອັງກິດກັນ.”
ນັກທ່ອງທ່ຽວພາກັນລຸຫລັ່ງໄປຍັງຢູເຄຣນ ພາໃຫ້ທາງການຕ້ອງເອົາ
ມາດຕະການຮັກສາຄວາມປອດໄພ ຢ່າງເຄ່ງຄັດ ຕາມຊາຍແດນ:
ດ້ວຍຈໍານວນນັກທ່ອງທ່ຽວທີ່ຫຼັ່ງໄຫຼໄປຍັງນະຄອນຫລວງ Kyiv ນັ້ນ ພວກຊາວເມືອງທັງ
ຫຼາຍ ພາກັນຫຼິງເຫັນຄວາມສໍາຄັນຂອງພາສາອັງກິດຫຼາຍຂຶ້ນ ແມ່ນແຕ່ເວລາເບິ່ງລາຍການ
ແຂ່ງຂັນກີລາບານເຕະຢູ່ພາຍໃນປະເທດຂອງຕົນເອງ ຊຶ່ງມີການບັນລະຍາຍອອກມາເປັນ
ພາສາອັງກິດນັ້ນ. ດ້ວຍເຫດນີ້ ຊາວຢູເຄຣນຫຼາຍໆຄົນພົບວ່າ ພວກເຂົາເຈົ້າກໍາລັງກັບຄືນ
ໄປຫາຕອນທີ່ກໍາລັງຮຽນໜັງສືຢູ່ ໂດຍພະຍາຍາມຮຽນພາສາອັງກິດໃຫ້ໄດ້ຈັກສອງສາມປະ
ໂຫຍກກະເອົາ ພຽງແຕ່ເພື່ອໃຫ້ສາມາດອະທິບາຍໃຫ້ຊາວຕ່າງປະເທດຟັງວ່າ ເປັນຫຍັງທີມ
ບານເຕະຢູເຄຣນ ທີ່ພວກເຂົາເຈົ້າເຊຍໃຫ້ນັ້ນຈຶ່ງຈະຊະນະ.
ຊາວຢູເຄຣນສະເໜີໃຫ້ຊາວຕ່າງປະເທດທີ່ໄປເບິ່ງ ຢູໂຣ 2012 ພັກເຊົາຢູ່ນໍາເຂົາເຈົ້າຟຣີ: