ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

English in a Minute ບົດ​ທີ 23: Get on My Nerves ແປ​ວ່າ “ມັນ​ກວນ​ປະສາດ​ຂ້ອຍ"


English in a Minute: Get On My Nerves
please wait

No media source currently available

0:00 0:01:00 0:00
ລິງໂດຍກົງ

English in a Minute: Get On My Nerves, “ມັນ​ກວນ​ປະສາດ​ຂ້ອຍ"

English in a Minute: Get on My Nerves

TED: Welcome to English in a Minute. ຂໍຕ້ອນຮັບເຂົ້າສູ່ລາຍການ ຮຽນພາສາອັງກິດໃນນຶ່ງນາທີ.

Have you heard the phrase “get on my nerves?” What does it mean in American English? Let’s find out.

ທ່ານ​ເຄີຍ​ໄດ້​ຍິນ​ປະ​ໂຫຍ​ກນີ້​ບໍ່ “get on my nerves”? ມັນ​ແປ​ວ່າ​ແນວ​ໃດຫລະ ​ໃນ​ພາສາ​ອັງກິດ​ແບບ​ອາ​ເມຣິກັນ? ​ໄປ​ຟັງນຳ​ກັນ​ເບິ່ງ​ເນາະ.

TALENT 1: It really irritates me when a person’s cell phone goes off during a movie!

ຂ້ອຍລຳຄານໆ ​ເວລາ​ສຽງ​ໂທລະສັບ​ມື​ຖືຂອງ​ໃຜ​ຜູ້​ນຶ່ງ​ດັງ​ຂຶ້ນ ​ໃນ​ຂະນະ​ທີ່​ກຳລັງເບິ່ງ​ຮູບ​ເງົາ​ຢູ່.

TALENT 2: Yeah, me too. It really gets on my nerves.

​ເອີ ຂ້ອຍກະຄື​ກັນ. ມັນ​ກວນ​ປະສາດ​ຂ້ອຍ​ອີ່​ຫລີ​ໄດ໋.

TED: The human nervous system is a collection of the nerves in our bodies that helps us feel things. ລະບົບ​ປະສາດ​ຂອງ​ມະນຸດ​ເຮົາ ​ແມ່ນ​ປະກອບ​ດ້ວຍ​ເສ້ນ​ປະສາ​ດຫລາຍໆ​ເສ້ນ​ຢູ່​ໃນ​ຮ່າງກາຍ​ຂອງ​ເຮົາ ທີ່​ຊ່ວຍ​ໃຫ້​ເຮົາ​ຮູ້ສຶກເຖິງ​ສິ່ງ​ຕ່າງໆ.

When something affects those nerves in a bad way, we can feel strange or troubled. ​ເວລາ​ສິ່ງ​ໃດ​ສິ່ງ​ນຶ່ງ​ໄປກະທົບ​ຫລື​ແຕະຕ້ອງ​ເສ້ນ​ປະສາດ
​ເຫລົ່າ​ນັ້ນ​ໃນ​ທາງ​ທີ່​ບໍ່​ດີ ​ເຮົາ​ກໍ​ຈະ​ຮູ້ສຶກ​ແປກໆ​ ຫລື​ມຸດ​ມັດ.

When that happens in a non-physical way, we can say it “gets on our nerves.”
​ເວລາ​ໃດ​ທີ່​ຄວາມ​ຮູ້ສຶກ​ແບບ​ນັ້ນ​ເກີດ​ຂຶ້ນ ​ຊຶ່ງບໍ່​ກ່ຽວ​ກັບ​ຮ່າງກາຍ ​ເຮົາ​ກໍ​ສາມາດ​ເວົ້າ​ໄດ້​ວ່າ “ມັນ​ກວນ​ປະສາດ​ຂອງ​ເຮົາ.”

Someone else’s actions or words can “get on your nerves,” if they do it over and over, and you want them to stop. ການ​ກະທຳ ຫລືຄຳເວົ້າ​ຂອງ​ໃຜ​ຜູ້​ນຶ່ງ ສາມາດ​ກວນ​ປະສາດຂອງ​ທ່ານ​ໄດ້ ຖ້າ​ຫາກ​ວ່າ​ເຂົາ​ເຈົ້າ​ເຮັດ​ຫລື​ເວົ້າ​ແບບ​ນັ້ນ​ຢູ່​ຊ້ຳໆຊາກໆ ​ ​ແລະ​ທ່ານ​ຢາກໃຫ້​ເຂົາ​ເຈົ້າ​ເຊົາ​ເຮັດ.

And that’s English in a Minute. ​ແລະ​ນັ້ນ​ກໍ​ຄື​ລາຍການ​ຮຽນ​ພາສາ​ອັງກິດໃນ
ນຶ່ງນາທີຂອງເຮົາ.

XS
SM
MD
LG