ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນຍ. ​ມາເລ​ເຊຍ ທ່ານ Najib ກຳລັງ ຕ້ານຢັນ ການກົດດັນ ໃຫ້ທ່ານລາອອກຈາກຕຳແໜ່ງ


Toyota's driver, Nasser Al-Attiyah of Qatar, and his co-driver Matthieu Baumel of France get stuck in the sand dunes during Stage 4 of the Dakar 2018, in and around San Juan De Marcona, Peru, on Jan. 9, 2018.
Toyota's driver, Nasser Al-Attiyah of Qatar, and his co-driver Matthieu Baumel of France get stuck in the sand dunes during Stage 4 of the Dakar 2018, in and around San Juan De Marcona, Peru, on Jan. 9, 2018.

ນາຍົກລັດຖະມົນຕີມາ​ເລ​ເຊຍ ທ່ານ Najib Razak ປະຕິຍານ​
ຕົນ​ວ່າ ​ຈະ​ບໍ່​ຍອມຮັບ​ເອົາການກົດ​ດັນເພື່ອ​ໃຫ້​ລາ​ອອກ​ຈາກ
ຕຳ​ແໜ່​ງ ຍ້ອນ​ຂ່າວ​ນອງ​ນັນທາ​ງດ້ານ​ການ​ເງິນ​ທີ່​ພົວພັນກັບ
ການ​ລົງທຶນ​ໃນ​ກອງ​ທຶນ​ຂອງ​ລັດ​ນັ້ນ.

​ໃນ​ການ​ຖະ​ແຫຼງຢູ່ກອງ​ປະຊຸມ​ປະຈຳ​ປີ ໃນ​ວັນ​ພະຫັດ​ມື້​ນີ້
ຂອງ​ອົງການສາມັກຄີ​ແຫ່ງ​ຊາດ ຊາວ​ມາ​ເລ ຫລື UMNO
ທີ່​ປົກຄອງ​ປະ​ເທດ ​ມາ​ເປັນ​ເວລາ​ດົນນານ​ແລ້ວນັ້ນ ທ່ານ
Najib ​ໃຫ້ການຄ້ຳປະກັນ​ແກ່​ພວກ​ຜູ້​ແທນ​ຫຼາຍ​ກວ່າ 2 ພັນ​ຄົນ
ວ່າ ທ່ານ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ ​ໂດຍ​ກ່າວ​ຕໍ່ພວກ​ເຂົາ​ເຈົ້າ​ທັງຫຼາຍວ່າ ທ່ານ​ມີ​ຫຼັກ​ຖານຄວາມ​ຈິງ​ທີ່​ເຂົ້າຂ້າງທ່ານແລະ​ວ່າ “ຄວາມ​ຈິງ​ຈະ​ເປັນຜູ້​ຊະນະ.”

ນາຍົກລັດຖະມົນຕີມາ​ເລ​ເຊຍ​ໄດ້​ຖືກໂຈມ​ຕີ ຫຼັງ​ຈາກ​ທີ່​ເລື້ອງ​ຂອງ​ທ່ານ​ແດງ​ຂຶ້ນ​ມາ​ໃນ​ເດືອນ​ກໍລະກົດຜ່ານ​ມາ​ນີ້ ທີ່​ວ່າ ທ່ານ​ໄດ້​ຮັບ​ເງິນ​ປະມານ 700 ລ້ານ​ໂດ​ລ່າ ​ໃນບັນຊີ​ຂອງ​ທະນາ ຄານ​ສ່ວນ​ຕົວ​ຂອງ​ທ່ານ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າເງິນ​ດັ່ງກ່າວມາ​ຈາກກອງ​ທຶນ​ພັດທະນາ​ຂອງ ລັດ​ທີ່​ເອີ້ນວ່າ 1MDB​. ທ່ານ Najib ​ໄດ້​ປະຕິ​ເສດ​ຕໍ່​ການ​ກ່າວ​ຫາ​ທີ່​ວ່າ ທ່ານ​ໄດ້​ກະທຳ​ຄວາມ​ຜິດ ​ໂດຍຢືນ​ຢັດ​ວ່າ ເງິນ​ດັ່ງກ່າວນີ້ ​ແມ່ນເງິນ​ບໍລິຈາກ​ທາງ​ດ້ານ​ການ​ເມືອງຈາກ​ບຸກ ຄົນໃດ​ບຸກຄົນ​ນຶ່ງໃນ​ພາກ​ຕາ​ເວັນ​ອອກ​ກາງ ຜູ້​ຊຶ່ງ​ທ່ານ​ບໍ່​ຍອມ​ເປີດ​ເຜີຍ​ວ່າ​ແມ່ນ​ຜູ້​ໃດ​ນັ້ນ.

ທ່ານ Najib ​ໄດ້ໄລ່ບັນດາ​ເຈົ້າ​ໜ້າທີ່ຂັ້ນ​ສູງຫລາຍ​ທ່ານ ​ອອກ​ຈາກ​ລັດຖະບານ​ຂອງ​ທ່ານ ຊຶ່ງ​ພວກ​ກ່ຽວ ​ໄດ້ຮຽກຮ້ອງ​ໃຫ້​ທ່ານ​ລາ​ອອກ​ ຮວມມີ​ ຮອງ​ປະທານຂອງອົງການ UMNO ທ່ານ Muhyiddin Yassin ຜູ້​ຊຶ່ງ​ໄດ້​ຖືກ​ປົດ​ໃນ​ເດືອນ​ສິງຫາ​ຜ່ານ​ມາ​ນີ້ ຈາກຮອງ​ນາຍົກ ລັດຖະມົນຕີ ນັ້ນ.

ທ່ານ Najib ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຂັດ​ຂືນ​ ໃນ​ຄຳ​ປາ​ໄສຂອງ​ທ່ານ​ໃນ​ວັນ​ພະຫັດ​ມື້​ນີ້ ​ໂດຍ​ກ່າວ​ຕໍ່​ບັນດາ​ຜູ້​ແທນ​ທັງຫຼາຍ​ວ່າ “​ເຖິງ​ແມ່ນ​ວ່າ ພວກ​ເຮົາ​ຖືກ​ກົດ​ດັນ​ໃຫ້​ລົ້ມ​ລົງ​ ກໍ​ຕາມ ​ແຕ່​ຈະ​ບໍ່ມີ​ການ​ຍອມຖອຍ ບໍ່​ມີ​ການຍອມ​ແພ້.”

XS
SM
MD
LG