ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຖະໜົນຫົນທາງ ໃນເມືອງ Ferguson ມິດງຽບລົງຫຼາຍ ໃນຄືນແລ້ວນີ້ (ສະໄລດ໌/ວີດີໂອ)


ພວກ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ​ໃນ​ເມືອງ Ferguson ລັດ Mis
souri ​ໃນ​ພາກ​ກາງຂອງ​ສະຫະລັດ ມິດ​ງຽບ​ລົງຫຼາຍໃນ​ຄືນ​ຜ່ານ​
ມາ​ນີ້ ລຸນ​ຫຼັງ​ທີ່ໄດ້ເກີດ​ຄວາມ​ວຸ້ນ​ວາຍ​ມາ​ເປັນ​ເວ​ລາ 11 ມື້ຫຼັງ​
ຈາກ​ຕຳຫຼວດ​ໃນ​ທ້ອງ​ຖິ່ນ​ ຍິງ​ໄວ​ລຸ່ນຜີວ​ດຳ​ຄົນ​ນຶ່ງທີ່​ບໍ່​ຖື​ອາວຸດ
ຕາຍ.

ຕຳຫຼວດ​ແຈ້ງ​ໃຫ້​ຊາບ​ວ່າ ມີ​ການ​ຈັບ​ກຸມ​ຜູ້​ຄົນ​ພຽງ​ແຕ່ 6 ຄົນ ຊຶ່ງ​
ເປັນ​ຈຳນວນ 40 ຄົນ​ ໜ້ອຍ​ກວ່າ​ຄືນ​ກ່ອນ​ນັ້ນ.

fergusoncommunity21august14
please wait

No media source currently available

0:00 0:02:47 0:00

ຮ້ອຍຕຳຫຼວດເອກ Ron Johnson ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຮັບມື​ກັບ​ເຫດການ
ຕ່າງໆ​ນ້ອຍ​ລົງ ໂດຍໃຫ້ຂໍ້ສັງເກດ​ວ່າ ບໍ່​ມີ​ການຍິງ​ກັນ ບໍ່​ມີ​ການ​ແກວ່ງ​ລະ​ເບີດ​ໄຟໃສ່ ​
ແລະ​ກ່າວ​ຕື່ມ​ວ່າ ພວກ​ເຈົ້າໜ້າ​ທີ່ ​ບໍ່​ໄດ້​ຍຶດ​ເອົາ​ປືນ​ສັ້ນ​ໃດໆ.

ພວກ​ປະ​ທ້ວງ​ໄດ້​ພາກັນ​ອອກ​ມາ​ເດີນ​ຂະ​ບວນ​ໄປ​ຕາມ​ຖະໜົນ​ຫົນທາງສາຍ​ຕ່າງໆ ​ເພື່ອ​
ສະ​ແດງ​ຄວາມ​ໂມ​ໂຫ​ໂກດ​ແຄ້ນ​ນຳ​ການ​ຍິງທ້າວ Michael Brown ​ໄວ 18 ປີ​ຕາຍ ​ໃນ
ວັນ​ທີ 9 ສິງຫາຜ່ານ​ມາ​ນີ້. ພວກ​ຕໍ່ຕ້ານ​ການ​ເດີນ​ຂະ​ບວນປະ​ທ້ວງ 2 ຄົນ ​ໄດ້​ອອກ​ມາ​ມີ
ໜ້າ​ໃນ​ຄືນ​ວັນ​ພຸດ​ວານ​ນີ້ ​ໂດຍ​ຖື​ປ້າຍ​ໃຫ້ການ​ສະໜັບສະໜຸນນາຍ Darren Wilson
ເຈົ້າ​ໜ້າ​ທີ່​ຕຳຫຼວດທີ່ຍິງ​ທ້າວ Michael Brown ຕາຍ​ນັ້ນ.

ລັດຖະມົນຕີຍຸຕິທຳ Eric Holder ລົມກັບຮ້ອຍເອກ Ron Johnson ທີ່ເມືອງ Ferguson
ລັດຖະມົນຕີຍຸຕິທຳ Eric Holder ລົມກັບຮ້ອຍເອກ Ron Johnson ທີ່ເມືອງ Ferguson

ຫຼາຍ​ຄົນ​ໃນ​ກຸ່ມພວກປະທ້ວງ ​ພາກັນ​ຮ້ອງ​ໃສ່​ຄົນ​ສອງ​ຄົນ​ທີ່​ສະ​ແດງ​ການ​ສະໜັບສະໜຸນ​ເຈົ້າ​ໜ້າ​ທີ່​ ຕຳຫຼວດ​ນັ້ນ ​ໂດ​ຍບອກ​ເຂົາ​ເຈົ້າ “ ​ໃຫ້​ພາກັນ​ກັບບ້ານ​ຊະ”. ລາຍງານຂ່າວ​ໂທລະພາບ ສະ​ແດງ​ໃຫ້​ເຫັນ​ວ່າ ນຶ່ງ​ໃນ​ຈຳນວນ​ສອງ​ຄົນ​ນັ້ນ ຖື​ກຕຳຫຼວດ​ພາ​ໜີ​ໄປ.

​ໃນ​ວັນ​ພຸດ​ວານ​ນີ້ ທ່ານ Eric Holder ລັດຖະມົນຕີ​ຍຸຕິ​ທຳ​ສະຫະລັດ ​ໄດ້​ພົບ​ປະກັບ​ພວກ​ຫົວ​ປະຊາ​ຄົມ ​ແລະ​ພວກ​ຊາວ​ເມືອງ Ferguson ​ໂດຍ​ກ່າວ​ວ່າ ທ່ານ​ໄດ້​ແຕ່ງ​ຕັ້ງ​ພວກ​ນັກ​ສືບ​ແລະ​ໄອ​ຍະ​ການ “ທີ່​ມີ​ປະສົບ​ການ​ຫຼາຍ​ທີ່​ສຸດ” ​ຂອງ​ລັດຖະບານ​ກາງ ມາດຳ​ເນີນ​ການກ່ຽວ​ກັບ​ຄະ ດີ​ນີ້. ທ່ານ Holder ​ໄດ້​ໃຊ້​ເວລາ​ໂອ້​ລົມ​ກັນ​ກັບ​ພວກ​ພໍ່​ແມ່ຂອງ​ທ້າວ Michael Brown ​ເຊັ່ນ​ກັນ ​ແລະ​ໃຫ້​ຄຳ​ໝັ້ນ​ສັນຍາ​ຕໍ່​ພວກ​ເຂົາ​ເຈົ້າ​ວ່າ “ຈະ​ມີ​ການສືບສວນ​ຢ່າງ​ຍຸຕິ​ທຳ ​ແລະ​ເປັນ​ອິດ​ສະລະ” ກ່ຽວ​ກັບ​ການ​ເສຍ​ຊີວິດ​ຂອງ​ລູກ​ຊາຍ​ເຂົາ​ເຈົ້າ​.

ໃນ​ອີກດ້ານນຶ່ງນັ້ນ ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງ​ສະຫະລັດ ​ໄດ້​ອອກ​ໃບ ແຈ້ງ​ການ​ສະບັບນຶ່ງ​ໃນ​ວັນ​ພຸດ​ວານ​ນີ້ ໂດຍໃຫ້​ຄວາມ​ສົນ​ໃຈ​ ຕໍ່​ແຜນການຂອງ​ພວກ​ນັກ​ເຄື່ອນ​ໄຫວ​ກຸ່ມ​ນຶ່ງ​ ທີ່ຈະຈັດການ​ປະ​ທ້ວງ​ຂຶ້ນ​ໃນ​ທົ່ວ​ປະ​ເທດ ຕໍ່ຕ້ານ​ການ​ເສຍ​ຊີວິດ​ຂອງ​ທ້າວ Michael Brown. ກຸ່ມ​ດັ່ງກ່າວ​ໄດ້​ຮຽກຮ້ອງ​ໃຫ້​ຈັດ “ Day of Rage” ຫຼື​ມື້​ແຫ່ງ​ຄວາມ​ໂກດ​ແຄ້ນ​ທີ່​ເຮັ່ງ​ຮ້ອນ​ແຫ່ງ​ຊາດຂຶ້ນ ​ໃນ​ວັນ​ພະຫັດ​ມື້​ນີ້.

policeshooting21august14
please wait

No media source currently available

0:00 0:02:20 0:00

XS
SM
MD
LG