ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

25 ຄົນເສຍຊີວິດ ໃນເຫດການປະທະກັນ ໃນລີເບຍ


ເຫດການປະທະກັນ ລະຫວ່າງທະຫານບ້ານ ແລະພວກປະທ້ວງ ທີ່ ເມືອງ Benghazi ປະເທດລີເບຍ
ເຫດການປະທະກັນ ລະຫວ່າງທະຫານບ້ານ ແລະພວກປະທ້ວງ ທີ່ ເມືອງ Benghazi ປະເທດລີເບຍ
​ທີ່ລີ​ເບຍ ວັນ​ເສົາ​ວານ​ນີ້ ມີຄົນ​ເສຍ​ຊີວິດ​ຢ່າ​ງໜ້ອຍ 25 ຄົນແລະ​ອີກຫຼາຍ ຄົນ​ບາດ​ເຈັບ ​ໃນ​ເຫດການ​ປະ​ທະ​ກັນ​ລະຫວ່າງ​ພວກ​ປະທ້ວງ ​ແລະ​ກຸ່ມ​ທະຫານ​ບ້ານທີ່ມີ​ສາຍ​ພົວພັນ​ກັບ​ກອງທັບ​ຂອງ​ລີ​ເບຍໃນ​ເມືອງ Benghazi ​ແຄມຝັ່ງທະ​ເລ ກໍ້າຕາ​ເວັນ​ອອກ​ຂອງ​ລີ​ເບຍ​ນັ້ນ.

​ໂຮງພະຍາບານ​ al-Jala ​ໃນ​ໃຈກາງເມືອງ Benghazi ​ເວົ້າ​ວ່າ ມີ 25 ສົບຢູ່​ໃນ​ສະຖານ​ທີ່​ເກັບ​ສົບ​ຂອງ​ຕົນ ຫຼັງຈາກ​ເຫດການ​ປະ​ທະ​ກັນຫຼາຍຊົ່ວ​ໂມງ​ໃນ​ຕອນ​ແລງ​ວັນ​ເສົາ​ວານ​ນີ້. ນອກນັ້ນ ກໍ​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ອີກຫຼາຍ ກວ່າ 50 ຄົນ.

​ເຈົ້າໜ້າ​ທີ່​ເວົ້າ​ວ່າ ​ເຫດ​ການ​ຮຸນ​ແຮງ​ໄດ້​ລະ​ເບີດ​ຂຶ້ນ ຫຼັງຈາກ​ພວກ​ປະ​ທ້ວງພາກັນ​ບຸກໂຈມ
​ຕີ​ຄ້າຍ​ແຫ່ງ​ນຶ່ງ​ ຂອງ​ກອງ​ພົນ​ນ້ອຍ​ຄຸ້ມ​ກັນລີ​ເບຍ ກໍຄື​ກຸ່ມ​ທະຫານ​ບ້ານ​ ທີ່​ມີລາຍ​ງານວ່າ​ ​
ເປັນ​ພັນທະ​ມິດ​ກັບ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລີ​ເບຍ. ກຸ່ມ​ທະຫານ​ບ້ານ​ດັ່ງກ່າວ ​ແມ່ນ​ປະ
ກອບດ້ວຍ​ພວກ​ກະບົດ​ທີ່​ໄດ້​ສູ້​ລົບ​ ເພື່ອ​ໂຄ່ນ​ລົ້ມ​ອະດີດ​ຜູ້​ນໍາ​ລີ​ເບຍ Moammar Gadhafi ນັ້ນ.

ພວກ​ປະ​ທ້ວງ​ໄດ້​ທວງ​ໃຫ້​ກຸ່ມ​ທະຫານ​ບ້ານ​ດັ່ງກ່າວ​ວາງ​ອາວຸດ ​ແລະໃຫ້ເອົາກໍາ​ລັງ​ຮັກສາ​
ຄວາມ​ປອດ​ໄພ​ທາງ​ການ​ຂອງ​ລີ​ເບຍ​ນັ້ນ ມາ​ແທນ.

​ເມືອງ Benghazi ​ເປັນ​ບ່ອນ​ທີ່​ເກີດ​ເຫດ​ສັງຫານ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ທ່ານ Chris Stevens ​ແລະ​ຊາວ​ອະ​ເມຣິກັນ​ອີກ​ສາມ​ຄົນ ​ເມື່ອວັນ​ທີ 11 ກັນຍາ ​ປີຜ່ານມານີ້.

ເບິ່ງວີດີໂອ:

ເຫດການປະທະກັນໃນລີເບຍ
please wait

No media source currently available

0:00 0:00:33 0:00
XS
SM
MD
LG