ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກຄົ້ນຄວ້າ ປະດິດ ອຸປະກອນໃໝ່ ທີ່ສະສົມ ພະລັງໄຟຟ້າ ຈາກລົມ ທີ່ພັດຄ່ອຍໆ


Electricity Being Harvested From Light Breezes
please wait

No media source currently available

0:00 0:02:05 0:00

ຊົມວີດີໂອ ລາຍງານນີ້

ອຸປະກອນສື່ສານທັງ​ໝົດ ​ແບບ​ພົກ​ພາ​ໄປ​ໄດ້ ​ແມ່ນຕ້ອງການ​ແຫຼ່ງ
ພະລັງງານ ຕາມ​ປົກກະຕິ ຊຶ່ງ​ສາມາດ ຈະ​ເປັນ​ບັນຫາ ສຳ​ຫລັບ
ພວກທະຫານ ທີ່ພວມປະຕິບັດງານ ຢູ່​ໃນ​ສະໜາມ. ກອງທັບ​ບົກ
ສະຫະລັດ ​ກຳລັງ​ທົດ​ສອບ ​ອຸປະກອນໃໝ່ ຊະນິດ​ໜຶ່ງ ທີ່​ສາມາດ
ເກັບສະ​ສົມເອົາ​ພະລັງງານ​ຈາກລົມ ​ແມ່ນ​ກະ​ທັງລົມ ທີ່​ພັດ​ຄ່ອຍໆ
ກໍໄດ້. ຜູ້​ສື່​ຂ່າວ ວີ​ໂອ​ເອ George Putic ມີລາຍງານກ່ຽວກັບ
ເລື້ອງນີ້ ຊຶ່ງ​ໄຊ​ຈະ​ເລີ​ນສຸກ ຈະ​ນຳລາຍລະອຽດ​ມາສະ​ເໜີ​ທ່ານ.

ພວກເຄື່ອງສາກລະບົບແສງອາທິດ ຖືວ່າ ມີປະສິດທິພາບພຽງ ໃນເວລາມີແສງແດດ ຈາກດວງ ອາທິດ ທີ່ແຮງກ້າ ເພາະສະນັ້ນ ບັນດານັກຄົ້ນຄ້ວາ ຢູ່ທີ່ຫ້ອງທົດລອງ ຄົ້ນຄວ້າ ວິສະວະກຳ (CERL) ໃນລັດ ອີລີນອຍ ຂອງສະຫະລັດ ໄດ້ຫັນໄປໃຊ້ ​ພະລັງລົມ ເຊິ່ງເປັນແຫຼ່ງພະລັງງານ ທຳມະຊາດອີກອັນໜຶ່ງ ທີ່ມັກຈະມີຢູ່ ໃນທ້ອງຟ້າ ທີ່ເປີດໂປ່ງນັ້ນ.

ສີ່ເດືອນ ທີ່ໄດ້ທຳການວັດແທກ ຢ່າງສະໝ່ຳສະເໝີ ໃນສະໜາມ ກາງແຈ້ງ ໄດ້ສະແດງໃຫ້
ເຫັນວ່າ ໃນລະຫວ່າງ ເວລາຕອນຄ່ຳຄືນ 70 ເປີເຊັນ ລະດັບຄວາມໄວຂອງລົມ ສະເລ່ຍແລ້ວ ແມ່ນຕ່ຳກວ່າ ຫຼື ເທົ່າກັບ 3 ແມັດຕໍ່ວິນາທີ ຊຶ່ງຊ້າ ເກີນໄປ ສຳຫລັບ ພັດກັງຫັນລົມ ແຕ່ພຽງພໍ ທີ່ຈະເຮັດໃຫ້ແຜ່ນຜ້າ ບາງໆ ພັດໄປພັດມາໄດ້.

ທ່ານ Charles Marsh ນັກວິສະວະກອນຜູ້ນຳພາ ເວົ້າວ່າ “ອັນຜົນທີ່ອອກມານັ້ນ ກໍແມ່ນ ການປະດິດຕົ້ນແບບອັນໜຶ່ງ ອັນເປັນສິ່ງ ເພື່ອຜະລິດ ພະລັງໄຟຟ້າ ຢູ່ບໍລິເວນຕ່າງໆ ທີ່ຫ່າງໄກສອກຫລີກ ຈາກການທີ່ມີລົມພັດຄ່ອຍໆ.”

ອຸປະກອນ ຜະລິດໄຟຟ້າແບບຍືນຍົງ ທີ່ຖືໄປນຳໄດ້ ປະກອບດ້ວຍ ພວກແຜ່ນແພ ທີ່ມີຄວາມ
​ເໜັງ​ຕີງໄດ້ງ່າຍ ທີ່ປະກອບດ້ວຍ ມ້ວນ ລວດເຫຼັກກ້າ ເພື່ອຫັນປ່ຽນ ພະລັງສັ່ນສະເທືອນ
ຂອງພວກແຜ່ນແພດັ່ງກ່າວນັ້ນ ໃຫ້ກາຍເປັນ ພະລັງສາກໄຟຟ້າ.

ຄວາມທ້າທາຍພິເສດອັນໜຶ່ງ ກໍແມ່ນການອອກແບບ ອຸປະກອນ ອີເລັກໂທຣນິກ ທີ່ສາມາດ
ຫັນເອົາລົມ, ທີ່ພັດດ້ວຍຄວາມໄວ ທີ່ປ່ຽນໄປປ່ຽນມາສະເໝີ ແລະ ດ້ວຍເຫດນັ້ນ ພະລັງກໍ
ຈະປ່ຽນ​ແປງ, ໃຫ້ກາຍມາເປັນກະແສໄຟຟ້າ ທີ່ສະໝ່ຳສະເໝີໄດ້.

ແຕ່ນັ້ນ ບໍ່ແມ່ນແຕ່ພຽງບັນຫາອັນດຽວ ທີ່ນັກຄົ້ນຄວ້າ ຕ້ອງໄດ້ ແກ້ໄຂເທົ່ານັ້ນ.

ທ່ານມາກ ເວົ້າອີກວ່າ “ຄວາມພະຍາຍາມ ໃນດ້ານສຳຫລັບ ເກັບ ຮັກສາພະລັງໄຟຟ້າ
ນັ້ນໄວ້, ຈື່ໄດ້ບໍ່ວ່າ ມັນແມ່ນ ການກຳເນີດ ພະລັງໄຟຟ້າ ແລະ ການເກັບຮັກສາ
ມັນໄວ້ ປະສົມປະສານເຂົ້າກັນ ອັນເປັນການປະດິດສ້າງ ເທັກໂນໂລຈີ ອຸປະກອນ
ອີເລັກໂທຣນິກ ເກັບໄຟຟ້າລ້ຳເລີດ ສຳຫລັບວັດຖຸປະສົງ ເພື່ອເກັບຮັກສາໄວ້ພະລັງ
ໄຟຟ້າ ທີ່ເປັນຜົນໃນການຄົ້ນຄວ້າ ທີ່ລົງພິມເຜີຍແຜ່ຫຼາຍສະບັບ ແລະ ຍັງເປັນ
ການຂຶ້ນທະບຽນ ເປັນຄັ້ງທີສອງ ທີ່ໄດ້ຖືກເປີດເຜີຍມາ​ແລ້ວ.”

ບັນດານັກສຶກສາວິສະວະກຳ ຫຼາຍຄົນ ຈາກມະຫາວິທະຍາໄລ ອີລີນອຍ ໄດ້ເຂົ້າຮ່ວມ ໃນ ໂຄງການດັ່ງກ່າວນີ້.

ອຸປະກອນນີ້ ຜະລິດ ພະລັງໄຟຟ້າໄດ້ ປະມານ 3 ວັດສ໌. ປັດຈຸບັນນີ້ ບັນດານັກຄົ້ນຄວ້າ
ກຳລັງທົດລອງ ແຜ່ນແພ ທີ່ເຮັດດ້ວຍ ພວກແຜງແຊລແສງອາທິດ ທີ່ເໜັງ​ຕີງໄດ້ງ່າຍ ອັນທີ່
ສາມາດທຳງານເປັນແຫລ່ງ ຂອງພະລັງງານ ໃນລະຫວ່າງຕອນກາງ​ເວັນ ອີກຢ່າງໜຶ່ງດ້ວຍ.

XS
SM
MD
LG