ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໝໍ້ໄຟ ບໍ່ທັນສະໄໝ ພາໃຫ້ລົດ​ ໄຟຟ້າ ຍັງບໍ່ໄດ້ຮັບ ຄວາມນິຍົມ ຫຼາຍປານໃດ


ດຣ. Herbert Diess, ຫົວໜ້າບໍລິຫານ​ຂອງ​ບໍລິ​ສັດ Voklswagen ອະທິບາຍກ່ຽວກັບ​ລົດ​ໄຟຟ້າລຸ້ນ ID BUZZ ​ທີ່ງານ​ວາງສະ​ແດງລົດ​ ໃນ​ນະຄອນ​ຊຽງ​ໄຮ ຂອງຈີນ ໃນວັນທີ 19 ເມສາ, 2017.
ດຣ. Herbert Diess, ຫົວໜ້າບໍລິຫານ​ຂອງ​ບໍລິ​ສັດ Voklswagen ອະທິບາຍກ່ຽວກັບ​ລົດ​ໄຟຟ້າລຸ້ນ ID BUZZ ​ທີ່ງານ​ວາງສະ​ແດງລົດ​ ໃນ​ນະຄອນ​ຊຽງ​ໄຮ ຂອງຈີນ ໃນວັນທີ 19 ເມສາ, 2017.

ເຖິງ​ແມ່ນ​ວ່າ​ ພວກຜູ້ຄົນຍັງ​ມີ​ຄວາມ​ກັງວົນໃຈ​ຢູ່​ຕໍ່ມາ​ກໍ​ຕາມ ​ແຕ່​ຄວາມ​ສົນ​ໃຈ​ຕໍ່ລົດ​
ໄຟຟ້າກໍແມ່ນ​ກໍາລັງ​ມີເພີ້ມຫລາຍຂຶ້ນ ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ໃນ​ບັນດປະ​ເທດອຸດສາ
ຫະກໍາ​ທັນ​ສະ​ໄໝ. ບັນດາ​ບໍລິສັດ​ຜະລິດ​ລົດ​ດັ່ງກ່າວ ​ກໍາລັງປັບປຸງຄວາມສາມາດໄລຍະ
​ທາງ​ຂອງ​ການ​ແລ່ນລົດດັ່ງກ່າວ ​ໂດຍ​ການ​ສ້າງສະຖານີ​ສາກໝໍ້​ໄຟ​ໃຫ້ມີຫລາຍ​ຂຶ້ນ.​ ​
ແຕ່​ແນວ​ໃດ​ກໍ​ຕາມ ອຸດ​ສາຫະ​ກໍາ​ດ້ານ​ນີ້ ກໍຍັງ​ລໍຖ້າ​ການຄົ້ນພົບທາງ​ອອກສໍ​າຄັນ ​ໃນ
​ດ້ານ​ເທັກ​ໂນໂລ​ຈີ​ໃນ​ການ​ຜະ​ລິດໝໍ້​ໄຟຢູ່. ນັກ​ຂ່າວ​ວີ​ໂອ​ເອ George Putic ມີ​ລາຍ
​ງານ​ກ່ຽວກັບ​ເລື່ອງ​ນີ້ ຊຶ່ງ​ບົວ​ສະຫວັນ​ ຈະ​ນໍາ​ມາສະ​ເໜີທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ການຂາຍລົດ​ໄຟຟ້າ ​ແມ່ນ​ເປັນຄຳໝັ້ນສັນຍາທີ່ຍິ່ງໃຫຽ່​ທີ່​ສຸດຢູ່ໃນປະ​ເທດ​ຈີນ ບ່ອນ
ທີ່ບັນດາ​ເຈົ້າໜ້າທີ່ທັງຫຼາຍ​ເຫັນ​ວ່າ​ເທັກ​ໂນ​ໂລ​ຈີ​ດ້ານ​ນີ້ ​ຈະເປັນ​ການແກ້​ໄຂ​ບັນຫາ​
ອາກາດ​ເສຍເປັນພິດ​ທີ່​ມີຊື່ສຽງບໍ່ດີ​ຢູ່​ໃນ​ຕົວ​ເມືອງຕ່າງໆ ຂອງ​ຈີນ ​ໄດ້​ດີ​ທີ່​ສຸດ.

ລັດຖະບາ​ນ​ຈີນໄດ້​ວາງ​ແຜນ​ໄວ້ວ່າ​ ຈະ​ມີໂຄງການ​ລິ​ເລີ້ມອັນຫລາກ​ຫລາຍ ຊຶ່ງ​ລວມ
ທັງ​ຂໍ້ຮຽກຮ້ອງວ່າ ນັບແຕ່ປີໜ້າ​ເປັນຕົ້ນ​ໄປ ບໍລິສັດ​ຜະລິດລົດໝົດທຸກ​ບ່ອນ​ໃນ​ຈີນ
ຈະຕ້ອງ​ຜະລິດ​ລົດ​ທີ່​ແລ່ນ​ໄຟຟ້າໃຫ້​ໄດ້ຢ່າງໜ້ອຍ​ແປດ​ເປີ​ເຊັນຂອງການ​ຜະລິດທັງໝົດ
ຂອງ​ເຂົາ​ເຈົ້າ ຊຶ່ງ ບັນດາ​ຜູ້​ຜະລິດ​ລົດທັງຫຼາຍກໍກໍາລັງ​ພະຍາຍາມເຮັດ​ຕາມ​ນັ້ນຢູ່.

​ໃນ​ງານ​ວາງສະ​ແດງລົດ​ທີ່​ນະຄອນ​ຊຽງ​ໄຮ ​ກໍແມ່ນໄດ້​ເຮັດ​ໃຫ້ເຫັນ​ທ່າອ່ຽງອັນ​ນັ້ນແທ້. ທ່ານ Herbert Diess, ຫົວໜ້າບໍລິຫານ​ຂອງ​ບໍລິ​ສັດ Voklswagen ກ່າວ​ວ່າ:
“ລົດ​ໄຟຟ້າ ຈະ​ມີ​ບົດບາດ​ຢ່າງ​ຫລວງ​ຫລາຍ​ໃນ​ທີ່​ນີ້ ທີ່ປະ​ເທດ​ຈີນ​ ​ແລະ​ເພາະສະ
ນັ້ນພວກ​ເຮົາ​ຈຶ່ງ​ມີ​ຄວາມ​ພູມ​ໃຈ​ຫລາຍ ​ແລະ​ມີ​ຄວາມ​ກະຕືລືລົ້ນທີ່ຈະ​ນໍາສະ​ເໜີ
ລົດ​ໄຟຟ້າລຸ້ນທີ່​ມີຊື່ວ່າ ID BUZZ ​ຢູ່​ທີ່​ນີ້ ຊຶ່ງ​ມັນ​ກໍມີ​ຄວາມ​ສໍາຄັນ​ຕໍ່ປະເທດຈີນ ຫລາຍ.”

​ແຕ່​ວ່າ​ຜູ້​ຊົ​ມ​ໃຊ້​ຢູ່​ໃນ​ຈີນ ຕະຫລອດ​ທັງ​ຢູ່​ໃນ​ສະຫະລັດ​ນີ້​ກໍຄື​ກັນ ​ບໍ່​ໄດ້ພາກັນ​ຟ້າ​ວຟັ່ງ​ໄປ
​ຊື້ລົດໄຟຟ້າ ​ແລະ​ກໍ​ມີ​ເຫດຜົນ​ໃຫຍ່​ອັນ​ນຶ່ງທີ່​ພາ​ໃຫ້​ເປັນ​ແນວ​ນັ້ນ. ທ່ານ Sunita Halasz, ​ເຈົ້າຂອງ​ລົດ​ທີ່​ແລ່ນ​ດ້ວຍ​ໄຟຟ້າ​ຄົນ​ນຶ່ງ​ໃຫ້​ຄໍາ​ເຫັນ​ວ່າ:
“ຂ້ອຍມີບັນຊີ​ເບີ​ໂທລະ​ສັບ​ຂອງໝູ່ທີ່​ອາ​ໄສຢູ່​ທົ່ວ​ຂົງເຂດ Adirondacks ນີ້. ສະນັ້ນ
ຖ້າ​ຂ້ອຍ​ຈະ​ເວົ້າດຽວນີ້ວ່າ ຂ້ອຍ​ຢາກ​ໄປ​ຫາ​ເຂົາ​ເຈົ້າ ຂ້ອຍກໍ​ສາມາດ​ໂທ​ໄປ​ຫາ​ຜູ້​ໃດ
​ຜູ້​ນຶ່ງ​ແລະ​ກໍ​ເວົ້າໄດ້ເລີຍວ່າ ‘ເຮີ້ຍ ຂ້ອຍ​ກໍາລັງ​ຈະເອົາ​ລົດເຂົ້າ​ໄປຈອດຢູ່​ຮ່ອມ​ເຮືອນ
ຂອງເຈົ້າ​ເດີ້​ ເຈົ້າມີ​ຮູ​ປັກສຽບ​ໄຟຟ້າ ຢູ່​ນອກ​ເຮືອນ​ຂອງ​ເຈົ້າບໍ?’”

​ຄວາມ​ກັງວົນດັ່ງກ່າວເອີ້ນກັນ​ວ່າ “​range anxiety ຫຼື ຄວາມກະວົນກະວາຍຢ້ານບໍ່ມີ ບ່ອນສາກໄຟ ເປັນຄວາມ​ຢ້ານກົວ​ທີ່​ມີ​ຢູ່​ຕະຫລອດ ​ວ່າແບັດ​ເຕີຣີລົດ​ຂອງ​ໂຕ​ຈະໝົດໄຟ ​ແລະ​ລົດ​ຂອງ​ໂຕ ຈະ​ຕາຍຢູ່​ບ່ອນ​ໃດບ່ອນ​ນຶ່ງ ​ເພາະ​ຊອກ​ຫາປັກສຽບ​ໄຟຟ້າ ຢູ່​ໃສກໍ​ບໍ່​ໄດ້.

​ເມື່ອ​ທຽບ​ໃສ່​ກັບ​ການ​ໃຊ້​ເວລາ​ບໍ່​ເທົ່າ​ໃດ​ນາທີ ​ເພື່ອ​ເຕີມ​ນໍ້າມັນ​ໃສ່​ໃຫ້​ເຕັມ​ຖັງ ​ໃສ່ກັບບ່ອນສາກໄຟແລ້ວ ການ​ໃຊ້ໝໍ້​ໄຟຍັງລ້າຫຼັງ​ຫລາຍຢູ່​. ​ແຕ່​ແນວ​ໃດ​ກໍ​ຕາມ ສະຖານີ
​ສາກ​ລົດ​ໄຟຟ້າ​ແມ່ນ​ກໍາລັງ​ເກີດ​ຂຶ້ນຢ່າງ​ວ່ອງ​ໄວ​ຢູ່​ໃນ​ຈີນ, ຢູ່ສະຫະລັດ ​ແລະຢູ່ອີກ
​ຫລາຍ​ໆປະ​ເທດ​.

ບໍລິສັດ​ລົດ Tesla ​ເວົ້າວ່າ ​ຕົນຈະ​ເພີ້ມຈໍານວນ​ສະຖານີ​ສາກ​ລົດໄຟຟ້າ Supercharge
​ໃນ​ປີນີ້ ​ໃຫ້​ໄດ້​ເຖິງ 10,000 ບ່ອນ. ບໍລິສັດ​ຜະລິດ​ລົດໄຟຟ້າ​ແຫ່ງ​ອື່ນໆ ກໍ​ກໍາລັງ​ນໍ​າແບບ​ດຽວກັນນີ້ຢູ່.

​ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ຄົ້ນພົບ​ທາງ​ອອກ​ທີ່ຈິງ​ແທ້​ກໍ​ຄື ການ​ຜະລິດແບັດ​ເຕີຣີ ທີ່ສາ
ມາດ​ບັນຈຸ​ພະລັງງານ​ໄດ້​ຫລາຍ​ກວ່າ​ເກົ່າ.

ທ່ານ Xu Liuping, ປະທານ​ບໍລິສັດ Changan Auto ອະທິບາຍ​ວ່າ: “​ເທັກ​ໂນ​ໂລ
​ຈີ​ໃນ​ການ​ຜະລິດ​ແບັດ​ເຕີຣີ ​ແມ່ນ​ປັດ​ໃຈ​ຫລັກ​ຂອງ​ການ​ພັດທະນາ​ລົດ​ໄຟຟ້າ. ຖ້າ​
ຫາກ​ບໍ່ມີ​ຄວາມ​ຫລາກ​ຫລາຍ​ໃນ​ອຸດ​ສະຫະ​ກໍາ​ດ້ານ​ນີ້ແລ້ວ ​ແລະກໍ​ບໍ່ມີ​ການ​ລົງທຶນ​
ພຽງພໍ ໃສ່ດ້ານ ພອນ​ສະຫວັນ, ​ດ້ານເທັກ​ໂນ​ໂລ​ຈີ ​ແລະ​ເງີ​ນແລ້ວ, ມັນກໍ​ຈະ​ເປັນ
​ໄປ​ບໍ່​ໄດ້​ ທີ່​ຈະຖະນຸຖະໜອ​ມ​ເຮັດ​ໃຫ້ ຜະລິດ​ຕະພັນ​ທີ່​ດີ​ເລີດ ອັນ​ນີ້ ພັດທະນາ​ຂຶ້ນ
ໄປໄດ້.”

​ຜູ້​ຊ່ຽວຊານ​ເວົ້າວ່າ ຕາບ​ໃດຫາກຍັງ​ເຮັດບໍ່​ໄດ້ເຊັ່ນ​ນັ້ນ ການ​ແກ້ໄຂ​ບັນຫາ​ທີ່​ດີ​ທີ່​ສຸດ​ກໍ​ຄື ເຮັດລົດປະສົມ ທີ່​ໃຊ້​ທັງ​ນໍ້າມັນ ​ແລະ​ໄຟຟ້າ​ ໂດຍ​ທີ່​ໃຫ້ແລ່ນ​ໃນໄລຍະ​ທາງ​ໃກ້​ດ້ວຍ
ແບັດ​ເຕີຣີ ​ແລະເມື່ອ​ໄປ​ໄລຍະ​ໄກ​ກໍ​ໃຫ້ໃຊ້​ນໍ້າມັນ​ແລ່ນ.

ເບິ່ງວີດິໂອເລື່ອງນີ້ເປັນພາສາອັງກິດ

XS
SM
MD
LG