ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ສະມັກ ປ. ສະຫະລັດ ມີວິໄສທັດ ທີ່ຄ້າຍຄືກັນ ໃນດ້ານ ນະໂຍບາຍ ຕ່າງປະເທດ (ວີດີໂອ)


ທ່ານມິຕ ຣອມນີ ຜູ້ສະມັກປະທານາທິບໍດີຂອງພັກຣີພັບບລີກັນ (ຊ້າຍ) ແລະປະທານາທິບໍດີ ບາຣັກ ໂອບາມາ ພວມຕອບຄຳຖາມ ໃນລະຫວ່າງການໂຕ້ວາທີເທື່ອທີ 3 ຊຶ່ງເປັນການ ໂຕ້ວາທີກ່ຽວກັບ ນະໂຍບາຍການຕ່າງປະເທດ (22 ຕຸລາ 2012)
ທ່ານມິຕ ຣອມນີ ຜູ້ສະມັກປະທານາທິບໍດີຂອງພັກຣີພັບບລີກັນ (ຊ້າຍ) ແລະປະທານາທິບໍດີ ບາຣັກ ໂອບາມາ ພວມຕອບຄຳຖາມ ໃນລະຫວ່າງການໂຕ້ວາທີເທື່ອທີ 3 ຊຶ່ງເປັນການ ໂຕ້ວາທີກ່ຽວກັບ ນະໂຍບາຍການຕ່າງປະເທດ (22 ຕຸລາ 2012)

ຜູ້ສະມັກເປັນປະທານາທິບໍດີສະຫະລັດທັງສອງໄດ້ສະເໜີວິໄສທັດ ທີ່ຄ້າຍຄືກັນ ກ່ຽວກັບບົດບາດ ຂອງສະຫະລັດ ຢູ່ໃນກິດຈະການຂອງໂລກ ໃນລະຫວ່າງການໂຕ້ວາທີ ຂອງພວກທ່ານ.

ໃນຂະນະທີ່ບັນດາຜູ້ມີສິດປ່ອນບັດຢູ່ໃນສະຫະລັດພວມກຽມຈະ
ພາກັນໄປປ່ອນບັດເລືອກຕັ້ງປະທານາທິບໍດີ ໃນວັນທີ 6 ພະຈິກ
ນີ້ ພວກຜູ້ຄົນຢູ່ໃນທົ່ວໂລກ ກໍມີຄວາມສົງໄສຢູ່ວ່າ ຜົນຂອງການ
ເລືອກຕັ້ງດັ່ງກ່າວຈະຊັກນຳໂລກໄປໃນທິດທາງໃດ. Suzanne
Presto ຜູ້ສື່ຂ່າວວີໂອເອມີລາຍລະອຽດເພີ່ມຕື່ມກ່ຽວກັບທັດສະ
ນະຄວາມເຫັນດ້ານການທູດແລະການຕ່າງປະເທດຂອງປະທາ
ນາທິບໍດີບາຣັກ ໂອບາມາແລະທ່ານມິຕ ຣອມນີ ຄູ່ແຂ່ງຈາກພັກ
ຣີພັບບລີກັນ ດັ່ງໄພສານຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຜູ້ສະມັກເປັນປະທານາທິບໍດີສະຫະລັດທັງສອງໄດ້ສະເໜີວິໄສ
ທັດ ທີ່ຄ້າຍຄືກັນ ກ່ຽວກັບ ບົດບາດຂອງສະຫະລັດ ຢູ່ໃນກິດຈະ
ການຂອງໂລກໃນລະຫວ່າງການໂຕ້ວາທີຄັ້ງສຸດທ້າຍຂອງພວກ
ທ່ານ.

ປະທານາທິບໍດີໂອບາມາກ່າວວ່າ “ອາເມຣິກາຍັງສືບຕໍ່ເປັນປະເທດດຽວທີ່ມີຄວາມ ຈໍາເປັນຕໍ່ໂລກແລະໂລກຕ້ອງການປະເທດອາເມຣິກາທີ່ມີຄວາມເຂັ້ມແຂງ ແລະ ເວລານີ້ ສະຫະລັດກໍມີຄວາມເຂັ້ມແຂງ ກວ່າຕອນທີ່ຂ້າພະເຈົ້າ ເຂົ້າມາຮັບຕຳ ແໜ່ງ.”

ສ່ວນທ່ານຣອມນີເວົ້າວ່າ “ພວກເຮົາຮັບຮູ້ວ່າ ຍັງມີຫຼາຍໆບ່ອນຢູ່ໃນໂລກ ທີ່ມີບັນ ຫາຂັດແຍ້ງກັນ. ພວກເຮົາຕ້ອງການຢາກຈະຍຸຕິບັນຫາຂັດແຍ້ງເຫຼົ່ານີ້ໃນຂອບ ເຂດເທົ່າທີ່ມະນຸດຈະສາມາດກະທຳໄດ້ ແຕ່ເພື່ອໃຫ້ສາມາດເຮັດຫຼ້ອນບົດບາດ ຢູ່ໃນໂລກຂອງພວກເຮົາໄດ້ ອາເມຣິກາຕ້ອງມີຄວາມເຂັ້ມແຂງ.”

ທ່ານ Daniel Serwer ຈາກສະຖາບັນການສຶກສານາໆຊາດຂັ້ນແນວໜ້າຂອງມະຫາວິ ທະຍາໄລ Johns Hopkins ທີ່ກຸງວໍຊິງຕັນກ່າວວ່າ ສະຫະລັດແມ່ນເບິ່ງຄືວ່າຈະເປັນປະ ເທດທີ່ໃຊ້ອຳນາດທາງທະຫານຫຼາຍກ່ວາ ພາຍໃຕ້ການນຳພາຂອງທ່ານຣອມນີ.

ທ່ານ Serwer ເວົ້າວ່າ “ທ່ານຣອມນີ ໄດ້ກ່າວຢ່າງຈະແຈ້ງວ່າ ການສະແດງພາບ ພົດແຫ່ງການມີຄວາມເຂັ້ມແຂງຈະເປັນບຸລິມມະສິດອັນດັບນຶ່ງແລະຄວາມແຕກ ຕ່າງຂັ້ນພື້ນຖານອັນນຶ່ງລະຫວ່າງຜູ້ສະມັກເປັນປະທານາທິບໍດີທັງສອງໃນເລື້ອງ
ນີ້ ກໍຄືລະດັບທີ່ບຸກຄົນທັງສອງເຕັມໃຈ ທີ່ຈະສືບຕໍ່ ໃຫ້ເງິນສະໜັບສະໜຸນ ເພື່ອ ເສີມສ້າງແສນຍານຸພາບໃນດ້ານປ້ອງກັນປະເທດ.”


ທ່ານຣອມນີໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເພີ້ມການໃຊ້ຈ່າຍທາງທະຫານຕື່ມຖ້າທ່ານຫາກ ຖືກເລືອກເປັນປະທານາທິບໍດີ. ແຕ່ທ່ານກໍເຫັນພ້ອມກັບປະທານາທິບໍດີໂອບາມາກ່ຽວກັບ ແຜນການ ຖອນກຳລັງສູ້ລົບຂອງສະຫະລັດ ອອກຈາກອັຟການິສຖານ ພາຍໃນທ້າຍປີ 2014 ນັ້ນ.

ນອກນີ້ແລ້ວບຸກຄົນທັງສອງຍັງເຫັນພ້ອມນຳກັນກ່ຽວກັບການນໍາໃຊ້ການລົງໂທດເພື່ອຂັດ ຂວາງບໍ່ໃຫ້ອີຣ່ານດຳເນີນການຕໍ່ໄປໃນໂຄງການສ້າງອາວຸດນິວເຄຼຍແລະພວກທ່ານຕ່າງ ກໍເວົ້າວ່າ ການໂຈມຕີທາງທະຫານ ຍັງສືບຕໍ່ເປັນທາງເລືອກອີກທາງນຶ່ງ ເພື່ອຕ້ານຢັນກັບ ໄພຂົ່ມຂູ່ດັ່ງກ່າວ. ແລະທັງສອງທ່ານໃຫ້ຄຳໝັ້ນສັນຍາທີ່ຈະໃຫ້ການສະໜັບສະໜຸນຕໍ່ອິສ ຣາແອລ ໃນກໍລະນີທີ່ຖືກໂຈມຕີ.



ທ່ານຣອມນີເວົ້າວ່າ ຖ້າທ່ານຫາກຖືກເລືອກການເດີນທາງໄປຢ້ຽມຢາມຕ່າງປະເທດບ່ອນ ທຳອິດ ກໍຈະແມ່ນອິສຣາແອລ. ທ່ານກ່າວຫາທ່ານໂອບາມາວ່າ ໃຊ້ນະໂຍບາຍແບບເຫີນ ຫ່າງຕໍ່ອິສຣາແອລ.

ທ່ານຣອມນີເວົ້າວ່າ “ເວລາ ທ່ານໄປພາກຕາເວັນອອກກາງ ທ່ານໄດ້ບິນໄປຍັງປະ ເທດອີຈິບ ຊາອຸດີອາຣາເບຍ ເທີກີ ແລະປະເທດອີຣັກ ແລະທ່ານບໍ່ໄດ້ຢຸດແວ່ຢູ່ ອິສຣາແອລຊຶ່ງເປັນປະເທດເພື່ອນມິດທີ່ໃກ້ຊິດທີ່ສຸດຂອງພວກເຮົາຢູ່ໃນຂົງເຂດ.”

ທ່ານໂອບາມາ ໄດ້ໂຕ້ຄືນວ່າ ການໂຕ້ວາທີໃນຄັ້ງນີ້ ແມ່ນມີຂຶ້ນນຶ່ງມື້ ກ່ອນການຊ້ອມລົບທີ່ ໃຫຍ່ທີ່ສຸດໃນປະຫວັດສາດ ລະຫວ່າງກຳລັງທະຫານສະຫະລັດແລະອິສຣາແອລ.

ນັກວິເຄາະ Serwer ກ່າວວ່າ ໂດຍທົ່ວໄປແລ້ວ ຜູ້ສະມັກທັງສອງ ຕ່າງກໍໄດ້ສະເໜີນະໂຍ ບາຍການຕ່າງປະເທດ ທີ່ຄ້າຍຄືກັນ ແລະວ່າ ນອກເໜືອໄປຈາກ ສຳນວນໂວຫານແລ້ວ ຄວາມແຕກຕ່າງທີ່ສຳຄັນກໍແມ່ນເລື້ອງການປະກອບອາວຸດໃຫ້ແກ່ພວກກະບົດຊີເຣຍ.

ກຳລັງຮັກສາຄວາມສະຫງົບຂອງຊີເຣຍ ແລະພວກນັກລົບຝ່າຍຄ້ານໄດ້ຕໍ່ສູ້ກັນມາ ຕັ້ງແຕ່ ມີການລຸກຮືຂຶ້ນຕໍ່ຕ້ານປະທານາທິບໍດີ Bashar al-Assad ທີ່ເລີ້ມຂຶ້ນໃນເດືອນມີນາ ປີ 2011.

ທ່ານຣອມມີຢາກໃຫ້ມີ ການຈັດສົ່ງອາວຸດໄປໃຫ້ພວກກະບົດ.

ທ່ານຣອມນີ ເວົ້າວ່າ “ຂ້າພະເຈົ້າ ຢາກເຮັດໃຫ້ແນ່ໃຈວ່າ ເຂົາເຈົ້າໄດ້ຮັບອາວຸດ ແລະເຂົາເຈົ້າມີອາວຸດທີ່ຈຳເປັນເພື່ອປ້ອງກັນໂຕແລະເພື່ອຂັບໄລ່ທ່ານ Assad ນຳດ້ວຍ. ແຕ່ໃນພາກສ່ວນຂອງພວກເຮົານັ້ນ ຂ້າພະເຈົ້າບໍ່ຢາກໃຫ້ທະຫານ ຂອງພວກເຮົາເຂົ້າໄປພົວພັນ.”

ສ່ວນປະທານາທິບໍດີີໂອບາມາ ໃຫ້ຄຳຕອບແບບລະມັດລະວັງຫຼາຍກວ່າ.

ທ່ານໂອບາມາເວົ້າວ່າ “ສຳລັບພວກເຮົາ ການເຂົ້າໄປພົວພັນທາງທະຫານຢູ່ໃນຊີ ເຣຍ ແມ່ນບາດກ້າວທີ່ສຳຄັນຫລາຍ ແລະພວກເຮົາຕ້ອງໄດ້ໃຫ້ເປັນທີ່ແນ່ນອນ ວ່າ ພວກເຮົາຮູ້ຈັກດີຜູ້ທີ່ພວກເຮົາໃຫ້ຄວາມຊ່ອຍເຫຼືອນັ້ນ ບໍ່ແມ່ນວ່າພວກເຮົາ ເອົາອາວຸດໄປໃສ່ມືໃຫ້ຜູ້ທີ່ໃນວັນນຶ່ງຂ້າງໜ້າຈະອ່ວາຍອາວຸດເຫຼົ່ານີ້ມາໃສ່ພວກ ເຮົາ ຫຼືພັນທະມິດຂອງພວກເຮົາຢູ່ໃນຂົງເຂດ.”

ນັກວິເຄາະການເມືອງ Robert Guttman ຈາກມະຫາວິທະຍາໄລ Johns Hopkins ກ່າວວ່າ ປະທານາທິບໍດີໂອບາມາ ທີ່ໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບ ໃນປີ 2009 ນັ້ນ ແມ່ນຈະມີພາລະກິດສ່ວນໂຕຂອງທ່ານເອງ ທີ່ຈະຕ້ອງໄດ້ປະຕິບັດ ຖ້າທ່ານ ຫາກຖືກເລືອກຕັ້ງຕື່ມອີກສະໄໝນຶ່ງ.

ທ່ານ Guttman ເວົ້າວ່າ “ທ່ານຈະຕ້ອງພິຈາລະນາວ່າ ທ່ານຈະປະມູນມໍລະດົກອັນ ໃດໄວ້ ມັນອາດຈະບໍ່ແມ່ນສັນຕິພາບໃນພາກຕາເວັນອອກກາງ ມັນອາດຈະແມ່ນ ຄວາມສຳພັນທີ່ດີຂຶ້ນກັບຈີນ ແຕ່ມັນກໍຈະມີສິ່ງໃດສິ່ງນຶ່ງ.”

ຈີນແມ່ນຢູ່ໃນໃຈຂອງທ່ານຣອມນີຄືກັນ. ທ່ານເວົ້າວ່າ ທ່ານຈະລະບຸໃຫ້ຈີນເປັນປະເທດ ທີ່ຄວບຄຸມເງິນຕາຊຶ່ງເປັນຖານະທີ່ອາດນຳໄປສູ່ການລົງໂທດໄດ້. ທ່ານ Guttman ກ່າວ ວ່າ ພື້ນຖານໃນດ້ານການເປັນຫົວໜ້າທຸລະກິດໃຫຍ່ໆຂອງຜູ້ສະມັກຈາກພັກຣີພັບບລີກັນ ອາດມີອິດທິພົນຕໍ່ການນຳພາຂອງທ່ານ.

ທ່ານ Guttman ເວົ້າວ່າ “ທ່ານຣອມນີ ຢາກຂະຫຍາຍ ທຸລະກິດຂອງອາເມຣິກາ. ຂ້າພະເຈົ້າຄິດວ່າ ທ່ານຈະເປັນປະທານາທິບໍດີ ທີ່ມີການພົວພັນຫລາຍຂຶ້ນ ນຳ ເລື່ອງການຄ້າ ມີການພົວພັນຫຼາຍຂຶ້ນນຳເລື່ອງທຸລະກິດ.”

ແຕ່ພວກນັກວິເຄາະກ່າວວ່າບັນດາຜູ້ມີສິດປ່ອນບັດມີຄວາມເປັນຫ່ວງກ່ຽວກັບບັນຫາພາຍ ໃນປະເທດ ເຊັ່ນເລື່ອງເສດຖະກິດ ຫຼາຍກວ່າແຜນການນະໂຍບາຍ ການຕ່າງປະເທດ.
XS
SM
MD
LG