ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄຊຊະນະ ໃນການເລືອກຕັ້ງ ອຳນວຍໃຫ້ ພັກຣີພັບບລີກັນ ເຂົ້າຄວບຄຸມ ສະພາສູງ


ຜູ້ນຳພັກຣີພັບບລິກັນ ໃນສະພາສູງ ທ່ານ Mitch McConnell ຈາກລັດ Kentucky ພ້ອມດ້ວຍພັນລະຍາ ທ່ານນາງ Elaine Chao
ຜູ້ນຳພັກຣີພັບບລິກັນ ໃນສະພາສູງ ທ່ານ Mitch McConnell ຈາກລັດ Kentucky ພ້ອມດ້ວຍພັນລະຍາ ທ່ານນາງ Elaine Chao

ບັນດາ​ຜູ້​ສະມັກ​ ພັກ​ຣີພັບ​ບລິ​ກັນ ​ໄດ້ຊະນະ​ບ່ອນ​ນັ່ງພຽງພໍ ​
ໃນ​ວັນ​ອັງຄານ​ວານ​ນີ້​ໃນ​ການ​ເລືອກ​ຕັ້ງລັດຖະສະພາ ​ເພື່ອ
ເຂົ້າ​ຄວບ​ຄຸມ​ສະພາ​ສູງສະຫະລັດ.

ພັກ​ເດ​ໂມແຄ​ຣັດ ກຳບ່ອນນັ່ງຢູ່ 55 ບ່ອນ​ ໃນສະພາສູງ ທີ່ມີ
ບ່ອນນັ່ງທັງໝົດ 100 ບ່ອນ​ ​ແຕ່​ບັດ​ນີ້ ພັກ​ຣີພັບ​ບລິ​ກັນ​ ​ໄດ້​
ຮັບບ່ອນນັ່ງຕື່ມອີກຢ່າງ​ໜ້ອຍ​ເຈັດ​ບ່ອນໂດຍໄດ້ຮັບໄຊຊະ
ນະ​ທີ່ລັດ Arkansas, Colorado, Iowa, Montana,
North Carolina, South Dakota ​ແລະ West Virginia.

ນຶ່ງສ່ວນສາມຂອງ​ບ່ອນ​ນັ່ງໃນສະພາ​ສູງ ​ແມ່ນໄດ້ມີການ
​ເລືອກ​ຕັ້ງ​ໃໝ່​ໃນ​ວັນ​ອັງຄານ​ວານ​ນີ້ ຮວມທັງບ່ອນ​ນັ່ງ​ໃນ​ລັດ Kentucky ຂອງຜູ້​ນໍາ ພັກ ຣີພັບບລີກັນ ຢູ່​ໃນສະພາ​ສູງ ທ່ານ Mitch McConnell. ທ່ານ​ໄດ້​ກຳຕຳ​ແໜ່​ງນີ້ມາ​ເຖິງ​
ຫົກສະໄໝແລ້ວ.

ນອກນັ້ນ ພັກ​ຣີພັບ​ບລິ​ກັນ ຍັງ​ໄດ້​ຂະຫຍາຍການກຳສຽງ​ສ່ວນ​ຫລາຍ​ຂອງຕົນຢູ່ ໃນສະ
ພາ​ຕໍ່ານຳອີກ ​ໂດຍອຳນວຍໃຫ້ເຂົາເຈົ້າ ເຂົ້າຄວບ​ຄຸ​ມລັດຖະສະພາໂດຍ ເຕັມໃນ​ລະຍະ​
ສອງປີສຸດທ້າຍຂອງການດຳລົງຕຳແໜ່ງປະທານາທິບໍດີ Barack Obama.

​ຍ້ອນ​ຄະ​ແນນນິຍົມຂອງປະທານາທິບໍດີ Obama ຕົກ​ຕໍ່າ ບັນດາຜູ້ກຳຕຳແໜ່ງ ຂອງ​ພັກ​
ເດ​ໂມແຄຣັດ ຈຶ່ງ​ບໍ່ໄດ້ເຊື້ອ​ເຊີນປະທານາທິບໍດີ ໄປຮ່ວມ​ໂຄສະນາ​ຫາ​ສຽງ​ແກ່​ເຂົາ​ເຈົ້າ
​ແລະ​ມັກ​ຈະ​ຊີ້​ບອກເຖິງ​ອັນ​ທີ່​ເຂົາ​ເຈົ້າບໍ່​ເຫັນດີ​ກັບ​ທ່ານ​ເຊັ່ນ​ວ່າ ​ປະກັນ​ໄພ​ສຸຂະພາບ ​
ແລະ​ບັນຫາ​ພະລັງງານ.

​ໃນ​ການເຂົ້າຄວບຄຸມ​ລັດຖະສະພາທັງ​ໝົດນັ້ນ ພັກ​ຣີພັບ​ບລິ​ກັນ​ອາດຈະທຳການ ໂຕ້
ຖຽງ​ຮອບໃໝ່ ກັບປະທານາທິບໍດີ Obama ກ່ຽວ​ກັບ​ກົດ​ໝາຍທີ່​ເປັນຜົນ​ສຳ​ເລັດຂອງ
ທ່ານ ຄືການ​ປະຕິຮູບປະກັນ​ໄພ​ສຸຂະພາບ ທີ່​ອຳນວຍ​ໃຫ້​ຫຼາຍ​ລ້ານ​ຄົນ ​ມີ​ປະກັນ​ປະກັນ​ໄພສຸຂະພາບ ທີ່​ເຂົາເຈົ້າ​ບໍ່​ສາມາດ​ຊື້ໄດ້ໃນເມື່ອ​ກ່ອນນັ້ນ. ສະມາ ຊິກ​ພັກຣີພັບ​ບລິ​ກັນ
ຫລາຍ​ທ່ານ​ເຫັນ​ວ່າ ກົດໝາຍນີ້ປ່ອຍໃຫ້ລັດຖະບານເຂົ້າພົວ ພັນ​ເກີນ​ຂອບ​ເຂດ ​ແລະ
​ໄດ້​ຮຽກຮ້ອງຊ້ຳແລ້ວຊ້ຳອີກ ໃຫ້ລົບ​ລ້າງ ກົດໝາຍດັ່ງ ກ່າວນີ້.

ນອກນັ້ນ ສະມາ​ຊິກ​ພັກ​ຣີພັບ​ບລິ​ກັນ ຍັງ​ໄດ້​ໂຈມ​ຕີ ການຮັບມືກັບວິກິດການອີ ໂບລາ
ຂອງປະທານາທິບໍດີ Obama ແລະຮຽກຮ້ອງໃຫ້ອະນຸມັດການສ້າງທໍ່ ນໍ້າມັນ​ຈາກກາ​
ນາ​ດາ ຜ່ານ​ເຂດພາກ​ກາງຂອງສະ​ຫະລັດ ​ແລະ​ຫລຸດຜ່ອນ​ກົດ​ລະບຽບ​ທຸລະ​ກິດ​ຕ່າງໆ
ຂອງລັດຖະບານ. ສະມາຊິກສະພາພັກ​ຝ່າຍ​ຄ້ານ​ບາງ ທ່ານ ຍັງ​ໄດ້​ໂຕ້​ຖຽງ ກ່ຽວກັບ
ການຮັບມືຂອງ​ປະທາ​ນາ​ທິບໍດີ ​ໃນ​ການເຂົ້າແຊກ​ແຊງ​ຂອງຣັດ​ເຊຍ​ໃນ​ຢູ​ເຄຣນ ​ແລະ
ການ​ໂຈ​ມຕີ​ທາງ​ອາກາດຂອງ ສະຫະລັດ ຕໍ່​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໃນ​ອີຣັກ ​
ແລະຊີ​ເຣຍ.

US ELECTIONS CNPK
please wait
Embed

No media source currently available

0:00 0:02:21 0:00

XS
SM
MD
LG