ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແມ່​ຊີສູງ​ອາຍຸ​​ຄົນ​ນຶ່ງ ຖືກຂົ່ມຂືນສຳເລົາໝູ່ ໃນອິນເດຍ


ບັນດານັກສຶກສາຂອງໂຮງຮຽນໂບດ Convent of Jesus and Mary ປະທ້ວງການຂົ່ມຂືນສຳເລົາ ແມ່ຊີສູງອາຍຸ ໄວ 70 ປີ ໂດຍພວກອັນຕະພານ ຢູ່ໃນເມືອງ Ranaghat ຢູ່ຫ່າງ​ໄກ ປະມານ 800 ກິ​ໂລ​ແມັດ ຈາກ Kolkata ​ເມືອງຫລວງ​
ຂອງ​ລັດ West Bengal ​ໄປທາງ​ກ້ຳຕາ​ເວັນ​ອອກສຽງ​ເໜືອ, ວັນທີ 14 ມີນາ 2015.
ບັນດານັກສຶກສາຂອງໂຮງຮຽນໂບດ Convent of Jesus and Mary ປະທ້ວງການຂົ່ມຂືນສຳເລົາ ແມ່ຊີສູງອາຍຸ ໄວ 70 ປີ ໂດຍພວກອັນຕະພານ ຢູ່ໃນເມືອງ Ranaghat ຢູ່ຫ່າງ​ໄກ ປະມານ 800 ກິ​ໂລ​ແມັດ ຈາກ Kolkata ​ເມືອງຫລວງ​ ຂອງ​ລັດ West Bengal ​ໄປທາງ​ກ້ຳຕາ​ເວັນ​ອອກສຽງ​ເໜືອ, ວັນທີ 14 ມີນາ 2015.

ແມ່​ຊີສູງ​ອາຍຸຄົນ​ນຶ່ງ ຢູ່​ໃນ​ລັດ West Bengal ທາງ​ພາກ​ຕາ​ເວັນ​
ອອກ​ຂອງ​ອິນ​ເດຍ ​ໄດ້​ຖືກ​ຂົ່ມຂືນ​ສຳ​ເລົາໝູ່ ​ໂດຍ​ພວກ​ຜູ້ຊາຍ​
ກຸ່ມນຶ່ງ ຫຼັງຈາກ​ນາງ​ໄດ້​ພະຍາຍາມ​ຢຸດ​ພວກຜູ້ຊາຍ​ດັ່ງກ່າວ​ ທີ່​
ກຳລັງ​ປຸ້ນ​ໂຮງຮຽນ​ສອນ​ສາສະໜາ​ຢູ່​ນັ້ນ.

ຕຳຫລວດ​ກ່າວ​ວ່າ ພວກ​ຜູ້​ຊາຍ 6 ຄົນ ​ໄດ້​ເຂົ້າ​ໄປ​ໃນໂຮງຮຽນ
ຂອງໂບດ Convent of Jesus and Mary ໃນ​ເມືອງ Ranaghat
ຊຶ່ງ​ຢູ່​ໄກ ປະມານ 800 ກິ​ໂລ​ແມັດ ຈາກ Kolkata ​ເມືອງຫລວງ​
ຂອງ​ລັດ West Bengal ​ໄປທາງ​ກ້ຳຕາ​ເວັນ​ອອກສຽງ​ເໜືອ ​ເມື່ອ​
ຕອນ​ເຊົ້າວັນ​ເສົາ​ວານ​ນີ້. ​ຍັງບໍ່​ມີ ​ຄົນ​ຮ້າຍຜູ້​ໃດ ​ຖືກ​ຈັບ​ກຸມ​ໄດ້​ເທື່ອ.

​ແມ່​ຊີຄົນ​ດັ່ງກ່າວ ຊຶ່ງຢູ່​ໃນ​ໄວ 70 ປີ ​ກຳລັງນອນ​ຮັກສາ​ພະຍາ​ບານຢູ່​ໂຮງໝໍ ໃນ​ອາການ
ສາຫັດ.

ພວກ​ນັກ​ສຶກສາ ພໍ່​ແມ່​ ​ແລະ ບັນດາ​ນາຍຄູ ທີ່ໂກດ​ແຄ້ນຈຳນວນ​ນຶ່ງ ​ໄດ້​ພາກັນຕັນ​ຖະໜົນ ​ໃຫຍ່ສາຍ​ນຶ່ງ ​ແລະ ລາງ​ລົດ​ໄຟ ຢູ່​ໃກ້ໆ​ໂບດ​ດັ່ງກ່າວ ​ໄວ້​ເປັນ​ເວລາຫຼາຍຊົ່ວ​ໂມງ ​ຮຽກຮ້ອງ​
ໃຫ້​ຕຳຫລວດ​ປະຕິບັດ​ການ​ຢ່າງ​ຮີບ​ດ່ວນ ​ເພື່ອ​ຈັບ​ກຸມ​ພວກ​ກໍ່​ເຫດ​ດັ່ງກ່າວນັ້ນ.

ການ​ໂຈມ​ຕີ​ທຳຮ້າຍ​ດັ່ງກ່າວ ​ເກີດຂຶ້ນ​ໃນ​ເວລາ ທີ່​ມີ​ຄວາມ​ກັງວົນ​ເພີ້​ມ ຂຶ້ນ​ເລື້ອຍໆ ກ່ຽວ​ກັບ ​ການ​ກະທຳຄວາມ​ຮຸນ​ແຮງ​ທາງ​ເພດ ​ຕໍ່​ພວກ​ແມ່ຍິງໃນ​ອິນ​ເດຍ.

​ເມື່ອ​ຕົ້ນ​ເດືອນ​ນີ້ ອິນ​ເດຍໄດ້​ຫ້າມການ​ນຳອອກ​ສາຍຮູບ​ເງົາ​ເລື້ອງ India’s Daughter
ທີ່​ອິງ​ໃສ່​ເລື້ອງການ​ຂົ່ມຂືນສຳ​ເລົາ​ໝູ່ ຜູ້ຍິງ​ໄວ 23 ປີ​ຄົນ​ນຶ່ງ​ ​ທີໄດ້ຖືກຂ້າ​ຕາຍ ໃນ​ນະຄອນ Delhi ເມື່ອ​ປີ 2012 ​ແລະ ​ຍັງ​ໄດ້​ຂໍຮ້ອງ​ໃຫ້​ເວັບ​ໄຊ YouTube ທີ່ເຜີຍ​ແຜ່​ວີ​ດີ​ໂອນັ້ນ ​ໃຫ້​ເອົາລິ້ງ​ເຊື່ອ​ມຕໍ່ ວີ​ດີ​ໂອ​ເລື້ອງຮູບ​ເງົາ​ດັ່ງກ່າວ​ອອກຈາກ​ເວັບ​ໄຊ.

India rape issue
please wait
Embed

No media source currently available

0:00 0:01:04 0:00

ລັດຖະບານ​ອິນ​ເດຍກ່າວ​ວ່າ ຕົນ​ໄດ້​ຫ້າມ​ຮູບ​ເງົາ​ດັ່ງກ່າວ ບົນ​ພື້ນຖານ​ທີ່​ວ່າ ອາດ​ເປັນເຊື້ອ​
ໄຟ ​ ກໍ່​ໃຫ້ມວນ​ຊົນ​ເກີດ​ຄວາມ​ໂກດ​ແຄ້ນ ​ເພາະວ່າ​ຢູ່​ໃນຮູບ​ເງົາ​ນັ້ນ ມີ​ການ​ສຳ​ພາດ​ກັບ​ທ້າວ Mukesh Singh ຊຶ່ງ​ເປັນ​ຊາຍ​ຄົນ​ນຶ່ງ ​ໃນ​ຈຳນວນ 6 ຄົນ ຜູ້​ທີ່​ໄດ້​ຂົ່ມຂືນ​ນັກ​ສຶກສາຍິງ​ຄົນ​ນັ້ນ.

ຢູ່​ໃນ​ຮູບ​ເງົານັ້ນ ​ທ້າວ Singh ບອກ​ກັບ ນັກ​ຖ່າຍຮູບ​ເງົາ ຂອງ BBC ວ່າ “ຜູ້ຍິງ ​ແມ່ນ​ມີ​
ຄວາມ​ຮັບຜິດຊອບ ຫຼາຍກວ່າຜູ້​ຊາຍ ສຳ​ຫລັບ​ການ ຂົ່ມຂືນ.”

ຫຼາຍມື້ຫຼັງຈາກ​ການ​ຫ້າມສາຍ​ຮູບ​ເງົາ ຫຼາຍພັນ​ຄົນ​ໄດ້​ບຸກ​ເຂົ້າ​ໄປ​ໃນຄຸກ​ທີ່​ມີ​ການປ້ອງ​ກັນ
ໄພສູງ ຢູ່​ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ອິນ​ເດຍ ​ແລ້ວ​ລາກ​ເອົາ​ຜູ້​ຕ້ອງ​ສົງ​ໄສ​ທຳ​
ການ​ຂົ່ມຂືນ​ສຳ​ເລົາ​ຄົນ​ນຶ່ງອອກ​ມາ ​ແລະ ທຸບ​ຕີ​ຜູ້ກ່ຽວ​ຈົນ​ເສຍ​ຊີວິດ.

ວີດີໂອ ກ່ຽວກັບຮູບເງົາສາລະຄະດີ ເລື້ອງ India’s Daughter:

‘India’s Daughter’ Rape Film Premieres in US as Indian Protests Continue
please wait

No media source currently available

0:00 0:02:54 0:00

XS
SM
MD
LG