ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​8 ຄົນ ເສຍຊີວິດ ໃນເຫດລະເບີດ ຢູ່ພາກເໜືອ ໂຊມາເລຍ (ວີດີໂອ)


Somalia
please wait
Embed

No media source currently available

0:00 0:00:34 0:00
ຕໍາຫລວດ​ ​ໃນເຂດ​ເຄິ່ງປົກຄອງ​ຕົນ​ເອງ​ Puntland ຂອງ​ໂຊ​ມາ​
ເລຍ ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ລົດ​ລະ​ເບີດສະລະ​ຊີ​ບ ​ໄດ້​ສັງ
ຫານ​ຢ່າງ​ໜ້ອຍ​ແປດ​ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບອີກ 37 ຄົນ.

ການ​ໂຈມ​ຕີ​ໄດ້​ເກີດ​ຂື້ນ​ໃນວັນ​ພະຫັດ​ວານ​ນີ້ ຢູ່​ທ່າ​ເຮືອເມືອງ
Bosasso ຢູ່​ໃນ ພາກ​ເໜືອ​ຂອງ​ປະ​ເທດ.

ຕໍາຫລວດ​ກ່າວ​ວ່າ ຜູ້ໂຈມ​ຕີ ​ໄດ້​ຂັບ​ລົດ ແລ່ນ​ເຂົ້າ​ໃສ່​ຂະ​ບວນ
ລົດເຈົ້າໜ້າ​ທີ່ຮັກ ສາ​ຄວາມ​ປອດ​ໄພ. ຢ່າງ​ໜ້ອຍ ມີທະຫານ​
ຫົກ​ຄົນ​ ຮວມ​ຢູ່​ໃນບັນດາ​ຜູ້ໄດ້​ຮັບ​ບາດ​ເຈັບ. ​

ຜູ້​ເຫັນ​ເຫດການ​ຄົນ​ນຶ່ງ​ໄດ້​ກ່າວ​ຕໍ່ວີ​ໂອ​ເອ ພະ​ແນ​ກ​ພາສາໂຊ​ມາ​ເລຍວ່າ ຈໍາ ນວນ​ຜູ້​ເສຍ​ຊີວິດ​ອາດເພີ້ມ​ຂື້ນ ​ເພາະວ່າ ຜູ້​ໄດ້​ຮັບ​ບາດ​ເຈັບ​ຈໍານວນ​ນຶ່ງ ​ແມ່ນ ມີ​ອາການ​ສາຫັດ.​

ຍັງ​ບໍ່​ມີ​ກຸ່ມ​ໃດ​ອາງ​ເອົາ​ຄວາມ​ຮັບຜິດຊອບເທື່ອ ​ແຕ່ວ່າລັດຖະບານ Puntland ​ໄດ້​ຖິ້ມ​ໂທດ​ໃສ່​ກຸ່ມ al-Shabab.

ຂົງ​ເຂດ Puntland ​ໄດ້​ລອດ​ພົ້ນຈາກ​ຄວາມ​ຮຸນ​ແຮງ​ທີ່​ຮ້າຍແຮງສຸດ​ຂອງ​ໂຊ​ມາ​ເລຍ ​ແຕ່ກຸ່ມ al-Shabab ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ກໍ່​ການ​ຮ້າຍ al-Qaida ໄດ້​ປາກົດ​ໂຕ​ຢູ່ໃນ​ເຂດ​ພູຜາ ໃກ້​ກັບ​ເມືອງ Bosasso ​ແລະໄດ້​ທຳ​ການໂຈມ​ຕີ​ທີ່​ຄ້າຍຄື​ກັນນີ້ ຢູ່​ພາກໃຕ້ ​ແລະ​ພາກ​ກາງ ​ໂຊ​ມາ​ເລຍ.

ປະທານາທິບໍດີ ​ໂຊ​ມາ​ເລຍ ທ່ານ Hassan Sheikh Mohammud ​ໄດ້​ປະນາມ​ການ​ໂຈມ​ຕີດັ່ງກ່າວ ທີ່​ທ່ານ​ໄດ້​ຖິ້ມ​ໂທດ​ໃສ່ພວກ​ກໍ່​ການ​ຮ້າຍນັ້ນ.

ຄວາມ​ຕຶງຄຽດ​ຢ່າງ​ສູງ​ ​ໄດ້​ດຳ​ເນີນ​ມາ​ຢູ່ໃນ ​Puntland ​ໃນ​ຂະນະ​ທີ່​ດັ່ງກ່າວ​ກະ ກຽມ
ການເລື​ອກຕັ້ງ ​ໃນ​ເດືອນ​ມັງກອນ ທີ່​ຈະ​ມາ​ເຖິງ​ນີ້.
XS
SM
MD
LG