ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

8 ຄົນ ເສຍຊີວິດ ຍ້ອນໄຟໄໝ້ ໂຮງງານ ຢູ່ ບັງກລາແດັສ (ສະໄລດ໌/ວີດີໂອ)


ເຈົ້າໜ້າທີ່ບໍລິສັດໂຮງງານຕັດຫຍິບ Tung Hai ຄົນນຶ່ງ ຢືນຢູ່ ຕໍ່ໜ໊າຕຶກ ທີ່ຖືກໄຟໄໝ້
ເຈົ້າໜ້າທີ່ບໍລິສັດໂຮງງານຕັດຫຍິບ Tung Hai ຄົນນຶ່ງ ຢືນຢູ່ ຕໍ່ໜ໊າຕຶກ ທີ່ຖືກໄຟໄໝ້
ບັນດາ​ເຈົ້າ​ໜ້າ​ທີ່ບັງ​ກລາ​ແດັສ ກ່າວ​ວ່າ ຢ່າ​ງໜ້ອຍ​ 8 ​ຄົນ ​ໄດ້​ເສຍ
ຊີວິດ ຍ້ອນ​ໄຟໄໜ້​ໂຮງງານ​ຕັດ​ຫຍິບ​ ຢູ່​ນະຄອນຫລວງ ໃນ​ຕອນ
​ແລງ​ຂອງວັນ​ພຸດ​ວານ​ນີ້.

​ໄຟ​ໄດ້​ເລີ້ມໄໝ້​ຂຶ້ນ​ຢູ່ໂຮງງາ​ນ​ເຮັດ​ເສື້ອກັນ​ໜາວ Tung Hai ໃນ
ເມືອງ Mirpur ເຂດກຳ​ແພງນະຄອນຫຼວງ Dhaka ຫລັງ​ຈາກພວກ​
ຄົນ​ງານສ່ວນ​ໃຫຍ່ ພາກັນ ກັບເມືອ​ບ້ານໝົດ​ແລ້ວ.

ພວກ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ຕໍາຫລວດແລະ​ບັນດາ​ເຈົ້າ​ໜ້າ​ທີ່​ໂຮງ​ງານ​ຕັດຫຍິບພວມ ​ປະຊຸມ​ກັນຢູ່​ໃນ​ຕຶກ​ອາຄານ 11 ​ຊັ້ນ​ແຫ່ງ​ນັ້ນ ໃນ​ເວລາ​ເກີດ​ໄຟ​ໄໝ້.


ໃນ​ຕອນ​ເຊົ້າ​ຂອງ​ວັນ​ພຸດ​ວານ​ນີ້ ລັດຖະບານບັງ​ກລາ​ແດັສ ກ່າວ​ວ່າ ຕົນ​ໄດ້​ສັ່ງ ປິດ
ໂຮງງານ​ຕັດຫຍິບ 18 ​ແຫ່ງ ຍ້ອນ​ເຫດຜົນ​ດ້ານຄວາມ​ປອດ​ໄພ ຫຼັງຈາກ​ຕຶກ​ອາຄານ
ທີ່​ເປັນ​ບ່ອນ​ຕັ້ງຂອງ​ໂຮງງານ​ຕັດຫຍິບ 5 ບໍລິສັດພັງ​ລົງ​ໃນ​ວັນ​ທີ 24 ​ເມ​ສາ​ແລ້ວນີ້.
ຈໍານວນ​ຜູ້​ເສຍ​ຊີວິດ​ຈາກ​ອຸ​ບັດ​ເຫດ​ດັ່ງກ່າວ ໄດ້​ເພີ້​ມຂື້ນເປັນຫລາຍ​ກວ່າ 900 ຄົນ​ແລ້ວ.

ອຸດສາຫະກໍາ​ແຜ່ນແພ​ຂອງບັງ​ກລາ​ແດັສ ທີ່​ມີ​ມູນ​ຄ່າ 20 ພັນ​ລ້ານ​ໂດ​ລາ ​ແມ່ນປະ
ກອບ​ເປັນເກືອບ 80 ເປີ​ເຊັນ​ໃນການ​ສົ່ງອອກ​ສິນຄ້າ​ຂອງ​ປະ​ເທດ.

ວີດິໂອກ່ຽວກັບການກູ້ໄພ ຢູ່ບ່ອນຕຶກພັງ:

Bangladesh
please wait
Embed

No media source currently available

0:00 0:00:59 0:00
XS
SM
MD
LG