ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

8 ຄົນ ບາດເຈັບ ຍ້ອນປະທະ ກັບຕໍາຫຼວດ ທີ່ນະຄອນຫຼວງ ພະນົມເປັນ (ວີດີໂອ/ສະໄລດ໌)


ຕໍາຫລວດປາບຈາລາຈົນ ກີດຂວາງພວກປະທ້ວງ ທີ່ນໍາພາ ໂດຍທ່ານ Mam Sonando ເຈົ້າ​ຂອງສະຖານີ​ວິທະຍຸ​
ຕໍາຫລວດປາບຈາລາຈົນ ກີດຂວາງພວກປະທ້ວງ ທີ່ນໍາພາ ໂດຍທ່ານ Mam Sonando ເຈົ້າ​ຂອງສະຖານີ​ວິທະຍຸ​
ທີ່ກໍາປູເຈຍ ຕໍາຫລວດ​ປາບຈາລະ​ຈົນ ​ໄດ້​ປະ​ທະ​ກັບ​ພວກ​ປະ​
ທ້ວງ​ຕໍ່ຕ້ານ​ລັດຖະບານ ​ຢູ່ນະຄອນ​ຫລວງພະນົມ​ເປັນ ​ໃນ​ວັນ
​ຈັນ​ມື້​ນີ້ ​ເຮັດ​ໃຫ້​ພວກ​ປະ​ທ້ວງຢ່າງນ້ອຍແປດ​ຄົນ​ ໄດ້​ຮັບ​ບາດ
​ເຈັບ.

ຕໍາຫລວດ ​ໄດ້​ຍິ່ງ ​ກະປ໋ອງ​ຄວັນ​ໄຟ ​ແລະໃຊ້​ໄມ້​ຄ້ອນ ຂັບ​ໄລ່
​ພວກ​ປະ​ທ້ວງ ​ຫລາຍ​ຮ້ອຍ​ຄົນ ​ໃຫ້​ສະຫລາຍ​ໂຕ ຢູ່​ຕໍ່ໜ້າ​ກະ
ຊວງ​ຖະ​ແຫຼ​ງຂ່າວ​ໃນ​ພະນົມ​ເປັນ. ພວກ​ປະ​ທ້ວງ​ໄດ້​ຮຽກຮ້ອງ
​ໃຫ້​ ທາງ​ການອອກ​ໃບ​ອະນຸ​ຍາດ ໃຫ້​ສະຖານີ​ໂທລະພາບ​ໃໝ່
ທີ່​ຈະເປັນ​ເອກະລາດ ຈາກ​ລັດຖະບານຂອງນາຍົກລັດຖະມົນ
ຕີ ທ່ານ Hun Sen.



ທ່ານ Mam Sonando ເຈົ້າ​ຂອງສະຖານີ​ວິທະຍຸ​ ​ໄດ້​ເປັນ​ຜູ້​ນໍາພາ​ການ​ປະ​ທ້ວງ​. ວິທະຍຸ Beehive ຂອງ​ທ່ານ ຖ່າຍ​ທອດ ລາຍການ​ຂອງວິທະຍຸວີ​ໂອ​ເອ ​ແລະ ​ເອ​ເຊຍ​ເສຣີ ​ແລະ​ລາຍການຂອງ​ວິທະຍຸ​ຕ່າງປະ​ເທດ​ອື່ນໆ ອອກ​ອາກາດ.


ປັດຈຸ​ບັນ​ນີ້ ສະຖານີ​ໂທລະພາບ​ທັງ​ໝົດ ມີການພົວພັນເຊື່ອມ​ໂຍງ​ຢ່າງ​ໃກ້​ຊິດ​ ກັບລັດຖະ
ບານ ທີ່​ບໍ່​ອະ​ນຸ​ຍາດ​ໃຫ້ຕັ້ງ​ສະຖານີ​ໃໝ່​ຂຶ້ນ ​ໂດຍ​ອ້າງວ່າ ບໍ່​ມີ​ຄື້ນ ຫວ່າງໃຫ້.

ລັດຖະບານ​ໄດ້​ປະກາດ​ຫ້າມ ການ​ປະ​ທ້ວງ​ຢູ່​ຕາມ​ຖະໜົນ​ຫົນທາງ​ຢູ່ໃນ​ເມືອງ​ຫລວງຫລັງ
​ຈາກ​ຄື້ນຟອງ ການ​ປະ​ທ້ວງ​ໃນ​ເດືອນ​ມັງກອນ ທີ່ທ້າ​ທາຍ​ຕໍ່​ຜົນ​ການ​ເລືອກ​ຕັ້ງ​ປີ​ແລ້ວນີ້
ຊຶ່ງ​ຝ່າຍ​ຄ້ານ​ກ່າວ​ຫາ​ວ່າ ​ມີ​ການ​ສໍ້​ໂກງ​ນັ້ນ.

cambodia
please wait
Embed

No media source currently available

0:00 0:00:58 0:00
XS
SM
MD
LG