ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ຢຸດ​ຍິງ​ໃນ​ຊິ​ເຣຍ ສ້າງຄວາມງຽບ​ສະຫ​ງົບ​ໃນ​ສ່ວນ​ໃຫຍ່​ຂອງ​ປະ​ເທດ


Syria Ceasefire
please wait
Embed

No media source currently available

0:00 0:01:08 0:00

ການ​ຢຸດ​ຍິງ​ໃນ​ຊິ​ເຣຍ ເລີ້ມມີ​ຜົນ​ບັງຄັບ​ໃຊ້​ເຕັມ​ມື້ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໂດຍ​ມີລາຍ​ງານວ່າ ​ມີຄວາມງຽບ​ສະຫ​ງົບ​ໃນ​ສ່ວນ​ໃຫຍ່​ຂອງ​ປະ​ເທດ​ແລະ​ມີການ​ປະ​ທະ​ກັນແລະຄວາມ ​ຮຸນ​ແຮງເລັກ​ນ້ອຍ ບໍ່​ເທົ່າ​ໃດ​ກໍລະນີ​ເທົ່າ​ນັ້ນ.

ການ​ຢຸດ​ຍິງ​ໄດ້​ມີ​ຜົນບັງຄັບ​ໃຊ້ຫຼັງ​ຈາກ​ພະ​ອາທິດ​ຕົກ​ຂອງ​ວັນ​ຈັນ​ວານ​ນີ້. ບໍ່ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ ​ໄດ້​ປະກາດ​ໄປ​ວ່າ “ມັນ​ອາດ​ຈະ​ເປັນ​ໂອກາດ​ສຸດ​ທ້າຍ” ທີ່​ຈະ​ຮັກສາ​ປະ​ເທດ​ໄວ້ ຈາກ​ຮອຍ​ລ້າວ​ທີ່ເປັນ​ຜົນ​ເນື່ອງ​ມາ​ຈາກສົງຄາມ​ກາງ​ເມືອງ ​ເປັນ​ເວລາ 5 ປີ ​ຢູ່​ໃນ​ປະ​ເທດ​ດັ່ງກ່າວ.

ທ່ານ​ໄດ້​ກ່າວ​ວ່າ ມັນ​ຍັງ​ເປັນ​ການ​ໄວ​ເກີນ​ໄປ ​ ​ທີ່​ຈະ​ລົງ​ຄວາມ​ເຫັນ​ໄດ້​ ກ່ຽວ​ກັບປະສິດທິ​ຜົນ​ ຂອງຂໍ້​ຕົກລົງ​ຢຸດ​ຍິງ ທີ່ສະຫະລັດ​ແລະຣັດ​ເຊຍ ເປັນ​ຜູ້​ໄກ່​ເກ່ຍ.

ການ​ຕົກລົງ​ທີ່​ວ່າ​ນີ້ ​ແມ່ນ​ໄດ້​ປະກາດ​ໄປ ​ໃນ​ເຊົ້າ​ວັນ​ເສົາ​ທີ່​ຜ່ານ​ມາ ​ທີ່ນະຄ​ອນ​ເຈ​ນິວາ ​ໂດຍ ທ່ານ Kerry ​ແລະ​ ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ຊຶ່ງ​ຂໍ້​ຕົກ ລົງ​ດັ່ງກ່າວ​ນີ້ ​ໄດ້​ຮັບ​ການ​ສະໜັບສະໜຸນ ​ໂດຍ​ຫຼາຍໆ​ປະ​ເທດ ຊຶ່ງ​ຮວມມີ ອິຣ່ານ ທີ່​ເປັນ​ຜູ້​ໜຸນ​ຫຼັງລັດຖະບານ​ຊິ​ເຣຍ ​ແລະ​ເທີ​ກີ ຊຶ່ງ​ຮຽກຮ້ອງ​ໃຫ້​ມີ​ການ​ໂຄ່ນ​ລົ້ມ ປະທາ​ນາ​ທິບໍດີ​ຊິ​ເຣຍ ທ່ານ Bashar al-Assad ອອກ​ຈາກ​ອຳນາດ ​ທີ່​ນະຄອນ Damascus.

ລັດຖະມົນຕີການຕ່າງປະເທດ ທ່ານ John Kerry ແລະລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ Sergei Lavrov ຈັບມືກັນໃນກອງປະຊຸມ ຖະແຫຼງຂ່າວ ທີ່ໄດ້ພົບປະກັນໃນນະຄອນ Geneva, Switzerland, 9 ກັນຍາ, 2016.
ລັດຖະມົນຕີການຕ່າງປະເທດ ທ່ານ John Kerry ແລະລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ Sergei Lavrov ຈັບມືກັນໃນກອງປະຊຸມ ຖະແຫຼງຂ່າວ ທີ່ໄດ້ພົບປະກັນໃນນະຄອນ Geneva, Switzerland, 9 ກັນຍາ, 2016.

​ໃນການ​ຮ້ອງ​ຂໍ​ຈາກ​ບ່ອນ​ຖະ​ແຫຼງຂ່າວ​ຂອງກະຊວງ​ການ​ຕ່າງປະ​ເທດນັ້ນທ່ານ Kerry ໄດ້​ຮຽກຮ້ອງ​ໃຫ້​ທຸກ​ພັກ​ຝ່າຍ ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ຢຸດ​ຍິງຊຶ່ງ ທ່ານ Kerry ທຳນາຍວ່າ ມັນ​ຈະ​ມີ​ການ​ທ້າ​ທາຍ​ໃນ​ໄລ​ລະ​ຫຼາຍ​ມື້​ຕໍ່ໜ້າ​ ກ່ອນ​ທີ່ການ​ຢຸດ​ຍິງຂະ​ໄດ້​ຮັບ​ການ​ປະຕິບັດແລະ ການ​ແຜ້ວ​ທາງ​ໄປ​ສູ່​ການ​ເປີດ​ທາງ​ໃຫ້​ຊ່ອຍ​ເຫຼືອ​ແລະ​ເຂົ້າ​ເຖິງ​ດ້ານ​ມະນຸດສະທຳ​ທີ່​ສຳຄັນ​ແລະ​ຈຳ​ເປັນ ​ໃນ​ຂົງ​ເຂດ​ທີ່ໄດ້​ຮັບ​ຜົນກະທົບ​ຢ່າງ​ຮ້າຍ​ແຮງນັ້ນ.

ພວກກະບົດຢືນເຝົ້າຍາມ ໃນຂະນະທີ່ພວກຜູ້ຄົນ ຢືນລໍຖ້າເຂົ້າໜົມປັງ ໃນເຂດທີ່ໝັ້ນຂອງ al-Shaar ທີ່ຢູ່ໃກ້ຄຽງ ນະຄອນ Aleppo, ຊິເຣຍ, 14 ກັນຍາ, 2016.
ພວກກະບົດຢືນເຝົ້າຍາມ ໃນຂະນະທີ່ພວກຜູ້ຄົນ ຢືນລໍຖ້າເຂົ້າໜົມປັງ ໃນເຂດທີ່ໝັ້ນຂອງ al-Shaar ທີ່ຢູ່ໃກ້ຄຽງ ນະຄອນ Aleppo, ຊິເຣຍ, 14 ກັນຍາ, 2016.

​ເຈັດ​ມື້ ຂອງໄລຍະ​ທີ່​ຖື​ວ່າ​ງຽບ​ສະ​ງົຫບ​ລົງ​ນັ້ນ ພາຍ​ໃຕ້​ຂໍ້​ຕົກລົງນີ້ ຈະ​ນຳ​ໄປ​ສູ່​ການ​ໂຈ​ມີ​ຕີ​ທາງ​ອາກດາ​ແບບ​ມີ​ການ​ປະສານ​ງານ​ລະຫວ່າງ ​ສະຫະລັດ ​ແລະຣັດ​ເຊຍ ຕໍ່ຕ້ານ​ກຸ່ມ​ລັດ​ອິສລາມ ​ແລະ​ກຸ່ມ​ al-Nusra ທີ່ເປັນສາຂາ​ນຶ່ງຂອງ​ກຸ່ມ al-Qaida.

ຂໍ້​ຕົກລົງ​ທີ່​ວ່າ​ນີ້ “ບໍ່​ໄດ້​ມີ​ຂໍ້​ກຳນົດ​ໃດໆ ເພື່ອ​ໃຫ້​ສະຫະລັດ​ແລະຣັດ​ເຊຍ ອະນຸ​ໝັດ​ການ
​ໂຈມ​ຕີ​ທາງ​ອາກາດ​ຂອງ​ອຳນາດການປົກຄອງຊິ​ເຣຍ ​ແລະ​ນີ້ ບໍ່​ແມ່ນ​ສິ່ງ​ໃດ​ສິ່ງ​ນຶ່ງ​ທີ່​ພວກ​ເຮົາ​ມອງ​ເຫັນ​ວ່າ ຈະ​ກະທຳ. ນັ້ນຄື​ຄຳ​ເວົ້າຂອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດສະຫະ ລັດ ທ່ານ John Kirby ​ແລະ​ທ່ານ​ກ່າວ​ຕື່ມ​ວ່າ ຈຸດປະສົງ​ຫຼັກ​ຂອງ​ຂໍ້​ຕົກລົງ​ນີ້ ຈາກ​ມຸມ​ມອງ​ຂອງ​ພວກ​ເຮົາແລ້ວ ກໍ​ແມ່ນ​ວ່າ ຈະ​ປ້ອງ​ກັນການ​ໂຈມ​ຕີ​ທາງ​ອາກາດ​ຂອງລະບອບ​ພະ​ເດັດ​ການຊິ​ເຣຍ ຂອງ​ກອງທັບ​ອາກາດ​ຊີ​ເຣຍ ໃສ່​ເຂດ​ໃດ​ ກໍ​ຕາມ​ແຕ່ ​ໃນ​ອັນ​ທີ່​ພວກ​ຕໍ່ຕ້ານ ຫຼື​ການ​ມີໜ້າ​ຂອງ​ກຸ່ມ Nusra.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG