ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Sissi ກ່າວວ່າ ກຸ່ມພະລາດອນພາບ ມຸສລິມ ຈະບໍ່ມີ ອະນາຄົດ ໃນອີຈິບ (ວີດີໂອ/ສະໄລດ໌)


Egypt Sissi VOSOT
please wait
Embed

No media source currently available

0:00 0:01:17 0:00
ອະດີດຜູ້ບັນຊາການທະຫານອີຈິບ ທ່ານ Abdel-Fattah
el-Sissi ກ່າວວ່າ ກຸ່ມພະລາດອນພາບມຸສລິມບໍ່ມີອະນາຄົດ
ໃນອີຈິບ ຖ້າຫາກທ່ານຊະນະ ການເລືອກຕັ້ງປະທານາທິບໍດີ
ຂອງປະເທດ ຊຶ່ງຈະມີຂຶ້ນໃນທ້າຍເດືອນນີ້.

ທ່ານ Sissi ຊຶ່ງຄາດກັນຢ່າງກວ້າງຂວາງວ່າຈະເປັນຜູ້ໄດ້ຮັບ
ໄຊຊະນະ ແລະໄດ້ກ່າວໃນ ການໃຫ້ສຳພາດທີ່ອອກອາກາດ
ໃນວັນຈັນວານນີ້ວ່າ ກຸ່ມພະລາດອນພາບມຸສລິມ ແລະປະທາ
​ນາ​ທິບໍດີ Mohamed Morsi ແມ່ນໄດ້ຈົບລົງແລ້ວ.

ທ່ານ Sissi ກ່າວອ້າງເຖິງການປະທ້ວງ ໃນວັນທີ 30 ມິຖຸນາ
ປີກາຍນີ້ ທີ່ໄດ້ພາໃຫ້ ມີຜູ້ຄົນເດີນຂະບວນຫຼາຍລ້ານຄົນ ຕໍ່ຕ້ານທ່ານ Morsi ພຽງແຕ່
ປີດຽວເທົ່ານັ້ນ ຫລັງຈາກຜູ້ ຽວຂຶ້ນຄອງຕຳແໜ່ງປະທານາທິບໍດີ.

ພວກຕຳໜິຕິຕຽນກ່າວຫາທ່ານວ່າ ພະຍາຍາມ ກຳເອົາອຳນາດແຕ່ພຽງຜູ້ດຽວ ແລະບໍ່
ສາມາດແກ້ໄຂວິກິດການເສດຖະກິດຂອງອີຈິບໄດ້. ທ່ານ Sissi ຊຶ່ງໄດ້ຮັບໃຊ້ຊາດ ໃນຖານະຜູ້ບັນຊາການທະຫານນັ້ນ ໄດ້ໂຄ່ນລົ້ມທ່ານ Morsi ບໍ່ເທົ່າໃດມື້ຕໍ່ມາ.
XS
SM
MD
LG