ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມ​ ພະລາດອນພາບ ​ມຸສລິ​ມ ຮຽກຮ້ອງ​ ໃຫ້​ມີ​ການ​ປະ​ທ້ວງ​ ຂະໜາດ​ໃຫຍ່ອີກ​ (ວີດີໂອ/ສະໄລດ໌)


ເດັກຊາຍຢືນຢູ່ໃກ້ໆໂຄມໄຟແບບດັ້ງເດີມ ຊຶ່ງເປັນສັນຍາລັກຂອງ ເດືອນຖືສິນອົດກິນເຂົ້າກາງເວັນ Ramadan ທີ່ຢູ່ໃກ້ກັບໂປສເຕີ ຂອງທ່ານ Morsi.
ເດັກຊາຍຢືນຢູ່ໃກ້ໆໂຄມໄຟແບບດັ້ງເດີມ ຊຶ່ງເປັນສັນຍາລັກຂອງ ເດືອນຖືສິນອົດກິນເຂົ້າກາງເວັນ Ramadan ທີ່ຢູ່ໃກ້ກັບໂປສເຕີ ຂອງທ່ານ Morsi.
ກຸ່ມ​ພະລາດອນພາບ​ມຸສລິ​ມ ຮຽກຮ້ອງ​ໃຫ້​ມີ​ການ​ປະ​ທ້ວງ​ຂະໜາດ
​ໃຫຍ່ອີກ​ໃນ​ວັນ​ພຸດ​ມື້​ນີ້​ເພື່ອ​ສືບ​ຕໍ່​ສະ​ແດງ​ການ​ຄັດຄ້ານ​ຂອງ​ຕົນ ​
ຕໍ່​ການ​ປ່ຽນແປງ​ທາງ​ການ​ເມືອງ​ໃນ​ໄລຍະ​ຂ້າມ​ຜ່ານ ທີ່​ກໍາລັງ​
ດໍາ​ເນີນ​ໄປໃນ​ອີຈິບ ຫຼັງຈາກການໂຄ່​ນລົ້ມປະທາ​ນາ​ທິບໍດີ
Mohamed Morsi ​ແລ້ວ​ນັ້ນ.

ກຸ່ມ​ອິສລາມ​ດັ່ງກ່າວໄດ້ຢືນ​ຢັດໃຫ້ນໍາ​ເອົາທ່ານ Morsi ກັບ​ຄືນມາ​ກໍາ​ຕໍາ​ແໜ່​ງ​ຄື​ເກົ່າ ແລະກໍ
ປະຕິ​ເສດ​ຕໍ່​ການ​ມີ​ສ່ວນ​ປະກອບ​ໃດໆ​ທັງ​ສິ້ນ ​ໃນ​ການ​ປະກອບ​ລັດຖະບານ​ຊົ່ວຄາວ​ນັ້ນ.

ຄະນະລັດຖະບານ​ທີ່​ຫາ​ກໍ​ສາບານ​ຕົວ​ເຂົ້າ​ຮັບ​ຕໍາ​ແໜ່ງ​ ທີ່​ນໍາພາ​ໂດຍນາຍົກ​ລັດຖະມົນຕີ
​ຊົ່ວຄາວ ທ່ານ Hazem el-Beblawi ​ໄດ້​ເລີ່​ມ​ເຮັດ​ວຽກ​ໃນ​ວັນ​ພຸດ​ມື້​ນີ້ ​ໂດຍ​ປາດ​ສະ​ຈາກ​ສະມາ​ຊິກ​ຂອງພັກ​ນິຍົມສາສະໜາ​ອິສລາມໃດໆ.


ຄະນະລັດຖະບານ​ ໃໝ່ ທີ່​ປະກອບ​ດ້ວຍພວກ​ຫົວ​ເສລີ​ນິຍົມ ​ແລະພວກ​ຊ່ຽວຊານ​ດ້ານ​ວິຊາ
​ການ ​ເປັນ​ສ່ວນ​ໃຫຍ່​ນັ້ນ ​ມີສະມາຊິກ 7 ​ຄົນຈາກ​ຄະນະລັດ​ຖະບານ​ຊຸດ​ກ່ອນ ຊຶ່ງ​ຮວມທັງ
ຜູ້​ບັນຊາ​ການ​ທະ​ຫານ ນາຍ​ພົນ Abdel-Fattah al-Sissi ຜູ້​ທີ່​ໂຄ່ນ​ລົ້ມທ່ານ Morsi
​ແລະບັດ​ນີ້ຈະ​ກໍາ​ຕໍາ​ແໜ່ງລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ​ແລະ​ຮອງ​ນາຍົກລັດຖະມົນຕີນໍາ.

ມີແມ່ຍິງ 3 ຄົນ ​ຖືກ​ເລືອກ​ເຂົ້າ​ຮັບ​ຕໍາ​ແໜ່​ງລັດຖະມົນຕີກະຊວງສາ​ທະ​ລະນະ​ສຸກ, ຖະ​ແຫຼງ
ຂ່າວ ແລະ​ສະພາບ​ແວດ​ລ້ອມ.

ຫົວໜ້າ ​ຝ່າຍນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ສະຫະພາບຢູ​ໂຣບ ຫຼື EU ທ່ານ​ນາງ
Catherine Ashton ​ໄດ້​ຮຽກຮ້ອງໃຫ້ອີ​ຈິບ ດໍາ​ເນີນຂັ້ນ​ຕອນ​ທາງການ​ເມືອງ​ທີ່​ຮວມ​ເອົາ
​ທຸກ​ກຸ່ມ​ຝ່າຍ ​ໃນ​ຂະນະ​ທີ່​ທ່ານ​ນາງ​ໄປ​ຢ້ຽມຢາມ​ອີ​ຈິບ ​ເພື່ອ​ສົນທະນາ​ຫາລື​ກັບທ່ານ Be-
blawi ​ແລະ​ປະທານາທິບໍດີ Adly Mansour. EU ​ໄດ້​ກ່າວໃນ​ຖະ​ແຫຼ​ງການ​ກ່ອນ​ການ​
ຢ້ຽມຢາມຂອງ​ທ່ານ​ນາງວ່າ ນອກ​ນີ້​ແລ້ວ ​ທ່ານ​ນາງ​ຍັງ​ຈະ​ພົບປະ​ຜູ້ຕາງໜ້າ​ຂອງ​ພະລັງ
ທາງ​ການ​ເມືອງ​ອື່ນໆ​ອີກ ແຕ່​ບໍ່​ໄດ້​ລະບຸ​ວ່າ ​ກຸ່ມ​ໃດ​.

Egypt Wednesday VOSR
please wait
Embed

No media source currently available

0:00 0:00:28 0:00
XS
SM
MD
LG