ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍພົນ Sissi ລາອອກ ເພື່ອເຂົ້າແຂ່ງຂັນ ເປັນ ປ. ອີຈິບ (ສະໄລດ໌/ວີດີໂອ)


Egypt's Sissi Announces Presidential Run
please wait

No media source currently available

0:00 0:02:47 0:00

ເບິ່ງວີດີໂອ ກ່ຽວກັບເລື້ອງນີ້.

ຜູ້ບັນຊາການກອງທັບ​ອີ​ຈິບ ນາຍ​ພົນ Abdel Fattah el-Sissi
​ໄດ້​ປະກາດ​ໃຫ້​ຮູ້ຢ່າງ​ເປັນ​ທາງ​ການ​ວ່າ ທ່ານຈະລາ​ອອກ​ຈາກ
​ຕຳ​ແໜ່​ງ​ໃນ​ກອງທັບ ​ເພື່ອ​ວ່າ​ທ່ານ​ຈະ​ສາມາດ​ສະມັກເຂົ້າ​ແຂ່ງ
ຂັນ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໄດ້ ທີ່​ທ່ານ​ຄາດວ່າ​ຈະ​ໄດ້
​ຮັບ​ໄຊຊະນະ​ຢ່າງ​ງ່າຍດາຍ​ນັ້ນ.

​ໃນ​ການ​ກ່າວ​ປາ​ໄສ ​ທາງ​ໂທລະພາບ​ຕໍ່​ປະ​ເທດ​ຊາດ​ ໃນ​ວັນ​ພຸດ​
ວານ​ນີ້ ນາຍ​ພົນ Sissi ກ່າວ​ວ່າ ອີ​ຈິບ​ກຳລັງ​ຖືກ​ຂົ່ມຂູ່​ຈາກ​ພວກ
​ກໍ່​ການ​ຮ້າຍແລະ​ວ່າ ​ເວລາ​ນີ້ມັນ​ ເປັນ​ເວລາ​ທີ່​ຟື້ນ​ຟູ​ແລະ​ສ້າງສາ
​ປະ​ເທດ​ຄືນ​ໃໝ່​ ດ້ວຍ​ກຽດ​ສັກ​ສີ.

ທ່ານ​ເຕືອນ​ວ່າ ທ່ານ​ບໍ່​ສາມາດ​ປົວ​ແປງ​ບັນຫາ​ຂອງ​ປະ​ເທດ​ໄດ້ ​ເຊັ່ນ​ການ​ເສດຖະກິດ​
ທີ່​ບໍ່​ດີ​ແລະ​ການ​ຫວ່າງ​ງານ​ທີ່​ສູງ ​ໂດຍ​ລຳພັງ​ຜູ້​ດຽວ ​ແລະ​ວ່າ​ໝົດ​ທຸກຄົນ ຕ້ອງ​ດຳ​ເນີນ​
ງານ​ຮ່ວມ​ກັນ ​ເພື່ອ​ສ້າງສາ​ອີ​ຈິບຄືນ​ໃໝ່.

ທ່ານ Sissi ​ໄດ້​ບັນ​ລະ​ຍາຍ​ກ່ຽວກັບອີ​ຈິບວ່າ ​ເປັນ​ປະ​ເທດ​ທີ່ສົມຄວນ​ຈະ​ໄດ້​ຮັບ​ການ
​ເຄົາລົບນັບຖື ແລະຕິຕຽນ​ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ການ​ເຂົ້າ​ແຊກ​ແຊງ​ເປັນ​ບາງຄັ້ງ​
ບາງ​ຄາວ​ໃນຫວ່າງບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້​ໂດຍ​ການ​ເຄື່ອນ​ໄຫວ​ຕ່າງໆ​ຈາກຕ່າງປະ
​ເທດ​ແລະ​ໃນ​ພາກ​ພື້ນ ທັງ​ໃນ​ດ້ານ​ການ​ເມືອງ​ແລະ​ສື່​ມວນ​ຊົນ​ນັ້ນຊຶ່ງ​ທ່ານ​ກ່າວຕື່ມ
ວ່າ:

ທ່ານ Sissi ກ່າວ​ວ່າ “ອີ​ຈິ​ບບໍ່​ແມ່ນ​ເດີ່ນ​ຫຼິ້ນ​ສຳລັບ​ກຸ່ມ​ໃດໆ​ພາຍ​ໃນປະ
ເທດໃນ​ພາກ​ພື້ນຫຼື​ນາໆ​ຊາດ ​ແລະ​ຈະ​ບໍ່​ເປັນ​ແນວ​ນັ້ນ​ຈັກ​ເທື່ອ. ພວກ​
ເຮົາບໍ່ໄດ້​ເຂົ້າ​ແຊກ​ແຊງ​ໃນ​ທຸລະ​ກິດ​ຂອງ​ຄົນ​ອື່ນໆ ​ແລະພວກ​ເຮົາ​ຈະ
​ບໍ່​ປະປ່ອຍ​ໃຫ້​ຄົນ​ອື່ນໆ​ມາ​ເຂົ້າ​ແຊກ​ແຊງ​ໃນ​ທຸລະ​ກິດຂອງ​ພວກ​ເຮົາ.”


ການ​ຕັດສິນ​ໃຈ​ຂອງ​ທ່ານ Sissi ​ເຂົ້າ​ແຂ່ງຂັນ​ເປັນ​ປະທານ​າທິບໍດີ​ນີ້ ​ໄດ້​ມີ​ການ
ຄາດ​ການ​ກັນ​ມາ​ຢ່າງ​ແຜ່​ຫຼາຍ​ລ່ວງ​ໜ້າ​ແລ້ວ ​ແລະ​ເບິ່ງ​ຄື​ວ່າ​ທ່ານ​ຈະ​ໄດ້​ຮັບ​ການ​
ໜຸນ​ຫຼັງຢ່າງ​ຈະ​ແຈ້ງ​ຂອງ​ພວກ​ທະຫານ​ທີ່​ມີ​ອຳນາດ​ຢ່າງ​ຫຼວງ​ຫຼາຍ​ຂອງ​ອີ​ຈິ​ບນັ້ນ.

ທ່ານ Sissi ຊຶ່ງ​ເຄີຍ​ຮັບ​ໃຊ້ເປັນ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ມາ​ແລ້ວ​ເຊັ່ນ​ກັນ ໄດ້
ເປັນນາຍ​ທະຫານ​ທີ່​ສຳຄັນ​ໃນ​ການ​ໂຄ່ນ​ລົ້ມ​ປະທານາທິບໍດີ Mohamed Morsi
ຫົວນິຍົມ​ອິສລາມ ອອກ​ຈາກ​ຕຳ​ແໜ່​ງ​ໃນ​ປີ​ແລ້ວ​ນີ້ ພາຍຫຼັງ​ເກີດ​ການ​ປະ​ທ້ວງ​ຂອງ​
ມວນ​ຊົນມາ​ຫຼາຍ​ເດືອນຄັດຄ້ານ​ຕໍ່ຕ້ານ​ການ​ປົກຄອງ​ຂອງ​ທ່ານMorsi ນັ້ນ.

​ໃນ​ຕອນ​ເຊົ້າ​ວັນ​ພຸດ​ວານ​ນີ້ ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ອີ​ຈິບ ​ແລະ​ພວກ​ສະ
ໜັບສະໜຸນ​ອະດີດ​ປະທານາທິບໍດີ​ທີ່​ຖືກ​ໂຄ່ນ​ລົ້ມ​ໄປ ​ໄດ້​ປະ​ທະ​ກັນ ​ເຮັດ​ໃຫ້​ປະ
ຊາຊົນ​ຄົນ​ນຶ່ງ​ເສຍ​ຊີວິດ. ບັນດາ​ເຈົ້າ​ໜ້າ​ທີ່​ອີ​ຈິບ ກ່າວ​ວ່າ ຢ່າງ​ໜ້ອຍ​ປະຊາ ຊົນ​ຕື່ມ
​ອີກ 8 ຄົນ ​ໄດ້​ຮັບ​ບາດ​ເຈັບ​ໃນ​ການຕໍ່​ສູ້ກັນ​ຢູ່​ໃກ້ໆ​ກັບ​ມະຫາວິທະຍາ​ໄລ​ກຸງ​ໄຄ​ໂຣ
ນັ້ນ.

ຕຳຫຼວດ​ປາບຈະລາຈົນ ​ໄດ້​ຍິງ​ແກັສນ້ຳຕາເຂົ້າ​ໃສ່​ພວກ​ນັກ​ສຶກສາ​ທີ່​ພາກັນ​ເດີນ ຂະບວນປະ​ທ້ວງ​ຕໍ່ຕ້ານ​ການ​ຕັດສິນ​ຂອງ​ສານ​ໃນ​ສັບປະດາ​ນີ້ ທີ່​ໄດ້​ຕັດສິນ​ລົງ
​ໂທດ​ປະຫານ​ຊີວິດ​ພວກ​ສະມາຊິກ​ກຸ່ມ​ພະລາດອນພາບ​ມຸສລິ​ມ 529 ຄົນ ​ໃນ​ຂໍ້
​ຫາ ທຳ​ການຄາດ​ຕະກຳ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຄົນ​ນຶ່ງ ພ້ອມ​ທັງ​ການ​ໂຈມ​ຕີ​ປ້ອມ​ຕຳ
ຫຼວດ​ແຫ່ງ​ນຶ່ງແລະ​ພຶດຕິ​ກຳ​ກໍ່​ຄວາມ​ຮຸນ​ແຮງ​ອື່ນໆ. ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ
​ແລະ​ພວກ​ນັກ​ສຶກສາ​ໄດ້​ປະ​ທະ​ກັນ​ເຊັ່ນ​ກັນ ​ໃນ​ເມືອງ Zagazig ​ທີ່ຕັ້ງຢູ່ໃນ​ເຂດ​
ປາກ​ແມ່​ນ້ຳ Nile ນັ້ນ.

ເບິ່ງສະໄລດ໌ ການປະທ້ວງ ຢູ່ອີຈິບ:
XS
SM
MD
LG