ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ ອີຈິບ ໄປປ່ອນບັດ ເພື່ອເລືອກເອົາ ປະທານາທິບໍດີ ຄົນໃໝ່ (ສະ​ໄລ​ດ໌/ວີດີໂອ)


ປະຊາຊົນ​ອີ​ຈິບ ພາກັນ​ອອກ​ໄປ​ປ່ອນ​ບັດ​ໃນ​ວັນ​ຈັນ​ມື້​ນີ້ ​ແລະ
​ໃນ​ວັນ​ອັງຄານ​ມື້​ອື່ນ ​ເພື່ອ​ເລືອກ​ຕັ້ງ​ເອົາ​ປະທານາທິບໍດີ​ຄົນໃໝ່​
ຂອງ​ຕົນ. ອະດີດ​ຫົວໜ້າ​ກອງທັບ​ອີ​ຈິບ ທ່ານ Abdel-Fattah
el-Sissi ທີ່ໄດ້​ໂຄ່ນ​ລົ້ມ​ທ່ານ Mohamed Morsi ຜູ້ນຳ​ອິສ
ລາມ​ທີ່​ໄດ້​ຖືກ​ເລືອກ​ຕັ້ງ​ຈາກ​ປະຊາຊົນ​ອອກ​ຈາກ​ຕຳ​ແໜ່​ງນັ້ນ
ມີ​ການ​ຄາດ​ກັນ​ຢ່າງ​ແຜ່​ຫລາຍ​ວ່າ ຈະ​ຊະນະ​ການ​ເລືອກ​ຕັ້ງ​
ຄັ້ງ​ນີ້.

ການ​ປ່ອນ​ບັດ​ເລືອກ​ຕັ້ງ​ເປັນ​ເວລາ 2 ມື້ ປົກ​ຄຸມ​ເຫດການ​
ປັ່ນ​ປ່ວນ​ທາງ​ດ້ານ​ເມືອງ​ມາ​ເປັນ​ເວລາ 3 ປີປາຍ ທີ່​ໄດ້​ເຫັນ
​ປະທານາທິບໍດີ 2 ທ່ານຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງ ຫຼັງ​ຈາກ
​ການ​ປະ​ທ້ວງ​ຕ່າງໆຂອງ​ມວນ​ຊົນ ຊຶ່ງໄດ້​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​ຫຼາຍ​ພັນ​ຄົນ​
ຈາກ​ການ​ປະ​ທະ​ກັນ​ແລະການ​ໂຈມ​ຕີຂອງ​ພວກ​ຫົວ​ຮຸນ​ແຮງ​ຫຼາຍ​ບັ້ນ ​ແລະ​ເສດຖະ
ກິດ​ຂອງປະ​ເທດ​ຕົກ​ຢູ່​ໃນ​ສະພາບ​ບໍ່​ທຸ່ນ​ທ່ຽງ.
CN-Sissi's Opponents in Egypt Seek Last-Minute Youth Vote
please wait

No media source currently available

0:00 0:02:23 0:00

ທ່ານ Sissi ກ່າວ​ວ່າ ຖ້າ​ທ່ານ​ຊະນະ​ການ​ເລືອກ​ຕັ້ງ ກຸ່ມ​ພະລາດອນພາບ​ມຸສລິ​ມຂອງ​
ທ່ານ Morsi ຈະ​ບໍ່​ມີ​ອະນາຄົດ​ໃນ​ອີ​ຈິບ. ກຸ່ມ​ພະລາດອນພາບ​ໄດ້​ເປັນ​ກຳລັງ​ດ້ານ​ການ​
ເມືອງ​ທີ່ແຂງ​ແຮງທີ່​ສຸດ​ຂອງ​ອີ​ຈິບມາຈົນ​ຮອດ​ເວລາ​ທີ່​ທ່ານ Sissi ​ແລະ​ກອງທັບ​ອີ​ຈິບ​ປົດ​ທ່ານ Morsiອອກ​ຈາກ​ຕຳ​ແໜ່​ງ​ໃນ​ປີ​ແລ້ວ​ນີ້.

ທ່ານ Sissi ​ໄດ້​ອອກ​ກິນ​ເບ້ຍ​ບຳນານ​ຈາກ​ກອງທັບ​ໃນ​ເດືອນ​ມີນາ​ຜ່ານ​ມາ ​ເພື່ອ​ເລີ້ມ​
ປະກາດ​ເປັນ​ຜູ້​ສະ​ໝັກ​ແຂ່ງຂັນ​ເປັນ​ປະທານາທິບໍດີ​ຂອງ​ທ່ານ.

ຈົນ​ຮອດ​ເວລາ​ທ່ານ Morsi ຂຶ້ນ​ມາ​ເປັນ​ປະທານາທິບໍດີ ພວກ​ປະທານາ​ທິບໍດີ​ຄົນ​ກ່ອນໆ​ຂອງ​ອີ​ຈິບ​ທັງ​ໝົດ ​ແມ່ນ​ມາ​ຈາກ​ຖັນ​ແຖວ​ກອງທັບ.

​ແຕ່​ທ່ານ Sissi ກ່າວ​ວ່າ ກອງທັບ​ຈະ​ບໍ່​ມີ “ ບົດ​ບາດ​ໃດໆ​ໃນ​ການ​ປົກຄອງ​ອີ​ຈິບ.”

ມີ​ຜູ້​ສະໝັກ​ຄົນ​ດຽວ ​ເຂົ້າ​ແຂ່ງຂັນ​ກັບ​ທ່ານ Sissi ນີ້ ນັ້ນ​ກໍ​ຄື​ທ່ານ Hamdeen
Sabahi ນັກ​ການ​ເມືອງ​ນິຍົມ​ຝ່າຍ​ຊ້າຍ ທີ່​ໄດ້​ຮັບ​ສຽງ​ສະໜັບສະໜຸນ​ຈາກປະ
ຊາຊົນ​ໃນ​ອັນ​ດັບ​ສາມ ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ປີ 2012 ຊຶ່ງ​ໄດ້​ນຳ
ພາ​ທ່ານ Morsi ຂຶ້ນ​ມາ​ກຳ​ອຳນາດໃນ​ເວລານັ້ນ.
egyptelection26may14
please wait
Embed

No media source currently available

0:00 0:02:01 0:00
XS
SM
MD
LG