ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກກະບົດ ຫົວຮຸນແຮງ ອິສລາມ ສັງຫານ ທະຫານອີຈິບ 11 ຄົນ ທີ່ ແຫຼມໄຊນາຍ


ແຜນທີ່ເມືອງ Sheikh Zuweid
ແຜນທີ່ເມືອງ Sheikh Zuweid

ເຄືອຂ່າຍຂອງກຸ່ມລັດອິສລາມໃນອີຈິບ ​ໄດ້​ອ້າງເອົາຄວາມຮັບ
ຜິດຊອບໃນຄື້ນ ຟອງການໂຈມຕີ ໃນວັນພຸດມື້ນີ້ ຢູ່ໃນ​ແຫລມ
ໄຊ​ນາຍທີ່ເຈົ້າໜ້າທີ່ຮັກສາຄວາມ ປອດໄພກ່າວວ່າ ໄດ້ສັງຫານ
​ທະຫານ​ ຢ່າງ​ໜ້​ອຍ 20 ຄົນ.

ການ​ໂຈມ​ຕີຕໍ່ດ່ານ​ກວດ​ຂອງພວກທະຫານຫຼາຍໆແຫ່ງ ຮວມ
ທັງ​ການໂຈມຕີ​ສະລະ​ຊີບ​ ​ໃກ້​ກັບ​ເມືອງ Sheikh Zuweid.

ຖະແຫຼງການສະບັບນຶ່ງຂອງກຸ່ມລັດອິສລາມ ກ່າວວ່າ ພວກຫົວ
ຮຸນແຮງໄດ້ ໂຈມຕີດ່ານກວດຂອງທະຫານ 15 ແຫ່ງດ້ວຍກັນ.

ພວກ​ຫົວຮຸນແຮງລັດອິສລາມ ​ໃນ​ແຫລມ​ໄຊ​ນາຍ ​ໄດ້​ທຳການໂຈມຕີກຳລັງ​ຮັກສາ​ຄວາມ
​ປອດ​ໄພ​ອີຈິບ ​ຊຳ້ແລ້ວ​ຊຳ້​ອີກ ​ໂດຍ​ການ​ວາງ​ລ​ະ​ເບີດແລະ​ຍິງໂຈມຕີ ​ໂດຍ​ສະ​ເພາະ​ ນັບ
​ແຕ່ປີ 2013 ທີ່ໄດ້ມີການຂັບໄລ່ ປະ​ທາ​ນາ​ທິບໍດີອິສລາມ ທ່ານ Mohammed Morsi
​ອອກຈາກຕຳແໜ່ງ ​ໂດຍຜູ້ບັນຊານການ​ທະຫານ ​ໃນເວລານັ້ນ ແລະເປັນປະທານາທິບໍ
ດີໃນປັດຈຸບັນ ທ່ານ Abdel Fattah El-Sissi.

ການ​ໂຈມ​ຕີ​ເທື່ອ​ຫລ້າ​ສຸດ ມີຂື້ນບໍ່​ເທົ່າໃດ​ມື້​ຫລັງ​ຈາກອະທິ​ໄອ​ຍະ​ການ​ຂອງ​ອີ​ຈິບ ທ່ານ
Hisham Barakat ​ໄດ້​ຖືກ​ສັງຫານ ​ໃນການໂຈມຕີດ້ວຍ​ລະເບີດ​ລົດ ​ຢູ່​ແຄມ​ທາງ​ໃນ
​ນະຄອນ​ຫລວງໄຄ​ໂຣ.

ທ່ານ Sissi ​ໄດ້​ຕອບ​ໂຕ້​ໃນ​ວັນ​ອັງຄານ​ວານ​ນີ້ ​ໂດຍ​ການ​ໃຫ້ຄໍ​າໝັ້ນ​ສັນຍາ ທີ່​ຈະເພີ້ມ
ຄວາມເຂັ້ມງວດຂອງ​ກົດໝາຍ​ຕ້ານ​ການ​ກໍ່​ການ​ຮ້າຍ ​ແລະ​ຖິ້ມໂທດໃສ່ ພັກນອກ​ກົດ
ໝາຍ ພະລາດອນພາບມຸສລິມ ​ຂອງ​ທ່ານ Morsi ​ກ່ຽວກັບການ​ເສ​ຍຊີວິດ​ຂອງ ທ່ານ Barakat.

​ໄອ​ຍະ​ການທ່ານນີ້ ​ເປັນຜູ້​ກຳກັບ​ນຳ​ຄະດີຕໍ່​ຕ້ານພວກ​ຫົວ​ຮຸນ​ແຮງ​ອິສລາ​ມຫລາຍ​ພັນ
ຄະດີ ​ທີ່​ໄດ້​ຖືກ​ຕິດ​ຄຸກ ​ແລະ​ຕັດສິນ​ລົງ​ໂທດ​ຢູ່​ໃນການ​ດຳ​ເນີນຄະດີໝູ່ ເປັນຈຳນວນ
ຫລວງຫລາຍ ອັນເປັນ​ພາກສ່ວນນຶ່ງໃນການ​ທັບ​ມ້າງ​ຄັ້ງ​ໃຫຍ່ ນັບ​ແຕ່ທ່ານ Morsi ​ໄດ້
ຖືກໂຄ່ນລົ້ມຈາກຕຳແໜ່ງ.

ທ່ານ Sissi ບໍ່​ໄດ້ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ​ແຜນ​ປະຕິ​ຮູບຂອງ​ທ່ານ ​ໂດຍ​ກ່າວ​ວ່າ ​ເຂົາ
​ເຈົ້າ​ຈະ​ເປີດ​ເຜີຍ ​ໃນ​ບໍ່​ເທົ່າ​ໃດ​ມື້​ຈະ​ມາ​ເຖິງ​ນີ້.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG