ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັກອິສລາມ ກ່າວວ່າ ກອງທັບອີຈິບ ຢາກໃຫ້ເກີດ ສົງຄາມກາງເມືອງ (ສະໄລດ໌/ວີດິໂອ)


ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດອີຈິບ ທ່ານ Abdel Fattah el-Sissi
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດອີຈິບ ທ່ານ Abdel Fattah el-Sissi
ພັກສາ​ສະໜາອິສລາມຂອງ​ອີ​ຈິບ ​ກ່າວ​ຫາຜູ້​ບັນຊາ​ການ​ກອງ
ທັບວ່າ ຕ້ອງການຢາກ​ໃຫ້​ເກີດສົງຄາມ​ກາງ​ເມືອງ ​ໂດຍ​ຮ້ອງ​
ຂໍ​ສິດ​ອຳນາດ ​ເພື່ອ​ປາບ​ປາມ​ການ​ກໍ່ ຄວາມ​ຮຸນ​ແຮງ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ທ່ານ Abdel Fattah el-Sissi
ກໍາລັງ​ຮຽກຮ້ອງໃຫ້ຊາວ​ອີ​ຈິບ ທຸກ​ໆຄົນ ທີ່ “ຊື່ສັດ​ແລ​ະໄວ້​ເນື້ອ​
ເຊື່ອ​ໃຈ​ໄ​ດ້” ​ຈົ່ງ​ພາກັນໄປ​ໂຮມ​ຊຸມນຸມ​ຢູ່​ຕາມ​ຖະໜົນ​ໃນ​ວັນ​ສຸກ​
ມື້​ອື່ນນີ້ແລະມອບ​ສິດ​ອຳນາດໃຫ້​ແກ່​ທ່ານເພື່ອ​ຄວບ​ຄຸມ​ໃນ​ອັນ​
ທີ່​ທ່ານ​ຮ້ອງ​ວ່າ ການ​ກໍ່ຄວາມ​ຮຸນ​ແຮງ ​ແລະການ​ກໍ່​ການ​ຮ້າຍທີ່​
ອາດ​ມີ​ຂຶ້ນນັ້ນ.


ພວກ​ສະໜັບສະ​ໜຸນ​ພັກສາ​ສະໜາ​ອິສລາມຂອງ​ປະທານາທິບໍດີ Mohammed Morsi
ທີ່​ຖືກ​ໂຄ່ນ​ລົ້ມ​ນັ້ນ ກ່າວ​ວ່າ ການ​ຮຽກຮ້ອງ​ຂອງ ທ່ານ Sissi ​ແມ່ນ​ແນ່​ໃສ່​ເຂົາ​ເຈົ້າ. ແລະ​
ເຂົາ​ເຈົ້າ​ຮຽກຮ້ອງ​ໃຫ້​ຊາວ​ອີ​ຈິບ ຈົ່ງ​ຢ່າ​ໄດ້​ໄປ​ຮ່ວມການໂຮມ​ຊຸມນຸມຂອງ​ທະ​ຫານ ​ແລະ​
ກ່າວ​ວ່າ ​ເຂົາ​ເຈົ້າຈະ​ຈັດ​ການ​ເດີນຂະ​ບວນ​ຂອງ​ເຂົາ​ເຈົ້າເອງ​ ໃນ​ວັນ​ສຸກ ມື້ອື່ນ​ນີ້.

ຢູ່​ນະຄ​ອນຫລວງວໍ​ຊິງ​ຕັນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ທ່ານ​ນາງ Jen Psaki ກ່າວ
​ວ່າ ສະຫະລັດບໍ່​ເຫັນ​ພ້ອມ​ຢ່າງ​ແຮງ​ກ້າ ກັບ​ການ​ມອບ​ສິດ​ອຳນາດ​ໃຫ້ພວກທະຫານ ຢູ່ໃນ
​ອີ​ຈິບ ​ແລະ​ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ຈົ່ງ​ເຮັດ​ໃຫ້ການ​ເດີນຂະບວນຂອງ​ເຂົາ​ເຈົ້າ​ ດຳ​ເນີນໄປ
ດ້ວຍຄວາມສະຫງົບ.

​ໃນ​ວັນ​ພຸດ​ວານ​ນີ້​ເຊັ່​ນດຽວ​ກັນທໍານຽບຫ້າ​ແຈກ່າວ​ວ່າ ຕົນ​ໄດ້ເລື່ອນ​ເວລາ​ໃນ​ການສົ່ງ​ເຮືອບິນ​
ລົບ F-16 4 ລຳ​ໄປ​ໃຫ້ອີ​ຈິບ. ​ໂຄສົກຂອງ​ທຳນຽບຫ້າ​ແຈ ທ່ານ George Little ກ່າວວ່າ
ບໍ່​ເປັນການ​ເໝາະ​ສົມ ທີ່​ຈະຈັດສົ່ງ​ເຮືອບິນໄປ​ໃຫ້ ​ໃນ​ເວລາ​ນີ້.

ເບິ່ງວີດິໂອ: ກອງທັບອີຈິບພະຍາຍາມຮັດແໜ້ນອໍານາດຂອງຕົນ:

Egyptian Military Seeks to Consolidate Role
please wait

No media source currently available

0:00 0:02:18 0:00
ລິງໂດຍກົງ


XS
SM
MD
LG