ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສາ​ນອີ​ຈິບ ຕັດສິນ​ໂທດ ຈຳຄຸກ ນັກ​ຂ່າວ​ Al-Jazeera (ວີດີໂອ)


ຜູ້​​ຜະລິດລາຍການ ພະ​ແນ​ກພາສາ​ອັງກິດ ຂອງອົງການຂ່າວ Al-Jazerra Baher Mohamed (ກາງ) ຜູ້ຮັກສາການຕາງໜ້າຫົວໜ້າຫ້ອງການໃນ Cairo Mohammed Fahmy (ກາງ) ຊາວອີ​ຈິບ ສັນຊາດກາ​ນາ​ດາ ແລະ ຜູ້ສື່ຂ່າວ Peter Greste (ຂວາ) ປະກົດຕົວຢູ່ສານໃນອີຈິບ ພ້ອມກັບຈຳເລີຍອີກຫຼາຍຄົນ.
ຜູ້​​ຜະລິດລາຍການ ພະ​ແນ​ກພາສາ​ອັງກິດ ຂອງອົງການຂ່າວ Al-Jazerra Baher Mohamed (ກາງ) ຜູ້ຮັກສາການຕາງໜ້າຫົວໜ້າຫ້ອງການໃນ Cairo Mohammed Fahmy (ກາງ) ຊາວອີ​ຈິບ ສັນຊາດກາ​ນາ​ດາ ແລະ ຜູ້ສື່ຂ່າວ Peter Greste (ຂວາ) ປະກົດຕົວຢູ່ສານໃນອີຈິບ ພ້ອມກັບຈຳເລີຍອີກຫຼາຍຄົນ.
ສາ​ນອີ​ຈິບ​ແຫ່ງ​ໜຶ່ງ​ໄດ້​ຕັດສິນ​ລົງ​ໂທດ ນັກ​ຂ່າວ​ຂອງອົງການ​
ຂ່າວ Al-Jazeera ຈຳນວນ 3 ຄົນ ​ໃຫ້​ຈຳ​ຄຸກ​ຜູ້​ລະ 7 ປີ ​ໃນ​
ຂໍ້​ຫາ​ສະໜັບ​ສະ​ໜຸນ​ພັກ​ພະລາ​ດອນ​ພາບ​ມຸສລິ​ມທີ່​ຖືກ​ຫ້າມນັ້ນ
​ແລະເຜີຍ​ແຜ່​ຂ່າວ​ທີ່​ບໍ່​ມີ​ມູນຄວາມ​ຈິງ ​ໃນຄະດີ​ທີ່ໄດ້ເຮັດ​ໃຫ້ນາໆ​
ຊາດຕິຕຽນ​ຢ່າງ​ໜັກ.

ທັງ​ສາມ​ຄົນທີ່​ຖືກ​ຕັດສິນໂທດໃນ​ວັນ​ຈັນ​ມື້​ນີ້ ຢູ່​ນະຄອນຫລວງ
Cairo ມີ​ຮວມທັງ ທ້າວ Peter Greste ຊາວອອສ​ເຕຣ​ເລຍ
Mohamed Fahmy ຊາວອີ​ຈິບ ສັນຊາດກາ​ນາ​ດາ ​ແລະ
Baher Mohamed ຊາວ​ອີ​ຈິ​ບ ທີ່​ໄດ້​ຖືກໂທດ​ເພີ້​ມຕື່ມອີກ
3 ປີ ໃນ​ຂໍ້​ຫາ​ນຶ່ງ​ອີກ.

ອົງການ​ຂ່າວ Al-Jazeera ​ໄດ້​ປະຕິ​ເສດ​ຂໍ້​ກ່າວ​ຫາຕໍ່​ພະນັກງານ​ຂອງຕົນ​ສະ​ເໝີ​ມາ.
ທ່ານ Mostefa Souag ຮັກສາ​ການຕາງໜ້າຜູ້ອຳນວຍການ​ໃຫຍ່ ​ເອີ້ນ​ກາ​ນຕັດສິນ
​ດັ່ງກ່າວ​ວ່າ “ບໍ່​ໜ້າ​ເຊື່ອ” ​ແລະເວົ້າວ່າ Al-Jazeera ຈະທຳ​ການ​ປຸກລະດົມ​ໃນ​ລະດັບ
ນາໆ​ຊາດຕໍ່​ໄປ ເພື່ອ​ໃຫ້ນັກ​ຂ່າວ​ຂອງ​ຕົນ ຖືກ​ປ່ອຍ​ໂຕ.

ຜູ້​ອຳນວຍ​ການຝ່າຍ​ຈັດການ ພະ​ແນ​ກພາສາ​ອັງກິດ ຂອງ Al-Jazeera ທ່ານ Al
Anstey ກ່າວ​ວ່າ ສານ​ໄດ້ຕັດສິນໂທດ​ນັກ​ຂ່າວ ​ເຫລົ່າ​ນັ້ນ ເຖິງ​ແມ່ນ​ວ່າ “ບໍ່​ມີ​ຫລັກ​
ຖານ​ໃດໆ​ເລີຍ”
​ມາຢັ້ງຢືນ​ຂໍ້​ກ່າວ​ຫາຕໍ່​ເຂົາ​ເຈົ້າ ​ແລະ ສິ່ງ​ທີ່​ຖືກຕ້ອງອັນ​ດຽວ ກໍ
ແມ່ນຄວນລົບ​ລ້າງ ຜົນກາ​ນຕັດສິນ​ນັ້ນ​ເສຍ.

ທີ່​ນະຄອນຫລວງ​ແຄນ​ເບີຣາ ນາຍົກລັດຖະມົນຕີອອສ​ເຕຣ​ເລຍ ທ່ານ​ນາງ Julie
Bishop ​ເວົ້າ​ວ່າ ຄຳ​ຕັດສິນ​ດັ່ງກ່າວ​ແມ່ນ​ບໍ່​ສະໜັບສະ ໜຸນ “ຄຳ​ກ່າວ​ອ້າງ​ຂອງ​
ອີ​ຈິ​ບທີ່​ວ່າ​ຕົນ​ກຳລັງ​ຈະ​ຫັນ​ປ່ຽນ​ໄປ​ສູ່ລະບອບ​ປະຊາທິປະ​ໄຕ​ນັ້ນ​ເລີຍ.”

EGYPT JOURNALISTS TRIAL VOSOT 1ST UPD
please wait

No media source currently available

0:00 0:02:19 0:00
XS
SM
MD
LG