ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກສະໜັບສະໜຸນ ທ່ານ Morsi ວາງແຜນ ຈັດປະທ້ວງ ຄັ້ງໃຫຍ່ ຢູ່ອີຈິບ (ສະໄລດ໌/ວີດີໂອ)


ພວກສະໜັບສະໜຸນ ທ່ານ Mohammed Morsi ປະທານາທິບໍດີ ທີ່ຖືກໂຄ່ນລົ້ມຂອງອີຈິບ ພວມພາກັນໂຫ່ຮ້ອງ ໃນການໂຮມຊຸມນຸມປະທ້ວງ ທີ່ເຂດກີຊາ ໃກ້ໆມະຫາວິທະຍາໄລ ໄຄໂຣ (5 ກໍລະກົດ 2013)
ພວກສະໜັບສະໜຸນ ທ່ານ Mohammed Morsi ປະທານາທິບໍດີ ທີ່ຖືກໂຄ່ນລົ້ມຂອງອີຈິບ ພວມພາກັນໂຫ່ຮ້ອງ ໃນການໂຮມຊຸມນຸມປະທ້ວງ ທີ່ເຂດກີຊາ ໃກ້ໆມະຫາວິທະຍາໄລ ໄຄໂຣ (5 ກໍລະກົດ 2013)
ພັກພະລາດອນພາບມຸສລິມ ໃນອີຈິບ ຮຽກໃຫ້ມີການໂຮມຊຸມນຸມ
ຄັ້ງໃຫຍ່ ໃນວັນສຸກມື້ນີ້ ເພື່ອປະທ້ວງຕໍ່ການໂຄ່ນລົ້ມປະທານາທິ
ບໍດີ Mohamed Morsi ທີ່ໄດ້ຮັບການໜຸນຫຼັງຈາກພວກທະຫານ
ນັ້ນ.

ພັກພະລາດອນພາບມຸສລິມ ຊຶ່ງເປັນສ່ວນນຶ່ງຂອງກຸ່ມພັນທະມິດ ພັກສາສະໜາອິສລາມ ຮຽກຮ້ອງໃຫ້ ມີການໂຮມຊຸມນຸມປະທ້ວງ ແບບສັນຕິໃນທົ່ວປະເທດ ຫຼັງຈາກພິທີສູດມົນພາວະນາໃນຕອນ ບ່າຍຂອງວັນສຸກມື້ນີ້.

ມາຈົດຮອດເວລານີ້ ບັນຍາກາດ ຢູ່ຕາມຖະໜົນຫົນທາງສ່ວນ
ໃຫຍ່ແລ້ວແມ່ນຍັງເຕັມໄປດ້ວຍຄວາມຮູ້ສຶກ ຂອງການສະເຫຼີມສະຫລອງ ນັບຕັ້ງແຕ່ທ່ານ Morsi ໄດ້ຖືກບັງຄັບໃຫ້ລາອອກຈາກຕຳແໜ່ງໂດຍພວກທະຫານລຸນຫຼັງການປະທ້ວງຂະ ໜາດໃຫຍ່ຂອງພວກຝ່າຍຄ້ານ.



ທ່ານ Adly Mansour ຫົວໜ້າຜູ້ພິພາກສາໄດ້ສາບານໂຕເຂົ້າຮັບຕຳແໜ່ງເປັນປະທານາ ທິບໍດີຊົ່ວຄາວຂອງປະເທດ ແທນທ່ານ Morsi ໃນວັນພະຫັດວານນີ້ ອັນເປັນການເຄື່ອນ ໄຫວທີ່ໄດ້ຮັບການປະຕິເສດ ຢ່າງໄວວາ ຈາກພັກພະລາດອນພາບ.

ທ່ານ Islam Abdel-Rahman ທີ່ສັງກັດຢູ່ໃນຄະນະກຳມະການກິດຈະການຕ່າງປະເທດ ຂອງພັກອິດສະຫຼະພາບແລະຄວາມຍຸຕິທຳຂອງກຸ່ມພະລາດອນ ພາບມຸສລິມ ກ່າວຕໍ່ວີໂອ ວ່າ ກຸ່ມຂອງທ່ານ ຈະບໍ່ຈັບອາວຸດຂຶ້ນຕໍ່ຕ້ານຂັ້ນຕອນທາງການເມືອງ ທີ່ນຳພາໂດຍພວກ ທະຫານ. ແຕ່ຂະນະດຽວກັນ ທ່ານກໍເວົ້າວ່າ ກຸ່ມຂອງທ່ານພວມຮຽກຮ້ອງໃຫ້ທຳການໂຮມ ຊຸມນຸມປະທ້ວງຢ່າງສັນຕິຕໍ່ຕ້ານການເຄື່ອນໄຫວດັ່ງກ່າວ.

ທ່ານ Islam Abdel-Rahman ເວົ້າວ່າ “ພວກເຮົາເຊື່ອໝັ້ນໃນວິທີການແບບສັນຕິ ໃນການຕໍ່ຕ້ານ ການກໍ່ລັດຖະປະຫານ ຂອງພວກທະຫານ. ພວກເຮົາບໍ່ເຊື່ອ ໃນ ການຈັບອາວຸດຂຶ້ນຕໍ່ຕ້ານຫຼືແມ່ນຫຍັງໃນທຳນອງນີ້. ພວກເຮົາຊື່ອວ່າປະເທດນີ້ ຍັງສາມາດແກ້ໄຂ ໂດຍວິທີການທາງການເມືອງໄດ້ຢູ່.”

ນອກນັ້ນທ່ານຍັງໄດ້ປະຕິເສດຕໍ່ການສົມທຽບຢູ່ໃນຂົງເຂດທີ່ບາງຄົນມີກັບປະເທດອື່ນໆ
ຊຶ່ງໄດ້ປະສົບກັບຄວາມວຸ້ນວາຍໃນຂອບເຂດທີ່ກວ້າງຂວາງຫຼັງຈາກພວກທະຫານໄດ້ເຂົ້າ ຢຶດອຳນາດແລ້ວນັ້ນ.

ວີດີໂອ ເຫດການ ຢູ່ອີຈິບ
please wait

No media source currently available

0:00 0:01:19 0:00
XS
SM
MD
LG