ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການປະທ້ວງ ໃນອີຈິບ ຍັງດຳເນີນ ຢູ່ຕໍ່ມາ


ຊາວອີຈິບ ພາກັນເບິ່ງລົດຕຳຫຼວດທີ່ຖືກຈູດ ຂະນະທີ່ກຳລັງຮັກສາຄວາມສະຫງົບ ຍິງລະເບີດນໍ້າຕາ ເຂົ້າໃສ່ພວກປະທ້ວງ ນິຍົມປະຊາທິປະໄຕຫຼາຍພັນຄົນ ທີ່ປະທະກັບຕຳຫຼວດ ຢູ່ຈະຕຸລັດ Tahrir ໃນກຸງໄຄໂຣ (23 ພະຈິກ 2012)
ຊາວອີຈິບ ພາກັນເບິ່ງລົດຕຳຫຼວດທີ່ຖືກຈູດ ຂະນະທີ່ກຳລັງຮັກສາຄວາມສະຫງົບ ຍິງລະເບີດນໍ້າຕາ ເຂົ້າໃສ່ພວກປະທ້ວງ ນິຍົມປະຊາທິປະໄຕຫຼາຍພັນຄົນ ທີ່ປະທະກັບຕຳຫຼວດ ຢູ່ຈະຕຸລັດ Tahrir ໃນກຸງໄຄໂຣ (23 ພະຈິກ 2012)
ກຳລັງຮັກສາຄວາມສະຫງົບຂອງອີຈິບໄດ້ຂັບໄລ່ພວກປະທ້ວງໃຫ້
ແຕກໜີ ໄປຈາກຈະຕຸລັດ Tahrir ໃນກຸງໄຄໂຣ ດ້ວຍການໃຊ້ລະ
ເບີດນໍ້າຕາ. ໃນຕອນເຊົ້າຂອງວັນເສົາມື້ນີ້ເຈົ້າໜ້າທີ່ຮັກສາຄວາມ
ສະຫງົບໄດ້ຍິງລະເບີດນໍ້າຕາເຂົ້າໃສ່ພວກປະທ້ວງ ຊຶ່ງສ່ວນຫຼວງ
ຫລາຍ ໄດ້ພາກັນນອນຄ້າງຄືນຢູ່ໃນບໍລິເວນດັ່ງກ່າວ ຊຶ່ງເປັນສະ
ຖານທີ່ໂຮມຊຸມນຸມປະທ້ວງທີ່ມີຊື່ສຽງໂດ່ງດັງນັ້ນ.

ໃນວັນສຸກວານນີ້ ພວກປະທ້ວງ ຢູ່ໃນຫຼາຍໆຫົວເມືອງຂອງອີຈິບ
ໄດ້ພາກັນໂຈມຕີສຳນັກງານຂອງພັກພະລາດອນພາບມຸສລິມຊຶ່ງ
ເປັນພັກລັດຖະບານທີ່ປົກຄອງປະເທດຢູ່ໃນເວລານີ້ ໃນຂະນະທີ່
ກຸ່ມນິຍົມແລະຕໍ່ຕ້ານລັດຖະບານທີ່ເປັນປໍລະປັກກັນ ພາກັນໂຮມ
ຊຸມນຸມທີ່ກຸງໄຄໂຣ ເພື່ອສະໜັບສະໜຸນແລະຄັດຄ້ານຕໍ່ດຳລັດປະ ທານາທິບໍດີສະບັບໃໝ່.

ການປະທ້ວງໄດ້ມີຂຶ້ນນຶ່ງມື້ຫຼັງຈາກປະທານາທິບໍດີອີຈິບ ທ່ານ Mohammed Morsi ໄດ້ ປະກາດໃຫ້ທ່ານຢູ່ເໜືອກົດໝາຍແລະເວົ້າວ່າການຕັດສິນໃຈຂອງທ່ານບໍ່ສາມາດຂໍອຸທອນ ຕໍ່ສານຫຼືອົງການໃດໆໄດ້.

ໃນຄຳປາໄສຕໍ່ພວກສະໜັບສະໜຸນທີ່ທຳນຽບປະທານາທິບໍດີໃນວັນສຸກວານນີ້ທ່ານ Morsi ກ່າວວ່າ ທ່ານຢາກນຳພາອີຈິບໃຫ້ກ້າວໄປຂ້າງໜ້າໃນຖານະທີ່ເປັນປະເທດທີ່ມີສະຖຽນ ລະພາບແລະມີຄວາມປອດໄພແລະກໍບໍ່ຕ້ອງການຢາກຈະເປັນຜູ້ຄວບຄຸມປະເທດແຕ່ພຽງ ຜູ້ດຽວເທົ່ານັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG