ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຽງລຶກລັບ ເປັນສຽງ ສຸດທ້າຍ ທີ່ໄດ້ຍິນ ຈາກເຮືອບິນ ມໍລະນະ


ຕຳຫຼວດຄົນໜຶ່ງນັ່ງຢູ່ກ້ອງຮົ່ມເງົາ ຕໍ່ໜ້າສະຖານີຕຳຫຼວດການທ່ອງທ່ຽວທີ່ອ່າວ Naama, ເມືອງ Sharm el-Sheikh, ພາກໃຕ້ຂອງແຫຼມ Sinai, ປະເທດ ອີຈິບ, 8 ພະຈິກ, 2015.
ຕຳຫຼວດຄົນໜຶ່ງນັ່ງຢູ່ກ້ອງຮົ່ມເງົາ ຕໍ່ໜ້າສະຖານີຕຳຫຼວດການທ່ອງທ່ຽວທີ່ອ່າວ Naama, ເມືອງ Sharm el-Sheikh, ພາກໃຕ້ຂອງແຫຼມ Sinai, ປະເທດ ອີຈິບ, 8 ພະຈິກ, 2015.

ທັງໆທີ່ມີການຊີ້ບອກທີ່ເພີ່ມຂຶ້ນວ່າ ລະເບີດໄດ້ທຳລາຍເຮືອບິນ ໂດຍສານຂອງ ຣັດເຊຍ ລຳໜຶ່ງຢູ່ເທິງທ້ອງຟ້າຂອງແຫຼມ Sinai ໃນສັບປະດາທີ່ຜ່ານມານີ້ກໍຕາມ, ແຕ່ຫົວໜ້າຂອງໜ່ວຍງານສືບ ສວນສອບສວນ ອີຈິບ ກໍຍັງກ່າວວ່າ ຍັງບໍໄດ້ບັນລຸຂໍ້ສະຫຼຸບທີ່ແນ່ ນອນເທື່ອ.

ສຽງທີ່ບໍ່ສາມາດອະທິບາຍໄດ້ໃນລະຫວ່າງວິນາທີສຸດທ້າຍຂອງ ການບັນທຶກສຽງ ຈາກຫ້ອງຂັບເຮືອບິນມໍລະນະນັ້ນໄດ້ກະຕຸ້ນ ຄວາມສົນໃຈຢ່າງສຸດຂີດ, ແຕ່ວ່າຫົວໜ້ານັກສືບສວນສອບສວນ ຂອງ ອີຈິບ ທ່ານ Ayman al-Muqaddam ກໍໄດ້ກ່າວວ່າໜ່ວຍ ງານຂອງທ່ານບໍ່ສາມາດທີ່ຈະກຳນົດໄດ້ວ່າມັນເປັນສັນຍານຂອງ ການລະເບີດ ຫຼື ສິ່ງອື່ນ.

ທ່ານ Ayman al-Muqaddam ຫົວໜ້າໜ່ວຍງານສຶບສວນສອບສວນ ກ່ຽວກັບເຮືອບິນ ຣັດເຊຍ ຕົກໃນສັບປະດາທີ່ຜ່ານມາ ໃນແຫຼມ Sinai ຂອງ ອີຈິບ,​ ກ່າວຕໍ່ສື່ມວນຊົນທີ່ ກະຊວງການບິນໃນນະຄອນຫຼວງ CairoF, ອີຈິບ. 7 ພະຈິກ 2015.
ທ່ານ Ayman al-Muqaddam ຫົວໜ້າໜ່ວຍງານສຶບສວນສອບສວນ ກ່ຽວກັບເຮືອບິນ ຣັດເຊຍ ຕົກໃນສັບປະດາທີ່ຜ່ານມາ ໃນແຫຼມ Sinai ຂອງ ອີຈິບ,​ ກ່າວຕໍ່ສື່ມວນຊົນທີ່ ກະຊວງການບິນໃນນະຄອນຫຼວງ CairoF, ອີຈິບ. 7 ພະຈິກ 2015.

ທ່ານ Muqaddam ໄດ້ກ່າວວ່າຂໍ້ມູນທັງໝົດຈາກເຮືອບິນ Airbusຈາກ Sharm el-Sheik ເທິງທະເລແດງໄປຫານະຄອນ St. Petersburg ຂອງ ຣັດເຊຍ ໄດ້ສິ້ນສຸດລົງ ໃນເວລາ 23 ນາທີ ກັບ14 ວິນາທີ​ ຫຼັງຈາກບິນຂຶ້ນສູ່ທ້ອງຟ້າ, ໃນເວລາທີ່ກົນໄກຂັບເຮືອບິນອັດຕະໂນມັດ ຫຼື Autopilot ໄດ້ເລີ່ມເຮັດວຽກ. ຊາກຫັກພັງໄດ້ແຕກກະຈາຍໄປທົ່ວພື້ນທີ່ກວ້າງ 13 ກິໂລແມັດ ຢູ່ເທິງພື້ນດີນ, ທ່ານໄດ້ກ່າວເພີ່ມເຕີມໂດຍຢືນຢັນວ່າ ເຮືອບິນໄດ້ແຕກອອກເປັນຊິ້ນສ່ວນຢູ່ ໃນລະດັບທີ່ສູງ.

ທ່ານ Muqaddam ກ່າວວ່າ “ການວິເຄາະຄື້ນຄວາມຖີ່ສຽງຈະໄດ້ຖືກດຳເນີນໂດຍຫ້ອງ ທົດລອງພິເສດ ເພື່ອທີ່ຈະລະບຸສິ່ງທຳມະຊາດຂອງສຽງນີ້.”

ທະຫານສຶບສວນສອບສວນຈາກ ຣັດເຊຍ ຢືນຢູ່ໃກ້ກັບຊາກຫັກພັງຂອງເຮືອບິນ ຣັດເຊຍ ຢູ່ສະຖານທີ່ເກີດເຫດໃນເຂດ Hassana ເມືອງ Arish, ພາກເໜືອຂອງ ອີຈິບ. 1 ພະຈິກ, 2015
ທະຫານສຶບສວນສອບສວນຈາກ ຣັດເຊຍ ຢືນຢູ່ໃກ້ກັບຊາກຫັກພັງຂອງເຮືອບິນ ຣັດເຊຍ ຢູ່ສະຖານທີ່ເກີດເຫດໃນເຂດ Hassana ເມືອງ Arish, ພາກເໜືອຂອງ ອີຈິບ. 1 ພະຈິກ, 2015

ຜູ້ໂດຍສານຢູ່ເທິງເຮືອບິນທັງໝົດ 224 ຄົນ, ໃນຖ້ຽວບິນເໝົາລຳປະຕິບັດການໂດຍ ບໍລິສັດ Metrojet ຂອງ ຣັດເຊຍ, ໄດ້ເສຍຊີວິດໃນວັນເສົາສັບປະດາທີ່ຜ່ານມາ. ຜູ້ໂດຍສານທັງໝົດ ແມ່ນນັກທ່ອງທ່ຽວ ຣັດເຊຍ ທີ່ນັ່ງເຮືອບິນກັບບ້ານຈາກການພັກຜ່ອນແຄມທະເລ.

ທ່ານ Muqaddam ໄດ້ກ່າວວ່າ ການຄົ້ນຄວ້າເຄື່ອງບັນທຶກສຽງໂດຍນັກສຶບສວນສອບສວນ ແມ່ນໄດ້ມາຈາກໜຶ່ງໃນສອງເຄື່ອງບັນທຶກສຽງຖ້ຽວບິນຂອງເຮືອບິນ Airbus. ພ້ອມກັນນັ້ນ, ບັນດາເຈົ້າໜ້າທີ່ກໍໄດ້ທົບທວນພາບວິດີໂອຈາກສະໜາມບິນ Sharm el-Sheik, ເພື່ອຊອກ ຫາການເຄື່ອນໄຫວທີ່ຕ້ອງສົງໄສ ໃນລະຫວ່າງເວລາຂອງການເລີ້ມບິນຂອງເຮືອບິນດັ່ງກ່າວ.

XS
SM
MD
LG