ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອີ​ຈິບ ​​ຕ້ອນຮັບ​ ​ເຈົ້າ​ໜ້າ​ທີ່ ຂັ້ນ​ສູງ​ ຂອງຣັດ​ເຊຍ ຢ່າງອົບອຸ່ນ (ວີດີໂອ)


ທ່ານ Sergei Lavrov ລັດຖະມົນຕີ ຕ່າງປະເທດ ຣັດເຊຍ (ກາງ) ຢ້ຽມຢາມ ​ລັດຖະມົນຕີຕ່າງປະເທດ ອີຈິບ Nabil Fahny (ບໍ່ມີຮູບ)
ທ່ານ Sergei Lavrov ລັດຖະມົນຕີ ຕ່າງປະເທດ ຣັດເຊຍ (ກາງ) ຢ້ຽມຢາມ ​ລັດຖະມົນຕີຕ່າງປະເທດ ອີຈິບ Nabil Fahny (ບໍ່ມີຮູບ)
ບັນດາ​ຜູ້​ນໍາ ອີ​ຈິບ ​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບອຸ່ນ ​ແກ່ບັນດາ​
ເຈົ້າ​ໜ້າ​ທີ່ຂັ້ນ​ສູງ​ຂອງຣັດ​ເຊຍ​ທີ່​ໄດ້​ເດີນທາງ​ໄປເຖິງກຸງໄຄ​ໂຣ
ໃນ​ວັນ​ພະຫັດ​ວານ​ນີ້ ​ເພື່ອ​ເຈລະຈາ ໃນອັນ​ທີ່ນັກ​ການ​ທູດ​ຂັ້ນ
​ສູງ​ຂອງ​ມົສກູ ບັນ​ລະ​ຍາຍ​ວ່າ ​ເປັນ “ການ​ຮ່ວມ​ມື​ທາງ​ທະຫານ.”

ລາຍ​ລະອຽດ​ການເຈລະຈາ​ບໍ່​ໄດ້ມີ​ການເປີດ​ເຜີຍ​ໃຫ້​ຊາບ. ​ແຕ່​
ລັດຖະມົນຕີຕ່າງ ປະ​ເທດຣັດ​ເຊຍ ທ່ານ Sergei Lavrov ຕໍ່​
ມາ​ ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວວ່າ ​ພວກ​ທ່ານ ​ໄດ້​ເພັ່ງ​ເລັງໃສ່​
ການ​ຮ່ວມ​ມື​ດ້ານທະຫານ ​ແລະ​ດ້ານ​ເທັກ​ນິກ ອັນເປັນ​ຄຳ​ເວົ້າ
​ແບບ​ສຸພາບທີ່ຣັດ​ເຊ​ຍມັກ​ໃຊ້ ສຳລັບການ​ຂາຍ​ອາວຸດ​ທາງ
ທະຫານ.

ການ​ຢ້ຽມຢາມ​ຂອງ ທ່ານ Lavrov ​ແລະ ລັດຖະມົນຕີ ປ້ອງ​ກັນ​
ປະ​ເທດ ຣັດ​ເຊຍ ທ່ານ Sergei Shoigu ມີຂື້ນ​ ຫລັງ​ຈາກ​ມີ​
ການ​ໂຕ້​ແຍ້​ງທາງ​ການ​ທູດ ກັບ​ພັນທະ​ມິດເປັນ​ເວລາ​ດົນນານ
​ຂອງອີ​ຈິບ ຄື ສະຫະລັດ ກ່ຽວກັບ​ການ​ທີ່ທະ ຫານ ໄດ້​ຂັບ​ໄລ່
ປະທານາທິບໍດີ ພັກອິສລາມ ທ່ານ Mohammed Morsi ​
ອອກ​ຈາກ​ຕຳ​ແໜ່​ງ ໃນ​ເດືອນ​ກໍລະກົດຜ່ານ​ມາ.

​ໃນ​ການ​ຕອບ​ໂຕ້​ຕໍ່​ການຂັບ​ໄລ່ ທ່ານ Morsi ນັ້ນ ລັດຖະບານ ທ່ານ Obama ​ໄດ້ໂຈະ
ການ​ສົ່ງ​ເຮືອບິນ ​ເຮ​ລີ​ຄອບເຕີ Apache ​ແລະ​ເຮືອບິນ​ລົບ F-16 ​ໃຫ້​ແກ່​ລັດຖະບານ
​ຊົ່ວຄາວ​ຂອງ​ອີ​ຈິບ. ການເຄື່ອນ​ໄຫວ​ທີ່​ວ່າ​ນີ້ ​ໄດ້​ບັນ​ລະ​ຍາຍໂດຍ ​ເຈົ້າ​ໜ້າ​ທີ່ສະຫະລັດ
​ໃນ​ເດືອນ​ແລ້ວ​ນີ້​ວ່າ ​ເປັນ​ການ​ພະຍາຍາມ​ຊຸກ​ຍູ້ ​ໃຫ້ເກີດ “ຄວາມ​ກ້າວ​ໜ້າ ທີ່​ໜ້າ​ເຊື່ອ​
ຖື​ໄດ້”​ ​ໄປ​ສູ່ການ​ເລືອກ​ຕັ້ງຢ່າງ​ເສລີ​ຢູ່​ໃນ​ອີ​ຈິບ ​ແລະ​ການ​ມີລັດຖະບານ​ພົນລະ​ເຮືອນ
ທີ່ເປັນປະຊາທິປະ​ໄຕ.

ການ​ພົບ​ປະກັນ​ທີ່ກຸງໄຄ​ໂຣ ໃນວັນ​ພະຫັດ​ວານ​ນີ້ ​ເຫັນ​ວ່າ ​ເປັນ​ການ​ພົບ​ປະຂັ້ນ​ສູງ​ດ້ານ​
ປ້ອງ​ກັນ​ປະ​ເທດເທື່ອ​ທຳ​ອິດ ລະຫວ່າງກຸງ​ມົສກູ ​ແລະ​ກຸງ​ໄຄ​ໂຣ ນັບ​ແຕ່​ປີ 1970 ​ເປັນ
ຕົ້ນມາ​ເວລາລັດຖະບານອີ​ຈິບ​ໄດ້ໄລ່ບັນດາທີ່​ປຶກສາທາງ​ທະຫານ ​ຂອງ​ສະຫະພາບ​
ໂຊ​ຫວຽດ ອອກ​ຈາກ​ປະ​ເທດ ​ແລະ​ຕໍ່​ມາ​ ໄດ້​ເຊັນ​ສັນຍາສັນຕິ ພາບ ຄັ້ງ​ປະຫວັດສາດ
ກັບ ອິສຣາ​ແອ​ລ ​ໃນ​ປີ 1979.

Egypt
please wait
Embed

No media source currently available

0:00 0:00:39 0:00
XS
SM
MD
LG