ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

2 ຄົນເສຍຊີວິດ ໃນການປະທະກັນ ຢູ່ປະເທດອີຈິບ (ເບິ່ງສະໄລດ໌ກັບວີດີໂອ)


ພວກເດີນຂະບວນ ຢູ່ປະເທດອີຈີບ ປະທະກັນກັບຕຳຫຼວດ (3 ກຸມພາ 2012)
ພວກເດີນຂະບວນ ຢູ່ປະເທດອີຈີບ ປະທະກັນກັບຕຳຫຼວດ (3 ກຸມພາ 2012)

ເຈົ້າໜ້າ​ທີ່​ສາທາລະນະ​ສຸກ​ຂອງ​ອີ​ຈິບ​ກ່າວ​ວ່າ ພວກ​ປະ​ທ້ວງ 2 ຄົນ ທີ່​ມີ​ຄວາມໂມ​ໂຫໂກດ
ແຄ້ນ​ກ່ຽວ​ກັບ​ການ​ເສຍ​ຊີວິດ​ໃນ​ການ​ກໍ່​ຈະລາຈົນຢ່າງຮ້າຍ​ແຮງ​ຂອງພວກ​ທີ່ໄປ​ເບິ່ງ​ການ​ແຂ່ງ
ຂັນ​ເຕະບານ​ໃນ​ມື້ວັນ​ພຸດ​ແລ້ວນັ້ນ ​ໄດ້​ຖືກ​ຍິງ​ຕາຍ ​ໃນລະຫວ່າງການ​ປະ​ທະ​ກັນ​ກັບ​ຕຳຫຼວດ
|ທີ່​ເມືອງສຸເອສ.

ອົງການ​ຂ່າວ​ຝຣັ່ງ ​ໄດ້​ອ້າງ​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່ໆ​ກ່າວ​ວ່າ ມີ 30 ຄົນ​ໄດ້​ຮັບບາດ​ເຈັບ​ໃນ​
ການ​ປະ​ທະ​ກັນ​ທີ່​ເມືອງ​ສຸເອສ. ສ່ວນ​ລາຍ​ລະອຽດ​ນັ້ນຍັງ​ບໍ່​ທັນ​ເປັນທີ່​ຈະ​ແຈ້ງ​ເທື່ອ.

ຫຼັງຈາກ 74 ຄົນ​ໄດ້​ເສຍ​ຊີວິດ ​ໃນ​ຄວາມ​ຮຸນ​ແຮງລະຫວ່າງ​ແຟນ​ເຕະບານ ​ທີ່​ເປັນຄູ່​ອະລິທີ່
ເມືອງ Port Said ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ​ອີ​ຈິບໃນ​ມື້ວັນ​ພຸດ​ຜ່ານມາ​ແລ້ວພວກ​ເດີນ​ຂະ
ບວນທີ່​ມີ​ຄວາມ​ໂມ​ໂຫຄຽດ​ແຄ້ນ​ຫຼາຍໆ​ພັນ​ຄົນ​ກໍ​ໄດ້ໂຮມຊຸມນຸມເດີນ​ຂະ​ບວນທີ່​ນະຄອນຫຼວງ
ໄຄ​ໂຣ ເພື່ອ​ປະ​ທ້ວງ​ຕໍ່​ຄວາມ​ລົ້ມ​ແຫຼວຂອງ​ພວກ​ຜູ້ນຳ​ທະຫານ​ອີ​ຈິບ ທີ່ປົກຄອງ​ປະ​ເທດ​ຢູ່​ໃນ
ເວລາ​ນີ້ ທີ່ບໍ່​ສາມາດ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ການ​ປະ​ທະ​ກັນ​ໄດ້ນັ້ນ.

ຕຳຫຼວດ​ໄດ້​ຍິງ​ລະ​ເບີດ​ນໍ້າຕາ​ເຂົ້າ​ໃສ່​ພວກປະ​ທ້ວງ ທີ່​ພາກັນ​ແກວ່ງກ້ອນ​ຫີນ​ເຂົ້າ​ໃສ່​ເຈົ້າໜ້າ
ທີ່ຂະນະ​ທີ່​ພວກ​ເຂົາ​ເຈົ້າພະຍາຍາມ​ເດີນ​ຂະ​ບວນ​ໄປ​ຍັງ​ກະຊວງ​ພາຍໃນ​ຂອງ​ອີ​ຈິບ ​ໃນ​ມື້ວັນ
ພະຫັດ​ວານ​ນີ້. ກະຊວງ​ສາທາລະນະ​ສຸກ​ ກ່າວ​ວ່າ ມີ​ພວກປະ​ທ້ວງ 388 ຄົນ​ໄດ້​ຮັບ​ບາດ
ເຈັບ ສ່ວນ​ໃຫຍ່ແລ້ວແມ່ນ​ເປັນ​ຍ້ອນ​ຫາຍ​ໃຈ​ເອົາລະ​ເບີດນໍ້າຕາ.

ການ​ເດີນ​ຂະ​ບວນດັ່ງກ່າວ​ນີ້​ໄດ້​ກາຍ​ເປັນ​ການ​ຮຽກຮ້ອງ​ໃຫ້​ສະພາ​ປົກຄອງ​ທະຫານ​ຂອງ​ພວກ
ນາຍ​ພົນ​ອີ​ຈິບທີ່​ນຳພາ​ໂດຍ​ຈອມພົນ Hussein Tantawi ​ມອບອຳນາດ​ໃຫ້ແກ່​ລັດຖະບານ
ພົນລະ​ເຮືອນ​ຂອງອີ​ຈິບ.

XS
SM
MD
LG