ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມຮຸງແຮງ ລະຫວ່າງ ສາສະໜາ ໃນອີຈິບ


ເຫດການປະທະກັນ ລະຫວ່າງຊາວມູສລິມແລະຄຣີສຕຽນ ທີ່ນະຄອນຫລວງໄຄໂຣ ປະເທດອີຈິບ ໄດ້ເລີ່ມຕົ້ນຂື້ນ ໃນຕອນບ່າຍວັນເສົາ ແລະດໍາເນີນມາ ຈົນເຖິງຕອນເຊົ້າຂອງວັນອາທິດ ທີ 15 ພຶດສະພານີ້.
ເຫດການປະທະກັນ ລະຫວ່າງຊາວມູສລິມແລະຄຣີສຕຽນ ທີ່ນະຄອນຫລວງໄຄໂຣ ປະເທດອີຈິບ ໄດ້ເລີ່ມຕົ້ນຂື້ນ ໃນຕອນບ່າຍວັນເສົາ ແລະດໍາເນີນມາ ຈົນເຖິງຕອນເຊົ້າຂອງວັນອາທິດ ທີ 15 ພຶດສະພານີ້.

ພວກເຈົ້າໜ້າທີ່ຮັກສາຄວາມປອດໄພຂອງອີຈິບກ່າວວ່າ ຢ່າງໜ້ອຍມີຜູ້ໄດ້ ຮັບບາດເຈັບຫລາຍກວ່າ 50 ຄົນ ໃນ ການປະທະກັນລະຫວ່າງພວກ ປະທ້ວງຊາວມມຸສລິມ ແລະຄຣີສຕຽນທີ່ນະຄອນຫລວງໄຄໂຣ.

ຄວາມຮຸນແຮງໄດ້ລະເບີດຂຶ້ນ ເວລາພວກກໍ່ຄວາມວຸ້ນວາຍ ຈຸນຶ່ງໄດ້ໂຈມຕີ ພວກຊາວຄຣີສຕຽນ ຂອງໂບດ Coptic ທີ່ພາກັນນັ່ງປະທ້ວງຢູ່ນອກຕຶກສະຖານີໂທລະພາບຂອງ ລັດໃນໃຈກາງນະຄອນຫລວງໄຄໂຣ. ການປະທະກັນດັ່ງ ກ່າວນີ້ເລີ່ມຕົ້ນຂຶ້ນ​ໃ​ນຕອນບ່າຍຂອງວັນເສົາວານນີ້ ແລະ ດໍາເນີນມາຈົນຮອດຕອນເຊົ້າຂອງວັນອາທິດມື້ນີ້

ພວກເຫັນເຫດການກ່າວວ່າ ພວກປະທ້ວງໄດ້ຂວ່າງກ້ອນ
ຫິນ ແລະຈູດເຜົາລົດ ກໍາລັງຕໍາ ຫລວດແລະທະຫານ
ໄດ້ຍິງປືນຂື້ນຟ້າເພື່ອຂັບໄລ່ ພວກປະທ້ວງໃຫ້ສະຫລາຍຕົວ.

ເຫດການກໍ່ຄວາມຮຸນແຮງລະຫວ່າງສາສະໜາດັ່ງກ່າວແມ່ນມີຂຶ້ນ ປະມານນຶ່ງອາທິດຫລັງ ຈາກພວກປະທ້ວງຊາວມຸສລິມໄດ້ທໍາ​ການໂຈມຕີ ຊາວຄຣີສຕຽນນິກາຍ Coptic ທີ່​ເປັນ​ຊົນ​ກຸ່ມ​ນ້ອຍ​ຂອງອີຈິບນັ້ນ ໂດຍໄດ້ຈູດເຜົາໂບດສອງແຫ່ງ ແລະເຮັດໃຫ້ມີຜູ້ເສຍຊີວິດ 12 ຄົນ ຢູ່ໃນເຂດສະລໍາ Imbala ຂອງໄຄໂຣ.

ຊາວຄຣີສຕຽນ ປະກອບເປັນປະມານ ນຶ່ງສ່ວນສິບ ຂອງປະຊາຊົນອີຈິບທັງໝົດ 80 ລ້ານ ຄົນ. ພວກຊາວຄຣີສຕຽນໄດ້ຮວມກໍາລັງກັບຊາວມຸສລິມ ໃນລະຫວ່າງການປະທ້ວງ ທີ່ໄດ້ໂຄ່ນລົ້ມປະທານາທິບໍດີ Hosni Mubarak ໃນຕົ້ນປີນີ້ ແຕ່ຄວາມຂັດແຍ້ງລະຫວ່າງ​ສອງ​ກຸ່ມສາສະໜາ ​ໄດ້​ທະວີຄວາມຮຸນແຮງຂຶ້ນເລື້ອຍໆ ນັບ​ແຕ່​ນັ້ນ​ມາ.

XS
SM
MD
LG