ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ສະແດງ ຄວາມເປັນຫ່ວງ ກ່ຽວກັບ ສະຖານະການ ໃນອີຈິບ (ວີດິໂອ/ສະໄລດ໌)


ປະທານາທິບໍດີບາຣັກໂອບາມາ ປະຊຸມກັບສະມາຊິກ ຂອງທິມງານດ້ານຄວາມປອດໄພຂອງທ່ານ ເພື່ອຫາລືກ່ຽວກັບສະຖານະການ ໃນອີຈິບ ທີ່ທໍານຽບຂາວ ໃນວັນທີ 3 ກໍລະກົດ 2013.
ປະທານາທິບໍດີບາຣັກໂອບາມາ ປະຊຸມກັບສະມາຊິກ ຂອງທິມງານດ້ານຄວາມປອດໄພຂອງທ່ານ ເພື່ອຫາລືກ່ຽວກັບສະຖານະການ ໃນອີຈິບ ທີ່ທໍານຽບຂາວ ໃນວັນທີ 3 ກໍລະກົດ 2013.
ປະທານາທິບໍດີບາຣັກໂອບາມາເວົ້າວ່າ ສະຫະລັດມີ “ຄວາມ
ເປັນຫ່ວງຢ່າງເລິກເຊິ່ງ” ກ່ຽວ​ກັບ​ການຕັດສິນໃຈຂອງກອງທັບ
ອີຈິບ ທີ່​ໄດ້​ໂຄ່ນ​ລົ້ມປະທານາທິບໍດີ Mohamed Morsi ແລະ
ງົດ​ໃຊ້ລັດຖະທໍາມະນູນນັ້ນ.

ຢູ່ໃນຖະແຫລງການທີ່ນຳ​ອອກເຜີຍແຜ່ໃນຕອນ​ແລງ​ຂອງວັນ
ພຸດວານນີ້ ທ່ານໂອບາມາ ໄດ້ຮຽກຮ້ອງໃຫ້ກອງທັບອີຈິບມອບ
ອໍານາດ​ໂດຍ​ເຕັມ ຄືນໃຫ້ແກ່ລັດຖະບານທີ່ໄດ້ຮັບເລືອກຢ່າງ​
ເປັນປະຊາທິປະໄຕ ໂດຍຜ່ານຂະບວນການທີ່ລວມເອົາທຸກ
ພັກຝ່າຍ ແລະມີ ຄວາມໂປ່ງໃສ. ທ່ານກ່າວວ່າ ອະນາຄົດ
ຂອງອີຈິບ ຈະຖືກກຳນົດໂດຍປະຊາຊົນອີຈິບ ເທົ່ານັ້ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ນອກ​ນັ້ນ ທ່ານໂອບາມາຍັງເວົ້າວ່າ ກອງທັບຄວນຈະຫລີກລ່ຽງການຈັບກຸມທ່ານ Morsi
ແລະພວກສະໜັບສະໜຸນທ່ານ ​ໂດຍພາລະການ.

ປະທານາທິບໍດີ​ໂອ​ບາ​ມາໄດ້ອອກຄໍາສັ່ງໃຫ້ລັດຖະບານຂອງທ່ານ ທົບທວນຄືນ​ເບິ່ງການ
ກະທໍາທີ່​ກ່ຽວຂ້ອງ​ຕ່າງໆຂອງກອງທັບອີຈິບໃນ​ການ​ໃຫ້​ຄວາມຊ່ວຍເຫລືອຂອງ​ສະຫະ
ລັດ ແກ່ກຸງໄຄໂຣ.

ກົດໝາຍຂອງສະຫະລັດ ບັງຄັບໃຫ້ທໍານຽບຂາວ ງົດການຊ່ວຍເຫລືອແກ່ປະເທດໃດກໍ​ຕາມ
ຊຶ່ງຜູ້ນໍາທີ່ໄດ້ຮັບການເລືອກຕັ້ງຖືກ​ໂຄ່ນ​ລົ້ມໂດຍການກໍ່ລັດຖະປະຫານຂອງພວກທະຫານ.
ສະຫະລັດ​ໃຫ້ເງິນຊ່ວຍ​ເຫຼືອຫລາຍກວ່າ 1 ພັນລ້ານໂດລາຕໍ່ປີແກ່ອີຈິບຊຶ່ງເປັນປະເທດທີ
ສອງ ລອງຈາກອິສຣາແອລທີ່ໄດ້ຮັບການຊ່ວຍເຫລືອທາງການເງິນຫລາຍທີ່ສຸດ. ນອກນັ້ນ
ສະຫະລັດ​ແລະ​ກອງທັບ​ອີ​ຈິບກໍເຄີຍມີປະຫວັດມາ​ແລ້ວ ໃນການມີສາຍສໍາພັນກັນຢ່າງໃກ້
ຊິດ.

ເບິ່ງປະມວນພາບຫລ້າສຸດ ຈາກອີຈິບ:


XS
SM
MD
LG