ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດຈະທົບທວນຄືນ ນະໂຍບາຍໃຫ້ຄວາມ ຊ່ວຍເຫລືອ ແກ່ອີຈິບ


ພວກປະທ້ວງສືບຕໍ່ໂຮມຊຸມນຸມຮຽກຮ້ອງໃຫ້ປະທານາທິບໍດີ Mubarak ລາອອກຈາກຕຳແໜ່ງ ຖ້າມກາງການ ດຳເນີນຄວາມພະຍາຍາມປາບປາມການປະທ້ວງຂອງກໍາລັງຮັກສາ ຄວາມສະຫງົບຂອງລັດຖະບານ, ວັນທີ 29 ມັງກອນ 2011.
ພວກປະທ້ວງສືບຕໍ່ໂຮມຊຸມນຸມຮຽກຮ້ອງໃຫ້ປະທານາທິບໍດີ Mubarak ລາອອກຈາກຕຳແໜ່ງ ຖ້າມກາງການ ດຳເນີນຄວາມພະຍາຍາມປາບປາມການປະທ້ວງຂອງກໍາລັງຮັກສາ ຄວາມສະຫງົບຂອງລັດຖະບານ, ວັນທີ 29 ມັງກອນ 2011.

ສະຫະລັດ​ເວົ້າວ່າ​ຕົນຈະ​ທົບ​ທວນຄືນ​ນະ​ໂຍບາຍ ການ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ແກ່​ອີ​ຈິບ ​ໂດຍ​ອິງ​ຕາມ​ເຫດການ​ທີ່ເກີດ​ຂຶ້ນຢູ່​ປະ​ເທດ​ດັ່ງກ່າວໃນ​ປັດຈຸບັນແລະ​ໃນ​ອີກ​ຫລາຍໆມື້ຕໍ່ ໜ້ານີ້.

ໃນ​ວັນ​ສຸກວານ​ນີ້ໂຄ​ສົກ​ຂອງທຳນຽບຂາວ​ທ່ານ Robert
Gibbs ໃຫ້ຄວາມເຫັນດັ່ງກ່າວ ຂະນະ​ທີ່​ທ່ານຖະແຫຼງຕໍ່
ພວກນັກ​ຂ່າວ​ກ່ຽວກັບ​ສິ່ງ​ທີ່​ທ່ານ​ເອີ້ນວ່າ ສະພາບ​ຫົວລ້ຽວ
ຫົວຕໍ່ ແລະຍັງບໍ່ທັນມີການລົງຕົວແລະການດຳເນີນ​ຄວາມ​ພະຍາຍາມ​ຂອງ​ລັດຖະບານ​ Cairo ​ໃນການ​ປາບ​ການ​ປະ​ທ້ວງ​ໃຫ້ຮາບຄາບ​ລົງນັ້ນ. ທ່ານ Gibbs ກ່າ​ວວ່າ ສະຫະ
ລັດ​ກຳລັງ​ຕິດຕາມ​ເບິ່ງ​ສະຖານະ​ການ ​ແລະຈະ​ທົບ​ທວນ
ຄືນການ​ຊ່ວຍ​ເຫລືອ​ຂອງ​ຕົນ ​ໂດຍ​ອີງ​ໃສ່​ສະພາບ​ການ
ຕ່າງໆ​ທີ່ໄດ້ເກີດຂຶ້ນນັ້ນ. ທ່ານ​ກ່າວ​ຢໍ້າອີກວ່າ ສະພາບ​
ການ​ແບບ​ນີ້ ບໍ່ຄວນຈະ​ໄດ້ຮັບການແກ້​ໄຂ​ໂດຍ​ການ​ໃຊ້ ​ຄວາມຮຸນ​ແຮງ.

ສະຫະລັດ​ຖື​ອີ​ຈິບ​ວ່າ ເປັນ​ພັນທະ​ມິດ​ທີ່​ສຳຄັນ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ​ແລະເປັນປະເທດ ສຳຄັນໃນການຊ່ອຍໄກ່ເກ່ຍການ​ເຈລະຈາ​ເພື່ອ​ສ້າງສັນ​ຕິ​ພາບ​ລະຫວ່າງອິສຣາ​ແອ​ລ ​ແລະ ປາ​ແລສ​ໄຕ໌. ການ​ຊ່ວຍ​ເຫລືອ​ທາງ​ການ​ທະຫານຂອງ​ສະຫະລັດ​ແກ່​ອີ​ຈິບ ລວມ​ເປັນຫຼາຍ ກວ່າ $1 ພັນ 300 ລ້ານ​ໂດ​ລາຕໍ່ປີ.

ພ້ອມ​ດຽວກັນ, ​ໃນ​ວັນ​ສຸກ​ວານ​ນີ້ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ​ໄດ້​ຮຽກຮ້ອງໃຫ້ລັດຖະບານຂອງ​ປະທານາທິບໍດີ Mubarak ​ໃຫ້​ເຊົາ​ໃຊ້​ວິທີ​ການຮຸນ​ແຮງຕໍ່ພວກ​ປະ​ທ້ວງ ​ແລະ​ໃຫ້ “​ໂອ້​ລົມ” ​ກັບ​ປະຊາຊົນ​ອີ​ຈິບ “​ໂດຍ​ດ່ວນ” ກ່ຽວກັບ​ການ​ປະຕິຮູບ. ລັດຖະມົນຕີ Clinton ​ຍັງກ່າວອີກ​ວ່າ ການ​ປະ​ທ້ວງຕ່າງໆ ​ແມ່ນ​ການ​ຢືນຢັນ​ໃຫ້​ວ່າມີ​ຄວາມ​ບໍ່ພໍ​ໃຈ​ຢ່າງ​ເລິກ​ເຊິ່ງຢູ່​ພາຍ​ໃນ​ສັງຄົມ​ຂອງ​ອີ​ຈິບ​ຢ່າງ​ແທ້​ຈິງ. ທ່ານ​ກ່າວ​ຢໍ້າອີກວ່າ ລັດຖະບານອີ​ຈິບຕ້ອງ​ເຂົ້າ​ໃຈ​ວ່າ ການ​ໃຊ້​ຄວາມຮຸນ​ແຮງຈະບໍ່​ເຮັດ​ໃຫ້​ຄວາມ
ທຸກ​ໃຈ​ເຫລົ່ານີ້ຂອງປະຊາຊົນ​ໝົດ​ໄປໄດ້.

ສະຫະລັດຍັງ​ໄດ້ຮຽກຮ້ອງ​ໃຫ້​ພວກ​ປະ​ທ້ວງ​ທັງຫລາຍ ຫລີກ​ເວັ້ນການ​ໃຊ້ຄວາມຮຸນ​ແຮງ ​ແລະ​ໃຫ້​ສະ​ແດງ​ຄວາມບໍ່ພໍ​ໃຈຂອງ​ພວກ​ຕົນ​ອອກ​ຢ່າງ​ສັນຕິ​ວິທີ.

ໃນ​ຂະນະ​ດຽວກັນ ທາງ​ຝ່າຍ​ທຳນຽບຫ້າ​ແຈ ຫລື Pentagon ​ເວົ້າວ່າ ການ​ພົບ​ປະ​ເຈລະ​ຈາປະຈຳ​ປີດ້ານ​ປ້ອງ​ກັນ​ປະ​ເທດກັບ​ພວກ​ເຈົ້າໜ້າທີ່​ຂັ້ນສູງ​ຂອງ​ອີ​ຈິບ ​ໄດ້​ຖືກ​ຕັດ​ໃຫ້ ສັ້ນລົງ ​ແລະ​ກໍເວົ້າວ່າຄະນະຜູ້​ແທນອີ​ຈິບທີ່​ເດີນທາງ​ມາ​ຮ່ວມການເຈລະຈາຕ່າງໆ​ນັ້ນ ກຳລັງ​ກັບ​ຄືນ​ໄປຍັງປະ​ເທດຂອງພວກ​ເຂົາ​ເຈົ້າ ລຸນ​ຫລັງ​ທີ່ທະຫານ​ທີ່​ຖືກ​ສົ່ງ​ໄປປະຈຳ​ຢູ່ ນະຄອນ Cairo ​ແລະ​ຕົວ​ເມືອງ​ອື່ນໆນັ້ນ ເພື່ອຊ່ອຍຮັບມືກັບການ​ເດີນ​ຂະ​ບວນຕ່າງໆ.

ຢູ່​ໃນ​ກອງ​ປະຊຸມ​ນັກ​ຂ່າວ​ກ່ຽວກັບ​ອີກ​ເລື້ອງນຶ່ງນັ້ນ ນາຍທະຫານອະວຸໂສຄົນນຶ່ງຂອງສະ ຫະລັດ ຄືນາຍ​ພົນ James Cartwright ​ໄດ້ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ຢູ່​ໃນ​ອີ​ຈິບ​ “ທຳການ​ຢັບຢັ້ງຊັ່ງ​ໃຈ​ໄວ້”. ທ່ານ Cartwright ​ແມ່ນ​ເປັນຮອງປະທານ​ເສນາທິການຮ່ວມ ຂອງ ກອງທັບສະຫະລັດ.

ແລະ ​ໃນ​ວັນ​ສຸກ​ວານ​ນີ້ ກະຊວງການຕ່າງປະເທດສະຫະລັດກໍ​ໄດ້​ອອກຄຳເຕືອນໃໝ່ໃນ​ການ​ເດີນທາງ​ໄປອີ​ຈິບ ​ໂດຍ​ຮຽກຮ້ອງໃຫ້​ຊາວ​ອາ​ເມຣິກັນ​ຫລີກ​ລ້ຽງການ​ເດີນທາງ​ທີ່​ບໍ່ຈຳ​ເປັນ​ໄປ​ຍັງ​ອີ​ຈິບ​ໃນ​ຂະນະ​ນີ້. ອີ​ຈິບ​ເປັນ​ປະ​ເທດ​ຫລັກທີ່​ຄົນ​ຈາກ​ສະຫະລັດ​ມັກ​ໄປທ່ອງ​ທ່ຽວປະ​ເທດ​ນຶ່ງ.

XS
SM
MD
LG