ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລົດໄຟຕົກລາງ ຕາຍ 19 ຄົນ ແລະບາດເຈັບ 107 ໃນອີຈິບ


ບັນດາພະນັກງານລົດໄຟ ພະຍາຍາມຍົກຍ້າຍຊາກເພພັງຂອງ ລົດໄຟທີ່ຕົກລາງ ທີ່ເມືອງ Badrasheen ປະເທດອີຈິບ
ບັນດາພະນັກງານລົດໄຟ ພະຍາຍາມຍົກຍ້າຍຊາກເພພັງຂອງ ລົດໄຟທີ່ຕົກລາງ ທີ່ເມືອງ Badrasheen ປະເທດອີຈິບ
ທີ່ປະ​ເທດ​ອີ​ຈິບ ລົດ​ໄຟ​ຄັນ​ນຶ່ງ​ທີ່​ບັນທຸກ​ທະຫານ​ເກນ ​ໄດ້ປະສົບ​
ອຸບັດ​ຕິ​ເຫດ​ຕົກ​ລາງ ຢູ່​ໃກ້ໆ​ກັບ​ນະຄອນຫລວງ​ໄຄ​ໂຣ ​ເຮັດ​ໃຫ້ 1
9 ຄົນ​ເສຍ​ຊີວິດ ​ແລະ 107 ຄົນ​ໄດ້​ຮັບ​ບາດ​ເຈັບ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລົດ​ໄຟ​ສອງ​ຕູ້​ໄດ້​ຕົກ​ລາງ ​ໃນ​ຕອນ​ເຊົ້າ​ວັນ​ອັງຄານ​ມື້​ນີ້ ​ໃນ​ເຂດ​ຄຸ້ມ Badrasheen ຂອງ​ເມືອງ Giza.

ອຸບັດຕິ​ເຫດ​ດັ່ງກ່າວ​ເກີດ​ຂຶ້ນ ​ບໍ່​ຮອດ​ສອງ​ອາທິດ ຫລັງ​ຈາກ​ອີ​ຈິບ​ແຕ່ງຕັ້ງ​ລັດຖະມົນຕີ​ຂົນ​ສົ່ງ​ຄົນ​ໃໝ່ ​ເພື່ອ​ໃຫ້​ປັບປຸງ​ຄວາມ​ປອດ​ໄພ​ຂອງ​ລະບົບ​ລົດ​ໄຟ​ຂອງ​ປະ​ເທດ ທີ່​ໄດ້​ມີ​ປະວັດດ້ານ​ຄວາມ​ປອດ​ໄພ​ທີ່​ຂີ້ຮ້າຍ​ຫລາຍ ຍ້ອນ​ບໍ່​ມີ​ການ​ບໍ່​ມີ​ການ​ບໍາລຸງ​ຮັກສາ ​ແລະ​ຍ້ອນ​ການ​ບໍລິຫານ​ງານ​ທີ່​ບໍ່​ດີ.

​ເມື່ອ​ເດືອນ​ພະຈິກ​ປີຜ່ານມາ ກໍ​ມີປະມານ 50 ຄົນ​ເສຍ​ຊີວິດ ​ເວລາ​ລົດ​ໄຟ​ຄັນ​ນຶ່ງ​ແລ່ນ​ເຂົ້າ​ຕໍາລົດ​ໂຮງ​ຮຽນ​ຄັນ​ນຶ່ງ ​ໃນ​ພາກ​ກາງຂອງ​ອີ​ຈິບ.
XS
SM
MD
LG