ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີຈິບ ໄຂຊາຍແດນ ຕິດກັບເຂດກາຊາ ຄືນ ເປັນການຊົ່ວຄາວ


ອີຈິບໄຂດ່ານ ເຂົ້າເຂດກາຊາ
ອີຈິບໄຂດ່ານ ເຂົ້າເຂດກາຊາ

ອີ​ຈິບໄດ້ເປີດ​ຊາຍ​ແດນ​ຂອງ​ຕົນ ​ຕິດ​ກັບ​ເຂດ​ກາຊາ​ ທີ່​ເມືອງ
Rafah ຄືນເປັນ​ການ​ຊົ່ວຄາວ ​ເພື່ອອະນຸຍາດ​ໃຫ້​ພວກ​ປະຊາ
ຊົນ​ທີ່​ຕົກຄ້າງຢູ່​ໃນ​ອີ​ຈິບ ​ໄດ້​ເຂົ້າ​ໄປ​ຍັງ​ເຂດ​ກາຊາ ອັນ​ເປັນ
​ດິນ​ແດນ​ຂອງ​ພວກ​ປາ​ແລ​ສ​ໄຕ​ນ໌ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ດ່ານຂ້າມ​ຊາຍ​ແດນ​ຈະ​ເປີດ​ຂຶ້ນ
ທັງ​ສອງຟາກໃນ​ວັນ​ອາທິດ​ວານ​ນີ້​ແລະ​ວັນ​ຈັນ​ມື້​ນີ້ ​ເພື່ອ​ໃຫ້​ພວກ​ເດີນທາງ​ ພວກ​ຄົນ​ເຈັບ
ແລະ​ອົງການ​ຊ່ອຍ​ເຫຼືອ​ດ້ານ​ມະນຸດສະທຳ ທີ່​ຍັງ​ຕົກ​ຄ້າງ​ຢູ່​ໃນ​ອີ​ຈິບ ກັບຄືນ​ມາ​ໄປ​ຍັງແຫຼມ​
ກາຊາ​ໄດ້.

ດ່ານ​ຂ້າມ​ຊາຍ​ແດນ Rafah ​ເປັນ​ຈຸດ​ດຽວ​ເທົ່າ​ນັ້ນ​ທີ່​ຈະ​ເຂົ້າ​ໄປ​ຫາ​ເຂດ​ກາຊາ​ໄດ້ ທີ່​ບໍ່​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ອິສຣາ​ແອ​ລ.

ດ່ານ​ດັ່ງກ່າວ​ໄດ້​ຖືກ​ອັດ​ມາ​ຕັ້ງ​ແຕ່​ທ້າຍ​ເດືອນ​ຕຸລາ ຫຼັງ​ຈາກ​ມີ​ການ​ໂຈມ​ຕີ​ທີ່​ມີ​ຜູ້​ຄົນ​ເສຍ​ຊີວິດ ທີ່​ໄດ້​ສັງຫານ​ພວກ​ທະຫານ​ອີ​ຈິບ​ຫຼາຍ​ກວ່າ 30 ຄົນ​ນັ້ນ. ດ່ານ​ຂ້າມ​ຊາຍ​ແດນ​ດັ່ງ
ກ່າວ ​ໄດ້​ໄຂ​ຄືນ​ເປັນ​ເວລາ​ສັ້ນໆ ​ໃນ​ທ້າຍ​ເດືອນ​ພະຈິກ​ຜ່ານ​ມາ​ນີ້ ​ເພື່ອ​ອະນຸຍາດ​ໃຫ້​ພວກ​ຊາວ​ປາ​ແລ​ສ​ໄຕ​ນ໌ຈຳນວນ​ນຶ່ງ ​ໃນ​ບັນດາຊາ​ວປາ​ແລ​ສ​ໄຕ​ນ໌ຫຼາຍ​ພັນ​ຄົນ​ທີ່​ໄດ້​ຕົກ​ຄ້າງ​
ຢູ່​ໃນ​ອີ​ຈິບນັ້ນ ກັບ​ຄືນເມືອບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ໄດ້.

Egypt has temporarily reopened its border with Gaza to allow those stranded in Egypt to enter the Palestinian territory.

Officials say the crossing will be open on both sides on Sunday and Monday for the return of stranded travelers, medical patients and incoming humanitarian aid to the Gaza Strip.

The Rafah crossing is the only access point to the Gaza Strip not controlled by Israel.

It has been closed since late October following a deadly attack that killed more than 30 Egyptian soldiers. The crossing briefly reopened at the end of November to allow some of the thousands of Palestinians stuck in Egypt to return home.







XS
SM
MD
LG