ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສື່​ມວນຊົນ​ຝຣັ່ງລາຍ​ງານ​ວ່າ ຫີບ​ບັນທຶກ​ການບິນ ​ພົບ​ເຫັນຮ່ອງຮອຍລະເບີດແຕກຢູ່ເທິ່ງ​ເຮືອບິນ


ນັກສືບສວນທະຫານ ຈາກຣັດເຊຍຢືນຢູ່ໃກ້ໆກັບຊາກເຮືອບິນຕົກ ຂອງສາຍການບິນຣັດເຊຍ.
ນັກສືບສວນທະຫານ ຈາກຣັດເຊຍຢືນຢູ່ໃກ້ໆກັບຊາກເຮືອບິນຕົກ ຂອງສາຍການບິນຣັດເຊຍ.

ສື່​ມວນຊົນ​ຝຣັ່ງລາຍ​ງານ​ວ່າ ຫີບ​ບັນທຶກ​ການບິນ ທີ່​ພົບ​ເຫັນ​ຢູ່
ບ່ອນ​ເຮືອບິນ ​ໂດ​ຍ​ສານຣັດ​ເຊຍ​ຕົກ ສະ​ແດງ​ໃຫ້​ເຫັນ​ວ່າ ລະ​
ເບີດນັ້ນ​ໄດ້​ເຮັດໃຫ້​ເຮືອບິນ​ຕົກ​ຢູ່​ອີ​ຈິບ ອາທິດ​ແລ້ວ​ນີ້ ​ທີ່່​ມີ​ຜູ້
​ເສຍ​ຊີວິດ​ທັງ​ໝົດ 224 ຄົນ.

​ໂທລະພາບ​ຝຣັ່ງຊ່ອງ 2 ​ແລະ​ອົງການ​ຂ່າວຝຣັ່ງ ອ້າງ​ແຫ​ລ່ງ
ຂ່າວ​ສືບສວນ​ທີ່​ໃກ້ຊິດ.

​ແຫລ່ງຂ່າວ AFP ກ່າວ​ວ່າ ອ້າງ​ອີງ​ຕາມ​ບັນດາ​ຜູ້ສືບສວນ ຫີບ
​ບັນທຶກ​ຂໍ້​ມູນ​ການບິນ ​ແລະ​ສຽງຢູ່​ໃນ​ຫີບບັນທຶກ​ຫ້ອງ​ບັງຄັບ
​ການບິນ ສະ​ແດ​ງ​ໃຫ້​ເຫັນ​ວ່າ ທຸກ​ສິ່ງ​ທຸກ​ຢ່າງ​ເປັນ​ປົກກະຕິ​ຢູ່​ເທິງ​ເຮືອ​ບິນ Metrojet ຂອງຣັດ​ເຊຍ.

ຫລັງ​ຈາກ 24 ນາ​ທີ​ຂອງ​ການບິນ “​ໃນ​ທັນ​ໃດ​ບໍ່​ມີ​ຫຍັງ” ຊຶ່ງ​ໜຶ່ງ​ຂອງ​ຫີບ​ບັນທຶກ​ໄດ້​ບັນທຶກ
​ເອົາສຽງ​ດັງແຮງ ​ແລະ “ຄວາມ​ປັ່ນ​ປ່ວນ ຢຸດ​ລົງ​ທັນ​ທີ່” ຊຶ່ງສະ​ແດງ​ໃຫ້​ເຫັນ​ວ່າ​ລະ​ເບີດ​ໄດ້​ແຕກ​ຂື້ນ.

ທີ່ຕັ້ງຂອງເມືອງ Sharm El-Sheikh, ປະເທດ Egypt
ທີ່ຕັ້ງຂອງເມືອງ Sharm El-Sheikh, ປະເທດ Egypt

ປະທານ​າທິບໍດີ ສະຫະລັດ ທ່ານ Barack Obama ​ແລະ​ນາຍົກລັດຖະມົນຕີ ອັງກິດ ທ່ານ David Cameron ທັງ​ສອງ​ໄດ້​ກ່າວ​ວ່າ ​ເປັນ​ທີ່​ແນ່ນອນ​ວ່າ ​ເຣືອບິນ​ຖືກ​ວາງ​ລະ​ເບີດ.

ປະ​ທານ​າ​ທິບໍດີ ຣັດ​ເຊຍ ທ່ານ Vladimir Putin ​ໄດ້​ຮ້ອງ​ການ​ລົງ​ຄວາມ​ເຫັນວ່າການວາງ​ລະ​ເບີດ​ນັ້ນວ່າ ບໍ​ມີ​ຫຍັງດີ​ໄປ​ກວ່າ​ຄຳ​ສັນນິຖານ.

​ແຕ່​ໃນ​ວັນ​ສຸກ​ວານ​ນີ້ ທ່ານ Putin ​ໄດ້​ລົບລ້າງ​ການບິນ​ເອກ​ກະ​ຊົນ​ທັງ​ໝົດ ທີ່​ຈະບິນ​ໄປອີ​ຈິບ ຊຶ່ງ​ໄດ້​ຮັບ​ການ​ແນະນຳ​ຈາກ​ຫົວໜ້າ ຄວາມ​ປອດ​ໄພ​ຂອງ​ທ່ານ ຄື​ທ່ານ Alexander Bortnikov “ຈົນ​ກວ່າ​ວ່າ​ພວກ​ເຮົາ​ຈະໄດ້​ພິຈາລະນາ​ເຖິງເຫດຜົນ​ອັນ​ແທ້ຈິງ” ຂອງ​ເຮືອບິນ​ຕົກເສຍກ່ອນ.

ເອກອັກຄະລັດຖະທູດ ອັງກິດ ທີ່ອີຈິບ ທ່ານ John Casson ໂອ້ລົມກັບບັນດານັກທ່່ອງທ່ຽວ.
ເອກອັກຄະລັດຖະທູດ ອັງກິດ ທີ່ອີຈິບ ທ່ານ John Casson ໂອ້ລົມກັບບັນດານັກທ່່ອງທ່ຽວ.

ທ່ານ Putin ຍັງ​ໄດ້​ສັ່ງ​ໃຫ້ ລັດຖະບານ​ປະຕິບັດ​ງານ ​ເຖິງ​ລາຍ​ລະອຽດ​ວ່າ ຈະ​ນຳ​ເອົາ​ຊາວຣັດ​ເຊຍ​ປະມານ 40,000 ຄົນ ທີ​ໄປ​ພັກຜ່ອນ​ຢູ່​ເມືອງ Sharm al-Sheikh ກັບ​ຄືນ​ບ້ານ​ຢ່າງ​ໃດ.

​ ເຮືອບິນ​ໂດຍ​ສານຣັດ​ເຊຍ ​ທີ່​ເຕັມ​ໄປ​ດ້ວຍນັກ​ທ່ອງ​ທ່ຽວຣັດ​ເຊຍ ​ໄດ້​ຂື້ນ​ຈາກ​ບ່ອນ​ຕາກ​ອາ​ກາດອີ​ຈິບ ເມືອງ Sharm al-Sheikh ວັນ​ເສົາ​ແລ້ວ​ນີ້ ​ແລະ​ມຸ້ງ ໜ້າສູ່ ​ເມືອງ St Petersburg.

​ເຈົ້າ​ ໜ້າ​ທີ່ສະຫະລັດ​ຄົນ​ໜຶ່​ງ ​ກ່າວ​ວ່າ ​ຈັບ​ໄດ້​ໂດຍ​ບັງ​ເອີນການ​ສົນທະນາ ທີ່​ແນ​ໃສ່​ລັດ​ອິສລາມ ​ແລະ​ວ່າຜູ້​ໃດ​ຜູ້​ໜຶ່ງ​ຢູ່​ໃນເດີ່ນບິນ Sharm el-Sheikໄດ້ ຊ່ວຍ​ໃນ​ການວາງ​ລະ​ເບີດດັ່ງກ່າວ.

XS
SM
MD
LG