ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຈິບ ຍັງສືບຕໍ່ ຕົກຢູ່ ໃນຄວາມເຄັ່ງຕຶງ ຫຼັງຈາກ ປະທະກັນ (ສະໄລດ໌/ວີດີໂອ)


ເຮືອບິນເຮຣີຄອບເຕີ້ທະຫານລຳນຶ່ງ ບິນເວີ່ນຢູ່ເທິງບໍລິເວນ ທີ່ກຸ່ມພະລາດອນພາບມຸສລິມ ໂຮມຊຸມນຸມສະໜັບສະໜຸນ ປະທານາທິບໍດີ ທີ່ຖືກໂຄ່ນລົ້ມ ທ່ານ Mohamed Morsi (5 ກໍກະລົດ 2013)
ເຮືອບິນເຮຣີຄອບເຕີ້ທະຫານລຳນຶ່ງ ບິນເວີ່ນຢູ່ເທິງບໍລິເວນ ທີ່ກຸ່ມພະລາດອນພາບມຸສລິມ ໂຮມຊຸມນຸມສະໜັບສະໜຸນ ປະທານາທິບໍດີ ທີ່ຖືກໂຄ່ນລົ້ມ ທ່ານ Mohamed Morsi (5 ກໍກະລົດ 2013)
ນະຄອນຫຼວງຂອງອີຈິບຍັງມີຄວາມເຄັ່ງຕຶງຢູ່ໃນວັນເສົາມື້ນີ້ໃນ
ຂະນະທີ່ພວກສະໜັບສະໜຸນ ແລະພວກຕໍ່ຕ້ານປະທານາທິບໍດີ
ທີ່ຖືກໂຄ່ນລົ້ມ ທ່ານ Mohamed Morsi ຍັງພາກັນຕັ້ງຄ້າຍພັກ
ຢູ່ໃນເຂດໃຈກາງເມືອງຫຼັງຈາກໄດ້ເກີດຄວາມຮຸນແຮງຂຶ້ນໃນມື້
ວັນສຸກວານນີ້ ທີ່ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 30 ຄົນ.

ກ້ອນຫີນ ແລະສິ່ງເສດເຫລືອຕ່າງໆ ຈາກການຕໍ່ສູ້ກັນຍັງຖິ້ມຊະ
ຊາຍຢັ່ງຢາຍຢູ່ຕາມຖະໜົນຫົນທາງໃນເຂດໃຈກາງນະຄອນຫຼວງ
ໄຄໂຣ ໃນຕອນເຊົ້າ ຂອງວັນເສົາມື້ນີ້. ການປະທະກັນໃນວັນສຸກ
ວານນີ້ ລະເບີດຂຶ້ນ ຫລັງຈາກພວກສະໜັບສະໜຸນ ທ່ານ Morsi
ຫຼາຍພັນຄົນໄດ້ລົງສູ່ຖະໜົນຫົນທາງເພື່ອທຳການປະທ້ວງຕໍ່ຕ້ານ
ການໂຄ່ນລົ້ມທ່ານ ໃນອັນທີ່ພວກເຂົາເຈົ້າເອີ້ນວ່າ “ວັນສຸກແຫ່ງການປະຕິເສດ” ນັ້ນ.

ບັນດາສະມາຊິກຂອງທັງສອງຝ່າຍທີ່ເປັນປໍລະປັກໄດ້ຕໍ່ສູ້ກັນ ທົ່ວນະຄອນຫຼວງໄຄໂຣແລະ ຫົວເມືອງອື່ນໆໂດຍພາກັນແກວ່ງກ້ອນຫີນແລະໝາກກະໂພກເຂົ້າໃສ່ກັນແລະກໍໃຊ້ກຳປັ້ນ ຕີກັນ. ນອກຈາກຜູ້ເສຍຊີວິດ 30 ຄົນແລ້ວຍັງມີອີກຫຼາຍກວ່າ 1,000 ຄົນໄດ້ຮັບບາດເຈັບ.

ນອກນັ້ນຍັງມີລາຍງານວ່າ ໃນຄືນແລ້ວນີ້ ໄດ້ມີການຍິງຕໍ່ສູ້ກັນດ້ວຍອາວຸດປືນ ເກີດຂຶ້ນ.



ພວກທະຫານໄດ້ຈັບທ່ານ Morsi ແລະພວກຜູ້ນຳຂອງກຸ່ມພະລາດອນພາບມຸສລິມໃນມື້ວັນ ພຸດຜ່ານມາໂຈະການໃຊ້ລັດຖະທຳມະນູນແລະສັ່ງໃຫ້ຈັດການເລືອກຕັ້ງໃໝ່. ພວກທະຫານ ເວົ້າວ່າການເຄື່ອນໄຫວຂອງຕົນໄດ້ມີຂຶ້ນຍ້ອນຢ້ານວ່າຈະເກີດການລຸກຮືຂຶ້ນຂອງປະຊາຊົນ. ຂະນະດຽວກັນ ພວກສະໜັບສະໜຸນ ທ່ານ Morsi ກໍໄດ້ປະນາມ ການເຄື່ອນໄຫວນີ້ວ່າເປັນ ການກໍ່ລັດຖະປະຫານຂອງ ພວກທະຫານ.

ໃນຂະນະທີ່ພວມເກີດຄວາມຮຸນແຮງ ໃນມື້ວານນີ້ ທັງສະຫະລັດ ແລະອົງການສະຫະປະຊາ ຊາດໄດ້ຮຽກຮ້ອງໃຫ້ຊາວອີຈິບບັນລຸການແກ້ໄຂວິກິດການແບບສັນຕິ ແລະຫລີກລ່ຽງການ ໃຊ້ຄວາມຮຸນແຮງ.

ພວກຝ່າຍຄ້ານໃນອີຈິບໄດ້ກ່າວຫາ ທ່ານ Morsi ປະທານາທິບໍດີທີ່ໄດ້ຖືກເລືອກແບບປະ
ຊາທິປະໄຕຄົນທຳອິດ ຂອງປະເທດວ່າ ທໍລະຍົດຕໍ່ການປະຕິວັດ ປີ 2011 ທີ່ໄດ້ໂຄ່ນລົ້ມ ທ່ານ Hosni Mubarak.

ໃນມື້ວັນພະຫັດຜ່ານມາ ທາງກອງທັບອີຈິບ ໄດ້ໃຫ້ທ່ານ Adly Mansour ຫົວໜ້າສານອະ ວຸໂສ ສາບານໂຕເຂົ້າຮັບຕຳແໜ່ງເປັນປະທານາທິບໍດີຊົ່ວຄາວຂອງປະເທດ.

ທາງກອງທັບແລະອະດີດກຸ່ມຝ່າຍຄ້ານຂອງອີຈິບຮຽກຮ້ອງໃຫ້ມີການຄືນດີກັນ ໃນຂະນະທີ່ ພວກທະຫານດຳເນີນການຕໍ່ໄປ ໃນອັນທີ່ເອີ້ນວ່າ ແຜນທີ່ເພື່ອຟື້ນຟູ ການປົກຄອງແບບປະ ຊາທິປະໄຕຂອງພົນລະເຮືອນນັ້ນ.

ຂະນະດຽວກັນ ສະຫະພາບອາຟຣິກາ ກໍໄດ້ໂຈະການເປັນສະມາຊິກ ຂອງອີຈິບ ເພື່ອເປັນ ການຕອບໂຕ້ຕໍ່ການໂຄ່ນລົ້ມປະທານາທິບໍດີ Mohamed Morsi.

ສະພາສັນຕິພາບແລະຄວາມໝັ້ນຄົງຂອງສະຫະພາບອາຟຣິກາໄດ້ຕັດສິນໃຈກ່ຽວກັບເລື່ອງ ນີ້ ໃນລະຫວ່າງການປະຊຸມ ໃນວັນສຸກວານນີ້ ທີ່ນະຄອນຫຼວງຂອງເອທິໂອເປຍ.

XS
SM
MD
LG