ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ ອີ​ຈິບ ທ່ານ Sissi ​ຮັບຮອງເອົາ​ ກົດໝາຍ ຕໍ່ຕ້ານ​ ການ​ກໍ່​ການ​ຮ້າຍ


ປະທານາທິບໍດີ ອີ​ຈິບ ທ່ານ Abdel-Fattah el-Sissi.
ປະທານາທິບໍດີ ອີ​ຈິບ ທ່ານ Abdel-Fattah el-Sissi.

ປະທານາທິບໍດີ ອີ​ຈິບ ທ່ານ Abdel Fattah el-Sissi ​ໄດ້​ລົງ​ນາມໃນ​ກົດໝາຍ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍສະບັບ​ໃໝ່​ວັນ​ອາທິດ​ວານ​ນີ້ ​ທີ່​ຮຽກຮ້ອງ​ໃຫ້​ມີ​ການ​ປະຫານ​ຊີວິດ ​ແລະ ຈຳ​ຄຸກ​ຕະຫຼອດ​ຊີວິດ​ສຳລັບ​ການ​ໂຈ​ມຕີ​ບາງ​ປະການ ​ພ້ອມ​ທັງ​ຂົ່ມຂູ່​ປັບໄໝ​ເປັນ​ເງິນ​ຈຳນວນ​ຫຼວງ​ຫຼາຍ​ສຳລັບ “ການ​ລາຍ​ງານ​ທີ່​ບໍ່​ເປັນຄວາມ​ຈິງ” ກ່ຽວ​ກັບ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ.

ທ່ານ Sissi ​ໄດ້ໃຫ້​ຄຳ​ສັນຍາ​ໃນ​ເດືອນ ມິຖຸນາ ​ເພື່ອ​ເສີມ​ປະສິດ​ທິພາ​ບ​ຂອງກົດໝາຍ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ ຫຼັງ​ຈາກ​ການລະ​ເບີດ​ຄັ້ງ​ໜຶ່ງ​ໄດ້​ເຮັດ​ໃຫ້​ໄອ​ຍະ​ການ​ລະດັບ​ສູງຂອງ​ປະ​ເທດ​ຄົນ​ໜຶ່ງ​ເສ​ຍຊີວິດ. ທ່ານ​ໄດ້​ຖິ້ມ​ໂທດ​ວ່າການ​ໂຈມ​ຕີ​ນັ້ນ​ແມ່ນ​ການ​ກະທຳ​ຂອງພວກມຸສລິ​ມ

ພະລາດອນພາບ, ກຸ່ມ​ທີ່​ລັດຖະບານ​ຂອງ​ທ່ານ​ໄດ້​ໝາຍ​ກາ​ວ່າ​ເປັນອົງການ​ກໍ່​ການ​ຮ້າຍ ​ແລະ ​ໄດ້​ປາບ​ປາມ​ຕັ້ງ​ແຕ່​ທ່ານ​ໄດ້​ນຳພາ​ການ​ຂັບ​ໄລ່​ປະທານາທິບໍ​ດີ ອິສລາມ Mohamed Morsi ອອກ ​ໃນ​ເດືອນ​ກໍລະກົດ 2013.

ພາຍ​ໃຕ້​ກົດໝາຍ​ໃໝ່, ພວກໃດທີ່ເຕົ້າ​ໂຮມກັນ ຫຼື ນຳພາ​ກຸ່ມກໍ່​ການ​ຮ້າຍ​ຈະໄດ້​ປະ​ເຊີນ​ໜ້າ​ກັບ​ການ​ລົງ​ໂທດ​ເຖິງ​ຕາຍ.

ການ​ຈັດ​ຫາ​ແຫຼ່ງ​ເງິນ​ໃຫ້​ພວກ​ລັດທິ​ກໍ່​ການ​ຮ້າຍ​ ອາດສາມາດ​ນຳ​ໄປ​ເຖິງ​ການຈຳ​ຄຸກຕະຫຼອດ ຊີວິດ, ​ໃນ​ຂະນະ​ທີ່​ການ​ມີພຶດຕິ​ກຳສົ່ງ​ເສີມ​ການ​ກໍ່​ການ​ຮ້າຍ ຫຼື ກະກຽມເພື່ອ​ປຸກລະດົມ​ການ​ໂຈມ​ຕີ​ກໍ​ຈະ​ໄດ້​ຮັບ​ຜົນ​ຈຳ​ຄຸກ​ເຊັ່ນ​ກັນ.

ສຳລັບ​ບັນດາ​ນັກ​ຂ່າວ, ຖ້າ​ລາຍ​ງານຂ່າວ​ທີ່​ຂັດ​ແຍ້​ງກັບ​ສະບັບ​ທີ່​ເປັນ​ທາງ​ການ ອາດໝາຍ ເຖິງ​ການ​ປັບ​ໄໝເງິນ​ລະຫວ່າງ 25,000 ​ໂດ​ລາ ​ແລະ 64,000 ​ໂດ​ລາ. ຮ່າງ​ຕົ້ນ​ສະ​ບັບຂອງ​ກົດໝາຍ​ໄດ້​ຮຽກຮ້ອງ​ໃຫ້​ຈັບ​ນັກ​ຂ່າວ​ເຂົ້າ​ຄຸກ, ​ແຕ່​ວ່າ​ພາກສ່ວນ​ນັ້ນ​ໄດ້​ຖືກເລີກ​ລົ້ມ​ຫຼັງຈາກ ໄດ້​ຮັບ​ການ​ຄັດຄ້ານ​ຈາກ​ບັນດາ​ນັກ​ວິຈານ.

ອົງການ​ນິລະ​ໂທດ​ກຳ​ສາກົນໄດ້​ເອີ້ນ​ກົດໝາຍ​ດັ່ງກ່າ​ວວ່າ “​ໂຫດຮ້າຍ” ​ແລະ ​ໄດ້​ກ່າວ​ວ່າມັນ “​ເປັນ​ຕົວ​ແທນ​ໃຫ້​ກັບ​ການ​ໂຈມ​ຕີ​ທີ່​ມີ​ຄວາມ​ຜິດ​ຢ່າງ​ຊັດເຈນ ກ່ຽວ​ກັບ​ສິ​ດທິ​ໃນເສລີ​ພາບ​ໃນ​ການ​ປາກເວົ້າ, ການຊຸ​ມນຸມຢ່າງສັນຕິ​ພາບ ​ແລະ ການ​ຄົບ​ຫາ​ສະມາຄົມ.”

ຄະນະ​ກຳມະ​ການ​ເພື່ອປົກ​ປ້ອງ​ບັນດາ​ນັກ​ຂ່າວ​ໄດ້​ສົ່ງ​ໜັງສື​ສະບັບ​ໜຶ່ງ​ໄປ​ຫາ​ທ່ານ Sissi ​ເດືອນ​ແລ້ວ​ນີ້ ໂດຍ​ຮຽກຮ້ອງ​ໃຫ້​ທ່ານ​ບໍ່ໃຫ້​ລົງ​ນາມໃນກົດໝາຍ​ບັນຍັດ​ຂໍ້ຈຳກັດ​ດັ່ງກ່າວ, ແລະ​ໃຫ້​ປ່ອຍ​ໂຕ​ບັນດາ​ນັກ​ຂ່າວ​ທັງ​ໝົດທີ່​ຖືກ​ຂັງ​ຄຸກຍ້ອນ​ວຽກ​ງານ​ຂອງ​ພວກ​ເຂົາ​ເຈົ້າ.

ການ​ໄດ້ຮັບ​ຄວາມ​ສົນ​ໃຈ​ສູງ​ສຸດ​ຂອງ​ບັນ​ດາ​ກໍລະ​ນີ​ເຫຼົ່າ​ນັ້ນ​ ​ແມ່ນ​ມີ​ກຳນົດ​ທີ່​ຈະ​ມີ​ຜົນ​ສະຫຼຸບ​ໃນ​ວັນ​ທີ 29 ​ເດືອ​ນສິງຫາພ້ອມ​ກັບ​ສານ ​ອີ​ຈິບ​ ປະກາດ​ຄຳພິພາກສາ​ໃນ​ກາ​ນພິຈາລະນາ​ການ​ກ່າວໂທດຄືນ​ໃໝ່​ຕໍ່​ນັກ​ຂ່າວ Al-Jazeera 3 ຄົນ ໃນຂໍ້​ຫາ​ສົ່ງ​ເສີມ​ພວກ​ອ້າ​ຍນ້ອງ
ມຸສລິ​ມ. ການ​ພິພາກສາ​ດັ້ງ​ເດີ​ມ​ແລ້ວ​ຄາດ​ວ່າ​ຈະເກີດ​ຂຶ້ນ​ໃນ​ຕົ້ນ​ເດືອນ​ນີ້, ​ແຕ່​ວ່າ​ສານ​ໄດ້​ເລື່ອນ​ການ​ຕັດສິນຢ່າງ​ຊ້ຳ​ໄປ​ຊ້ຳ​ມາ ​ຕັ້ງ​ແຕ່​ທ້າວ Mohamed Fahmy ສັນຊາດ ກາ​ນາ​ດາ, ທ້າວ Baher Mohamed ຊາວ ອີຈິບ ແລະ ທ້າວ Peter Greste ສັນຊາດ ອອສເຕຣເລຍ ໄດ້ຖືກຈັບກຸມໃນເດືອນ ທັນວາ 2013.

XS
SM
MD
LG