ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນໍາປະເທດອໍານາດໃຫຍ່ໆໃນໂລກ ຮຽກຮ້ອງ ໃຫ້ມີການໂອນອໍານາດ ຢ່າງເປັນລະບຽບ ໃນອີຈິບ


ພວກເດີນຂະບວນປະທ້ວງທີ່ຕໍ່ຕ້ານລັດຖະບານໂຮມຊຸມນຸກັນຢູ່ຈະຕຸລັດ Tahrir, ຊຶ່ງເປັນສູນກາງບ່ອນປະທ້ວງ ຂອງພວກຕໍ່ຕ້ານລັດຖະບານ ໃນນະຄອນຫລວງ Cairo, ວັນທີ 3 ກຸມພາ 2011.
ພວກເດີນຂະບວນປະທ້ວງທີ່ຕໍ່ຕ້ານລັດຖະບານໂຮມຊຸມນຸກັນຢູ່ຈະຕຸລັດ Tahrir, ຊຶ່ງເປັນສູນກາງບ່ອນປະທ້ວງ ຂອງພວກຕໍ່ຕ້ານລັດຖະບານ ໃນນະຄອນຫລວງ Cairo, ວັນທີ 3 ກຸມພາ 2011.

ບັນດາ​ຜູ້ນຳ​ຂອງ​ 5 ປະ​ເທດ​ໃນ​ຢູ​ໂຣບຮຽກຮ້ອງ​ໃຫ້ມີການ​ໂອນ​ອໍານາດ ຢ່າງ​ເປັນ​ລະບຽບ​ແລະ​ວ່ອງ​ໄວຢູ່​ໃນອີ​ຈິ​ບ, ​ໂດຍ​ກ່າວ​ວ່າ​ພວກທ່ານ​ເຫລົ່ານີ້ມີ​ຄວາມ​ເປັນ​ຫ່ວງ​ນໍາ​ການ​ກໍ່​ຄວາມວຸ້ນວາຍຕໍ່ກັນ ​ລະຫວ່າງພວກປະ​ທ້ວງ​ທີ່​ສະໜັບ ສະໜູນ​ລັດຖະບານ ​ກັບພວກ​ຕໍ່ຕ້ານ​ລັດຖະບານ.

ໃນຖະ​ແຫລ​ງການຮ່ວມທີ່​ມີ​ຂຶ້ນ​ໃນ​ວັນ​ພະຫັດ​ມື້ນີ້, ຜູ້ນຳ​ປະ​ເທດ​ຝຣັ່ງ, ​ເຢຍລະ​ມັນ, ອັງກິດ, ອີ​ຕາ​ລີ ​ແລະ​ສະ​ເປ​ນ ເວົ້າວ່າ “ຂັ້ນ​ຕອນການໂອນ​ອຳນາດຕ້ອງເລີ້ມ​ຂຶ້ນດຽວນີ້.”

ໃນ​ວັນ​ພຸດ​ວານ​ນີ້ ສະຫະລັດ ​ແລະພັນທະ​ມິດ​ຈຳນວນ​ນຶ່ງ​ ກໍ​ໄດ້ປະນາມ​ການ​ນອງ​ເລືອດທີ່​ເກີດ​ຂຶ້ນ​ ໂດຍ​ໄດ້​ຮຽກຮ້ອງ​ໄປ​ຍັງລັດຖະບານຂອງປະທານາທິບໍດີ Hosni Mubarak ໃຫ້​ສະ​ແດງ​ການຢັບຢັ້ງຊັ່ງໃຈ​ ຕໍ່ພວກ​ປະ​ທ້ວງ.

ໂຄສົກ​ປະຈຳທຳນຽບຂາວ, ທ່ານ Robert Gibbs
ກ່າວ​ໃນ​ວັນ​ພຸດ​ວານ​ນີ້ວ່າ ​ການກໍ່ຄວາມຮຸນ​ແຮງ​ໃດໆ
ກໍ​ຕາມ ຖ້າຫາກຖືກ​ປຸກ​ປັ່ນ​ຂຶ້ນໂດຍລັດຖະບານນັ້ນ ມັນ​ຄວນຍຸດຕິ​ລົງໂດຍທັນທີ​.

ນອກ​ຈາກ​ນັ້ນ ນາ​ຍົກ​ລັດຖະມົນຕີອັງກິດ ທ່ານ David Cameron ກໍ​ໄດ້ສົ່ງຖ້ອຍ​ຄຳຄ້າຍຄື
ກັນນີ້ ​ໂດຍ​ເວົ້າວ່າ ການ​ອຸບປະຖໍາ​ໃດ​ໆກໍ​ຕາມຂອງ​ລັດ ຢູ່​ເບື້ອງ​ຫລັງອັນທີ່​ທ່ານເອິ້ນວ່າ
“​ເຫດການ​ທີ່ຮ້າຍ​ແຮງ-ຕໍ່າຊ້າ” ຂອງ​ການ​ກໍ່ຄວາມຮຸນ​ແຮງນັ້ນ ຈະ​ຖື​ວ່າ “​ເປັນເລື້ອງທີ່ຮັບ
ບໍ່​ໄດ້​ຢ່າງ​ສິ້ນ​ເຊີງໂດຍ​ເດັດ​ຂາດ” ທັງ​ໝົດ.



XS
SM
MD
LG