ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມອີສລາມອີຈິບ ຈະທໍາການປະທ້ວງ ອີກຮອບໃໝ່ (ວີດິໂອ)


Light effects are seen on a cover of a Malaysia's national car maker Perodua's new model "Axia" during its launch in Kuala Lumpur.

ກຸ່ມ​ອິສລາມໃນອີ​ຈິບ ​ໄດ້​ຮຽກຮ້ອງ​ໃຫ້​ທໍາ​ການ​ປະ​ທ້ວງ​ອີກ​ຮອບ​ໃໝ່ ​ໃນ​ວັນ​ອາທິດ​ມື້​ນີ້ ​ນຶ່ງມື້ ຫຼັງຈາກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ຍຸຕິ​ການ​ປະ​ເຊີນ ໜ້າ​ກັນຢ່າງ​ເຄ່ງ​ຕຶງ​ກັບ​ພວກ​ປະ​ທ້ວງທີ່​ວັດ​ແຫ່ງ​ນຶ່ງ​ໃນນະຄອນຫຼວງ​ໄຄ​ໂຣ.

​ເມື່ອ​ວັນ​ເສົາ​ວານ​ນີ້ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ເຂົ້າຄວບ​ຄຸມ​ວັດ AL-Fath ບ່ອນ​ທີ່​ພວກ​ສະ​ໜັບສະ​ໜຸນ​ ປະທານາ​ທິບໍດີ Mohamed Morsi ທີ່​ຖືກ​ໂຄ່ນ​ລົ້ມ ຫຼາຍໆ​ຄົນ​ໄດ້​ພາກັນ​ເຂົ້າ​ໄປຫຼົບລີ້​ຢູ່ ຫຼັງຈາກ​ວັນ​ແຫ່ງ ຄວາມໂກດ​ແຄ້ນ​ທີ່ນອງ​ເລືອດ ​ເມື່ອ​ວັນ​ສຸກ​ຜ່ານ​ມາ.

ລັດຖະບານ​ຊົ່ວ​ຄາວ​ຂອງ​ອີ​ຈິບ ​ໄດ້​ກ່າວ​ຫາ​ກຸ່ມ​ພະລາດອນພາບ​ມຸສລິ​ມ ຂອງ​ທ່ານ Morsi ວ່າ​ເປັນ​ຜູ້​ຍຸ​ແຍ່​ໃຫ້​ເກີດຄວາມ​ຮຸນ​ແຮງ ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດຫຼາຍກວ່າ 700 ຄົນ ນັບ​ຕັ້ງ​ແຕ່​ວັນ​ພຸດ​ຜ່ານ​ມາ ຊຶ່ງ​ຝ່າຍພະລາ ດອນພາບ​ມຸສລິ​ມ​ເວົ້າ​ວ່າ ຈໍານວນ​ຜູ້​ເສຍ​ຊີວິດ​ແມ່ນ​ສູງກວ່າ​ນັ້ນ.

ນາຍົກລັດຖະມົນຕີ Hazem el-Beblawi ​ໄດ້ສະ​ເໜີ​ໃຫ້​ຍຸບ​ກຸ່ມ​ພະລາ ດອນພາບ​ມຸສ ລິ​ມ ຊຶ່ງ​ເປັນ​ການ​ເຄຶ່ອນ​ໄຫວ​ທີ່​ຈະເຮັດ​ໃຫ້ກຸ່ມ​ດັ່ງກ່າວ ກາຍ​ເປັນ​ກຸ່ມ​ໃຕ້​ດິນ ​ແລະ​ອາດ​ນໍາ​ໄປ​ສູ່​ການ​ຈັບ​ກຸມຄັ້ງ​ໃຫຍ່ ບັນດາສະມາຊິກ ຂອງ​ກຸ່ມພະ​ລາດ​ອນພາບ​ ໃນ​ທົ່ວ​ປະ​ເທດ.
ອົງການ​ຂ່າວ​ທາງ​ການ​ຂອງ​ອີ​ຈິບ ​ເວົ້າ​ວ່າ ພວກ​ສະໜັບສະ​ໜຸນກຸ່ມ​ພະ​ລາດ​ອນພາບ ປະມານ 250 ຄົນ ກໍາລັງ​ຢູ່​ພາຍ​ໃຕ້​ການ​ສືບສວນ ​ໃນ​ຖານ​ມີ​ສ່ວນ​ພົວພັນກັບເຫດການ​ວຸ້ນວາຍ​ທີ່​ເກີດ​ຂຶ້ນ​ນັ້ນ.

ວັນ​ທີ່​ມີ​ຄົນ​ບາດ​ເຈັບ​ລົ້ມ​ຕາຍ​ທີ່​ສຸດ​ ​ຄື​ວັນ​ສຸກ​ຜ່ານ​ມາ ​ເວລາ​ການ​ປະ​ທະ ກັນຫຼາຍບັ້ນ​ຢູ່​ໃນ​ໄຄ​ໂຣ ​ແລະ​ຫົວ​ເມືອງອື່ນໆ ​ໄດ້ຍັງ​ຜົນ​ໃຫ້ມີ​ຜູ້​ເສຍ​ຊີວິດ 173 ຄົນ ​ແລະບາດ​ເຈັບ​ອີກຫຼາຍກວ່າ 1,000 ຄົນ ອິງ​ຕາມ​ລາຍ​ງານ ຂອງ​ລັດຖະບານ.

​ເຈົ້າໜ້າ​ທີ່​ເວົ້າ​ວ່າ ​ໃນ​ຈໍານວນ​ຜູ້​ທີ່ຖືກ​ຂ້າ​ຕາຍ​ນັ້ນ ກໍ​ມີ​ລູກ​ຊາຍ​ຂອງ ທ່ານ Mohamed Badie ຫົວໜ້າ​ກຸ່ມພະລາດອນພາບ​ມຸສລິ​ມ.

​ໂຄ​ສົກ​ລັດຖະບານ​ຜູ້​ນຶ່ງ​ເວົ້າ​ວ່າ ຕໍາຫຼວດ 57 ຄົນ ຖືກ​ຂ້າ​ຕາຍ​ເມື່ອ​ວັນ​ສຸກ ຜ່ານ​ມາ.

​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ເມື່ອ​ຕອນແລງ​ວັນ​ເສົາ​ວານ​ນີ້ ທ່ານ ພັນ ຄີ​ມູນ ​ເລຂາທິການ​ໃຫຍ່​ຢູ​ເອັນ ​ໄດ້​ຮຽກຮ້ອງ​ໃຫ້​ຍຸຕິ​ການ​ປະ​ທ້ວງ​ທີ່​ຮຸນ​ແຮງ ​ແລະ​ກ່າວ​ວ່າ ລັດຖະບານ​ໄດ້​ໃຊ້​ກໍາລັງເກີນ​ຂອບ​ເຂດ ​ໃນ​ການ​ປາບ​ປາມ​ພວກ ປະ​ທ້ວງ​ນັ້ນ. ທ່ານ ພັນ ຄີ​ມູນ ​ເວົ້າ​ວ່າ ການ​ປ້ອງ​ກັນ​ບໍ່​ໃຫ້​ມີ​ຄົນ​ເສຍ​ຊີວິດ ຫຼາຍ​ໄປ​ກວ່າ​ນີ້ ຄວນ​ຈະ​ເປັນ​ບຸລິມະສິດ​ສູງ​ສຸດ​ຂອງ​ຊາວ​ອີ​ຈີບ ​ໃນ​ເວລາ​ນີ້.

ເບິ່ງວີດີໂອ: ປະທານາທິບໍດີ ໂອບາມາ ສະແດງຄວາມເຫັນກ່ຽວກັບອີຈິບ:

Obama Caught in Dilemma on Egypt
please wait

No media source currently available

0:00 0:03:16 0:00
ລິງໂດຍກົງ
XS
SM
MD
LG