ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກປະທ້ວງໂຮມຊຸມນຸມກັນອີກ ທີ່ປະເທດອີຈິບ


ລົດຫຸ້ມເກາະຂອງກອງທັບອີຈິບ ລາດຕະເວນຕາມຖະໜົນຫົນທາງ ໃນນະຄອນຫຼວງໄຄໂຣ ລຸນຫຼັງທີ່ໄດ້ເກີດ ການປະທ້ວງຕໍ່ຕ້ານລັດຖະບານ (28 ມັງກອນ 2011)
ລົດຫຸ້ມເກາະຂອງກອງທັບອີຈິບ ລາດຕະເວນຕາມຖະໜົນຫົນທາງ ໃນນະຄອນຫຼວງໄຄໂຣ ລຸນຫຼັງທີ່ໄດ້ເກີດ ການປະທ້ວງຕໍ່ຕ້ານລັດຖະບານ (28 ມັງກອນ 2011)

ພວກປະທ້ວງຈຳນວນຫຼວງຫຼາຍ ໄດ້ໄປໂຮມຊຸມນຸມກັນທີ່
ນະຄອນຫຼວງໄຄໂຣບໍ່ເທົ່າໃດຊົ່ວໂມງຫຼັງຈາກປະທານາທິ
ບໍດີອີຈິບ ທ່ານ Hosni Mubarak ໄດ້ຍຸບຄະນະລັດຖະ
ບານຂອງທ່ານ ແລະທ້າທາຍຕໍ່ການຮຽກຮ້ອງໃຫ້ການປົກ
ຄອງເປັນເວລາ 30 ປີຂອງທ່ານສິ້ນສຸດລົງນັ້ນ.

ໂທລະພາບຂອງທ່ານການອີຈິບປະກາດໃນວັນເສົາມື້ນີ້ວ່າ
ຄະນະລັດຖະບານ ຂອງທ່ານ Mubarak ໄດ້ພາກັນລາ
ອອກຢ່າງເປັນທາງການແລ້ວ.

ໃນຄຳປາໄສທາງໂທລະພາບໃນຕອນແລງຂອງມື້ວັນສຸກວານນີ້ທ່ານ Mubarak ໃຫ້ຄຳ
ໝັ້ນສັນຍາວ່າ ຈະແຕ່ງຕັ້ງຄະນະລັດຖະບານຊຸດໃໝ່ໃນວັນເສົາມື້ນີ້ແລະຈັດຕັ້ງປະຕິບັດ
ການປະຕູຮູບທາງດ້ານການເມືອງແລະເສດຖະກິດ ເພື່ອເປັນການຕອບສະໜອງຕໍ່ຄວາມ
ຮຽກຮ້ອງຕ້ອງການ ຂອງພວກປະທ້ວງຈຳນວນຫຼາຍສິບພັນຄົນ ທີ່ພາກັນປະທ້ວງຢູ່ຕາມ
ຖະໜົນຫົນທາງໃນນະຄອນຫຼວງໄຄໂຣແລະຫົວເມືອງອື່ນໆນັ້ນ.

ສອງຕາໜ່າງໂທລະສັບມືຖືເລີ້ມໃຫ້ການບໍລິການຄືນໃນວັນເສົາມື້ນີ້ປະມານ 24 ຊົ່ວໂມງ ຫຼັງຈາກລັດຖະບານໄດ້ມີຄຳສັ່ງ ໃຫ້ບໍລິສັດໂທລະສັບມືຖື ຕັດການໃຫ້ບໍລິການໃນຄວາມ
ພະຍາຍາມເພື່ອຍຸຕິການປະທ້ວງຂະໜາດໃຫຍ່ໃນມື້ວັນສຸກວານນີ້.

ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ໄດ້ທຳການຮ້ອງຂໍໃນມື້ວານນີ້ໃຫ້ອີຈິບ
ຟື້ນຟູຫຼືເປີດຄືນລະບົບອິນເຕີແນັດ ແລະການບໍລິການດ້ານສື່ສານຄົມມະນາຄົມແລະລະ ເວັ້ນຈາກການໃຊ້ຄວາມຮຸນແຮງຕໍ່ພວກປະທ້ວງຢ່າງສັນຕິ.

ປະທານາທິບໍດີໂອບາມາກ່າວວ່າ ທ່ານໄດ້ໂອ້ລົມ ກັບທ່ານ Mubarak ແລະໄດ້ຮ້ອງຂໍ
ໃຫ້ທ່ານເອົາບາດກ້າວທີ່ໜັກແໜ້ນ ເພື່ອເຮັດໃຫ້ຄຳໝັ້ນສັນຍາກ່ຽວກັບການປະຕິຮູບທີ່
ທ່ານໄດ້ໃຫ້ໄວ້ກັບປະຊາຊົນອີຈິບນັ້ນ ບັນລຸຜົນເປັນຈິງ.

ການເດີນຂະບວນໃນມື້ວັນສຸກວານນີ້ແມ່ນມີຂະໜາດໃຫຍ່ສຸດແລະມີຄວາມຮຸນແຮງສຸດ ນັບແຕ່ການປະທ້ວງໄດ້ເລີ້ມຂຶ້ນ ໃນມື້ວັນອັງຄານຜ່ານມາ. ພວກປະທ້ວງຈຳນວນຫຼາຍ
ພັນຄົນໄດ້ພາກັນຝ່າຝືນ ຄຳສັ່ງຫ້າມອອກນອກເຮືອນ ໃນຍາມກາງຄືນ. ຕຶກອາຄານ
ຫຼາຍໆຫຼັງ ຍັງສືບຕໍ່ລຸກໄໝ້ເປັນແປວໄຟໃນນະຄອນຫຼວງໄຄໂຣ ບ່ອນທີ່ໄດ້ລົດຖັງທຳ
ການລາດຕະເວນຢູ່ຕາມຖະໜົນຫົນທາງສາຍຕ່າງໆໃນນະຄອນດັ່ງກ່າວໃນຄືນແລ້ວນີ້.

ເຈົ້າໜ້າອີຈິບກ່າວວ່າມີຢ່າງນ້ອຍ 35 ຄົນເສຍຊີວິດໃນຄວາມວຸ້ນວາຍມື້ວານນີ້. ໂຮງໝໍ
ບາງແຫ່ງລາຍງານວ່າ ຈຳນວນທີ່ເສຍຊີວິດແມ່ນສູງກວ່ານີ້ຄືມີຢ່າງນ້ອຍ 74 ຄົນເສຍຊີ
ວິດໃນການປະທ້ວງຢູ່ຕາມຫົວເມືອງສຳຄັນໆນອກນັ້ນຍັງມີອີກຫຼາຍໆຮ້ອຍຄົນໄດ້ຮັບບາດ
ເຈັບ.

ພວກນັກທ່ອງທ່ຽວຕ່າງປະເທດ ແລະຊາວອີຈິບຈຳນວນຫຼວງຫຼາຍ ໄດ້ພາກັນອັ່ງອໍຢູ່ທີ່
ສະໜາມບິນໃຫຍ່ຂອງກຸງໄຄໂຣ ເພື່ອຊອກຫາຖ້ຽວບິນອອກເດີນທາງໄປຕ່າງປະເທດ.

XS
SM
MD
LG