ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກອງທັບ ອີຈິບ ຕໍາໜິ ສຫລ ທີ່ບໍ່ ສະໜັບ ສະໜຸນ ການໂຄ່ນ​ລົ້ມ ທ່ານ Morsi (ວີດິໂອ)


ພວກທີ່ສະໜັບສະໜຸນ ທ່ານ Mohamed Morsi ປະທານາທິບໍດີ​ອີຈິບທີ່ຖືກໂຄ່ນໄປນັ້ນ ຖືທຸງຊາດຜືນໃຫຍ່ ໃນຂະນະທີ່ຮ້ອງຄໍາຂວັນ ຕໍ່ຕ້ານນາຍພົນ Abdel-Fattah el-Sissi ລັດຖະມົນຕີກະຊວງປ້ອງກັນປະເທດ ຢູ່ນອກວັດອິສລາມ Rabaah al-Adawiya ຢູ່ຄຸ້ມ Nasr ໃນກຸງໄຄໂຣຂອງອີຈິບ ໃນວັນທີ 2 ທັນວ 2013 ຜ່ານມານີ້.
ພວກທີ່ສະໜັບສະໜຸນ ທ່ານ Mohamed Morsi ປະທານາທິບໍດີ​ອີຈິບທີ່ຖືກໂຄ່ນໄປນັ້ນ ຖືທຸງຊາດຜືນໃຫຍ່ ໃນຂະນະທີ່ຮ້ອງຄໍາຂວັນ ຕໍ່ຕ້ານນາຍພົນ Abdel-Fattah el-Sissi ລັດຖະມົນຕີກະຊວງປ້ອງກັນປະເທດ ຢູ່ນອກວັດອິສລາມ Rabaah al-Adawiya ຢູ່ຄຸ້ມ Nasr ໃນກຸງໄຄໂຣຂອງອີຈິບ ໃນວັນທີ 2 ທັນວ 2013 ຜ່ານມານີ້.
ຜູ້​ບັນຊາ​ການກອງທັບອີຈິບ ນາຍ​ພົນ Abdel Fattah el-Sissi
ຕໍາໜິສະຫະລັດຢ່າງແຮງ ທີ່ປະຕິເສດ ບໍ່ຍອມໃຫ້ການສະໜັບ
ສະໜຸນຢ່າງ​ໂຈ່ງແຈ້ງຕໍ່ການທີ່​ທ່ານ​ໄດ້ໂຄ່ນ​ລົ້ມປະທານາທິບໍດີ​
ພັກສາ​ສະໜາ​ອິສລາມທ່ານ Mohamed Morsi ໃນເດືອນ
ແລ້ວນີ້.

ໃນການໃຫ້ສໍາພາດ ທີ່ບໍ່ຄ່ອຍມີ ຕໍ່ອົງການຂ່າວຕ່າງປະເທດນັ້ນ
ນາຍ​ພົນ Sissi ທີ່ມີຄວາມໂກດແຄ້ນໄດ້ກ່າວຕໍ່ໜັງສືພິມ The
Washington Post ວ່າ ລັດຖະ ບານຂອງທ່ານໂອບາມາ “ປິ່ນຫລັງໃສ່ປະຊາຊົນອີຈິບ ແລະພວກປະຊາຊົນເຫລົ່ານັ້ນ
ຈະບໍ່ລືມເລື້ອງນີ້ໄດ້.”

ຄໍາເຫັນດັ່ງກ່າວ ທີ່ໄດ້ພິມເຜີຍແຜ່ໃນວັນເສົາວານນີ້ ໃນຂະນະທີ່ກຸງວໍຊິງຕັນພະຍາຍາມ
ທີ່ຈະວາງ​ໂຕເປັນກາງ ກ່ຽວ​ກັບວິກິດການທາງການເມືອງຂອງອີຈິບ ລະຫວ່າງ ລັດຖະ
ບານຊົ່ວຄາວທີ່ໜຸນຫລັງໂດຍທ່ານ Sissi ແລະປະທານາທິບໍດີທີ່​ໂຄ່ນ​ລົ້ມຊຶ່ງ ໄດ້ຮັບການ
ສະໜັບສະໜຸນຈາກພັກສາ​ສະໜາອິສລາມນັ້ນ.

ຂະບວນການເຄື່ອນໄຫວພະລາດອນພາບມຸສລິ​ມຂອງທ່ານ Morsi ກໍໄດ້ຕໍາໜິລັດຖະ
ບານທ່ານໂອບາມາເຊັ່ນກັນ ໂດຍກ່າວຫາລັດຖະບານດັ່ງກ່າວວ່າ ​ເຫັນ​ພ້ອມ​ກັບການກໍ່
ລັດຖະປະຫານຕໍ່ອະດີດປະທານາທິບໍດີ ທີ່ຖືກທະຫານ ບັງຄັບໃຫ້ລົງຈາກຕໍາແໜ່ງໃນ
ວັນທີ 3 ກໍລະກົດຜ່ານມາ.

ສ່ວນກຸງວໍຊິງຕັນນັ້ນ ໄດ້ປະຕິເສດທີ່ຈະຮ້ອງເຫດການດັ່ງກ່າວ​ນັ້ນວ່າ “ເປັນການກໍ່ລັດຖະ
ປະຫານ” ເພາະວ່າການຮ້ອງແບບນັ້ນ ຈະບັງຄັບ​ໃຫ້​ສະຫະລັດ ຕ້ອງໄດ້ຕັດການຊ່ວຍ
ເຫລືອແກ່ອີຈິບ ຊຶ່ງເປັນພັນທະມິດທາງທະຫານທີ່​ສຳຄັນຂອງສະຫະລັດ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

US-Egypt
please wait
Embed

No media source currently available

0:00 0:00:41 0:00
XS
SM
MD
LG