ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອີຈິບ ປະທ້ວງ ຕໍ່ຕ້ານພັກ ພະລາດອນພາບ ມຸສລິມ (ວີດິໂອ)


ທ້າວ Ahmed Doma ນັກເຄື່ອນໄຫວຜູ້ນຶ່ງ ຮ້ອງຄໍາຂວັນຕໍ່ຕ້ານ ພັກພະລາດອນພາບມຸສລິມ ຢູ່ນອກສໍານັກງານ ຂອງພັກດັ່ງກ່າວ ຢູ່ກຸງໄຄໂຣ ໃນວັນອາທິດ ທີ 17 ມີນາ 2013
ທ້າວ Ahmed Doma ນັກເຄື່ອນໄຫວຜູ້ນຶ່ງ ຮ້ອງຄໍາຂວັນຕໍ່ຕ້ານ ພັກພະລາດອນພາບມຸສລິມ ຢູ່ນອກສໍານັກງານ ຂອງພັກດັ່ງກ່າວ ຢູ່ກຸງໄຄໂຣ ໃນວັນອາທິດ ທີ 17 ມີນາ 2013
ເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງອີຈິບເວົ້າວ່າ ພວກເຂົາ
ເຈົ້າໄດ້ຈັບພວກປະທ້ວງຫລາຍສິບຄົນ ໃນໄລຍະທີ່ມີການ
ເດີນຂະບວນປະທ້ວງ ຢູ່ນອກສໍານັກງານຂອງພັກພະລາ
ດອນພາບມຸສລິມ ຢູ່ກຸງໄຄໂຣ ໃນວັນອາທິດວານນີ້.

ໃນຕອນແລງວັນອາທິດວານນີ້ ພວກປະທ້ວງຫລາຍຮ້ອຍຄົນ
ໄດ້ປະທະກັບຕໍາຫລວດ ທີ່ໄດ້ຍິງລະເບີດນໍ້າຕາເຂົ້າໃສ່ພວກປະທ້ວງ.

ພວກເດີນຂະບວນປະທ້ວງໄດ້ທໍາການຕອບໂຕ້ຄືນ ຕໍ່ການໂຈມຕີພວກນັກຂ່າວ ທີ່ເວົ້າ
ວ່າ ສະມາຊິກຂອງພັກພະລາດອນພາບມຸສລິມ ໄດ້ໂຈມຕີພວກເຂົາເຈົ້າ ໃນຕອນແລງ
ວັນເສົາ ໃນລະຫວ່າງທີ່ເຂົາເຈົ້າກໍາລັງເອົາຂ່າວກ່ຽວກັບກອງປະຊຸມບັ້ນນຶ່ງ.

ພວກນັກຂ່າວດັ່ງກ່າວເວົ້າວ່າ ຄົນຍາມຂອງພັກພະລາດອນພາບມຸສລິມ ໄດ້ໂຈມຕີພວກ
ເຂົາເຈົ້າດ້ວຍໄມ້ຄ້ອນແລະສາຍໂສ້ ຫລັງຈາກທີ່ພວກນັກເຄື່ອນໄຫວກຸ່ມນຶ່ງໄດ້ໃຊ້ສະເປ
ຂຽນຄໍາຂວັນຕໍ່ຕ້ານພັກພະລາດອນພາບມຸສລິມ ໃສ່ພື້ນດິນ ນອກສໍານັກງານໃຫຍ່ຂອງ
ກຸ່ມດັ່ງກ່າວໃນກຸງໄຄໂຣ.

ສ່ວນພັກພະລາດອນພາບມຸສລິມກັບເວົ້າວ່າ ພວກຄົນຍາມຢູ່ນອກອາຄານຂອງສໍານັກ
ງານ ຖືກພວກນັກເຄື່ອນໄຫວ ກໍ່ກວນແລະເກາະຜິດ.

ອີຈິບກໍາລັງຕົກຢູ່ໃນກະແສຟອງແຫ່ງການກໍ່ຄວາມວຸ້ນວາຍອີກກະແສນຶ່ງ ທີ່ໄດ້ຄຸກຄາມ
ປະເທດ ມາຕັ້ງແຕ່ທ່ານ Hosni Mubarak ຜູ້ນໍາຈອມຜະເດັດການໄດ້ຖືກໂຄ່ນລົ້ມ ລົງຈາກອໍານາດ ໃນການລຸກຮືຂຶ້ນເພື່ອປະຊາທິປະໄຕ ເມື່ອສອງປີກ່ອນໜ້ານີ້.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

XS
SM
MD
LG