ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ອີຈິບ ບໍ່ຍອມ ປະຕິບັດຕາມ ຄຳຮຽກຮ້ອງ ຂອງຝ່າຍຄ້ານ (ສະໄລດ໌) ​


ປະທາ​ນາ​ທິບໍດີ Mohamed Morsi ​ໄດ້​ປະຕິ​ເສດ​ທີ່​ຈະ​ຍົກ​ເລີກ ​ການ​ລົງປະຊາ​ມະຕິ​ເພື່ອ​ຮັບຮອງ​ເອົາ​ຮ່າງ​ລັດຖະທຳ​ມະນູນ​
ປະທາ​ນາ​ທິບໍດີ Mohamed Morsi ​ໄດ້​ປະຕິ​ເສດ​ທີ່​ຈະ​ຍົກ​ເລີກ ​ການ​ລົງປະຊາ​ມະຕິ​ເພື່ອ​ຮັບຮອງ​ເອົາ​ຮ່າງ​ລັດຖະທຳ​ມະນູນ​
ພວກ​ຝ່າຍ​ຄ້ານ​ໃນ​ອີ​ຈິບ ​ຮຽກຮ້ອງ​ໃຫ້​ທຳ​ການ​ປະ​ທ້ວງ​ເພີ່ມ​ຕື່ມ
​ໃນ​ວັນ​ສຸກ​ມື້ນີ້ຫຼັງຈາກ​ປະທາ​ນາ​ທິບໍດີ Mohamed Morsi ​ໄດ້​
ປະຕິ​ເສດ​ ທີ່​ຈະ​ຍົກ​ເລີກການ​ລົງປະຊາ​ມະຕິ​ ເພື່ອ​ຮັບຮອງ​ເອົາ​
ຮ່າງ​ລັດຖະທຳ​ມະນູນ​ ທີ່​ຍັງ​ເປັນ​ບັນຫາ​ຖົກ​ຖຽງ​ໂຕ້ແຍ້​ງ ຫຼືບໍ່​ຍອມ
​ຕັດ​ອຳນາດ​ໃນ​ຂອບ​ເຂດ​ອັນ​ກວ້າງຂວາງ​ ທີ່ທ່ານ​ໄດ້​ມອບ​ໃຫ້​ແກ່
ທ່ານ​ເອງ​ໃນ​ການ​ອອກດຳ​ລັດ​ເມື່ອ​ເດືອນ​ແລ້ວ.

ທະຫານ​ໄດ້​ວາງ​ເຄື່ອງ​ກີດຂວາງ ​ທີ່​ເຮັດ​ດ້ວຍ​ທ່ອນ​ຊີມັງ​ ແລະ​ໜາມໝາກຈັບ​ຢູ່ ອ້ອມ​ທຳນຽບປະທານາທິບໍດີ ໃນ​ກຸງ​ໄຄ​ໂຣ ຊຶ່ງ​ເປັນ​ບ່ອນ​ທີ່​ໄດ້​ເກີດ​ການ​ປະ​ທະ ກັນ​ຢ່າງ​ຮ້າຍ​ແຮງ​ໃນ​ລະຫວ່າງ​ ການ​ປະ​ທ້ວງ​ເມື່ອ​ຕົ້ນອາທິດ​ນີ້.

​ໃນ​ການ​ຖະ​ແຫຼງຕໍ່​ໂທລະພາບ​ແຫ່ງ​ຊາດ ໃນ​ວັນ​ພະຫັດ​ວານ​ນີ້ ທ່າມກາງ​ທີ່ມີ​ການ​ປະ​ທ້ວງ
ຕໍ່ຕ້ານ​ລັດຖະບານຢູ່​ກຸງ​ໄຄ​ໂຣນັ້ນ ທ່ານ Morsi ຢືນ​ຢັດ​ວ່າ ການ​ເຈລະຈາ​ແມ່ນ​ຊ່ອງ​ທາງ​ດຽວ​ເທົ່າ​ນັ້ນ ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ດ້ານ​ລັດຖະທຳ​ມະນູນ​ຂອງ ປະ​ເທດ. ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ພວກ​ຜູ້ນຳ​ຝ່າຍ​ຄ້ານ​ຈະ​ໄປ​ຮ່ວມ​ການ ​ເຈລະຈາ​ຮອບດ້ານ​ທີ່​ປະທານາ​ທິບໍດີ​ໄດ້​ສະ​ເໜີ​ໃຫ້​ມີ​ຂຶ້ນ​ໃນ​ວັນ​ເສົາ​ນີ້ຫຼືບໍ່.

ທ່ານ Morsi ​ເວົ້າວ່າ ທ່ານ​ຈະ​ບໍ່​ຍອມ​ໃຫ້​ມີ​ການ​ສັງຫານ​ກັນຫຼືການ​ກໍ່​ວິນາດສະ ກຳ​ໃດໆ​ເກີດ​ຂຶ້ນ. ທ່ານ​ເວົ້າວ່າ 7 ຄົນ​ໄດ້​ເສຍ​ຊີວິດ​ຢູ່​ນອກ​ທຳນຽບປະທານາທິບໍ ດີ ​ແລະ​ມີ​ອີກ 700 ກວ່າ​ຄົນ ​ໄດ້​ຮັບ​ບາດ​ເຈັບ​ໃນ​ລະຫວ່າງ​ການ​ເດີນ​ຂະ​ບວນປະ ທ້ວງ​ໃນ​ອາທິດ​ນີ້.

ປະທານາທິບໍດີ​ເວົ້າວ່າ ມີ 80 ຄົນ​ຖືກ​ຈັບ ຍ້ອນ​ໄດ້​ກໍ່​ອາຊະຍາ​ກຳ​ຂຶ້ນ ຮວມທັງ​ການ​ນຳ​ໃຊ້​ອາວຸດ​ປືນ ​ແລະ​ທ່ານ​ເວົ້າວ່າ ພວກ​ຖືກ​ຈັບ​ບາງ ຄົນ​ແມ່ນ​ຖືກ​ຈ້າງ​ມາ.

ປະທານາ​ທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ໂອ້​ລົມ​ກັບ​ປະທານາທິບໍດີ Morsi ທາງ​ໂທລະສັບ​ໃນ​ວັນ​ພະຫັດ​ວານ​ນີ້​ ເພື່ອ​ສະ​ແດງ​ຄວາມວິຕົກ​ກັງວົນ​ຢ່າງ ​ເລິກ​ເຊິ່ງກ່ຽວ​ກັບ​ການ​ເສຍ​ຊີວິດ​ແລະໄດ້​ຮັບ​ບາດ​ເຈັບ​ຍ້ອນ​ການ​ປະ​ທ້ວງ.

ເບິ່ງສະໄລດ໌ສະພາບການເດີນຂະບວນປະທ້ວງຢູ່ອີຈິບ

ກ່ຽວຂ້ອງກັນ

XS
SM
MD
LG