ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຮອງປະທານາທິບໍດີ ແລະປະທານທະນາຄານກາງ ຂອງອີຈິບ ລາອອກ ຈາກຕໍາແໜ່ງ


ທ່ານ Mahmoud Mekky (ຊ້າຍສຸດ) ຮອງປະທານາທິບໍດີອີຈິບ ທີ່ໄດ້ປະກາດລາອອກຈາກຕໍາແໜ່ງ ລຸນຫລັງທີ່ໄດ້ຫລິ້ນບົດບາດສໍາຄັນ ໃນການເຈລະຈາສ້າງຄວາມປອງດອງຊາດ
(AP Photo/Egyptian Presidency)
ທ່ານ Mahmoud Mekky (ຊ້າຍສຸດ) ຮອງປະທານາທິບໍດີອີຈິບ ທີ່ໄດ້ປະກາດລາອອກຈາກຕໍາແໜ່ງ ລຸນຫລັງທີ່ໄດ້ຫລິ້ນບົດບາດສໍາຄັນ ໃນການເຈລະຈາສ້າງຄວາມປອງດອງຊາດ (AP Photo/Egyptian Presidency)
ຮອງປະທານາທິບໍດີອີຈິບ ທ່ານ Mahmoud Mekky ໄດ້ປະ
ກາດລາອອກຈາກຕໍາແໜ່ງ ລຸນຫລັງທີ່ໄດ້ຫລິ້ນບົດບາດສໍາຄັນ ໃນການເຈລະຈາສ້າງຄວາມປອງດອງຊາດ ທີ່ປະທານາທິບໍດີ
Mohamed Morsi ໄດ້ຮຽກຮ້ອງໃຫ້ຈັດຂຶ້ນ.

ໃນຄໍາຖະແຫລງເມື່ອວັນເສົາວານນີ້ ທ່ານ Mekky ເວົ້າວ່າ
ທ່ານລາອອກຈາກຕໍາແໜ່ງກໍເພາະວ່າ ວຽກງານທາງການ
ເມືອງ ບໍ່ເໝາະສົມກັບພື້ນຖານທາງວິຊາການຂອງທ່ານ
ໃນຖານະເປັນຜູ້ພິພາກສານັ້ນ.

ທ່ານ Mekky ເວົ້າວ່າ ທໍາອິດທ່ານໄດ້ຍື່ນໜັງສືລາອອກໃນວັນທີ
7 ພະຈິກ ແຕ່ໄດ້ ເລື່ອນເວລາມາ ເພາະວ່າໃນຕອນນັ້ນ ອີຈິບ
ກໍາລັງພະຍາຍາມ ທໍາການໄກ່ເກ່ຍໃຫ້ມີການຢຸດຍິງ ໃນການທໍາ
ສົງຄາມກັນ ລະຫວ່າງອິສຣາແອລ ແລະກຸ່ມຮາມາສ ແລະຍ້ອນການຕັດສິນໃຈຂອງທ່ານ Morsi ທີ່ເພີ້ມອໍານາດໃຫ້ແກຕົນເອງ.

ຂ່າວໄໝ່ອີກຂ່າວນຶ່ງ ໂທລະພາບຂອງລັດ ໄດ້ລາຍງານວ່າ ປະທານທະນາຄານກາງຂອງ ອີຈິບ ທ່ານ Faruq El-Okda ກໍໄດ້ລາອອກເຊັ່ນກັນ. ລາຍງານເວົ້າວ່າ ທ່ານ Hisham Ramez ຜູ້ຮອງຂອງທ່ານ ອາດຈະຖືກແຕ່ງຕັ້ງໃຫ້ຂຶ້ນກໍາຕໍາແໜ່ງແທນທ່ານ.

ບໍ່ໄດ້ມີການອະທິບາຍເຖິງສາເຫດຂອງການລາອອກຂອງທ່ານ Okda ທີ່ມີຂຶ້ນ ໃນທ່າມ ກາງຄວາມຫຍຸ້ງຍາກທາງເສດຖະກິດຂອງອີຈິບນັ້ນ.
XS
SM
MD
LG