ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວອີຈິບ ປ່ອນບັດເອົາ ປະທານາທິບໍດີ ຄົນໃໝ່ (ສະໄລດ໌ກັບວີດີໂອ)


ການປ່ອນບັດເລືອກຕັ້ງປະທານາທິບໍດີໃນອີຈິບ (16 ມິຖຸນາ 2012)
ການປ່ອນບັດເລືອກຕັ້ງປະທານາທິບໍດີໃນອີຈິບ (16 ມິຖຸນາ 2012)

ອີ​ຈິບ​ເລີ້ມການປ່ອນ​ບັດ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ​ຮອບ​ຕັດສິນ​ຊີ້ຂາດ​ເປັນ​ເວລາ​
ສອງ​ມື້​ໃນ​ວັນ​ເສົາ​ມື້ນີ້ໂດຍ​ມີ​ອະດີດນາຍົກລັດຖະມົນຕີ Ahmed Shafiq ລົງ​ແຂ່ງ​ຂັນກັບ
​ຜູ້​ສະມັກ​ຂອງ​ພັກ​ພະລາດອນພາບ​ມຸສລິ​ມທ່ານ Mohamed Morsi.

ການ​ປ່ອນ​ບັດ​ທີ່​ວ່າ​ນີ້ ມີ​ຂຶ້ນທ່າມກາງ​ຄວາມ​ວຸ້ນວາຍ​ທາງ​ດ້ານ​ການ​ເມືອງ​ ຫຼັງຈາກສານ
​ລັດຖະທຳ​ມະນູນສູງ​ສຸດ​ຂອງ​ປະ​ເທດ ​ໄດ້​ຕັດສິນ​ໃນອາທິດ​ນີ້ ຕ່າວ​ປີ້ນກົດໝາຍທີ່​ຮັບ​ຜ່ານ
​ໂດຍ​ສະພາ​ ແຫ່ງ​ຊາດພາຍ​ໃຕ້​ການ​ນຳພາ​ຂອງ​ພັກສາ​ສະໜາ​ອິສລາມທີ່​ຫ້າມ​ບໍ່​ໃຫ້​ພວກ
​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ຂອງ​ລັດຖະບານ​ປະທານາທິບໍດີ Hosni Mubarak ທີ່​ຖືກ​ຂັບ​ໄລ່​ອອກ
​ຈາກ​ອຳນາດເຊັ່ນ​ທ່ານ Shafiq ສາມາດ​ກຳຕຳ​ແໜ່​ງທີ່ສຳຄັນໆໄດ້. ພວກ​ຜູ້​ພິພາກສາ ທີ່
​ຍັງ​ສືບ​ຕໍ່​ກຳ​ຕຳ​ແໜ່​ງມາ​ແຕ່​ສະ​ໄໝ ທ່ານ Mubarak ພຸ້ນ ຍັງ​ໄດ້​ກ່າວ​ອ້າງ​ເຖິງ​ບັນຫາ​ທາງ
​ດ້ານ​ກົດໝາຍ​ກ່ຽວ​ກັບ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ຄັ້ງທີ​ແລ້ວ ​ແລະ​ໄດ້​ສັ່ງ​ໃຫ້​ຍຸບ​ສະພາ​
ແຫ່ງ​ຊາດທີ່​ນຳພາ​ໂດຍ​ພັກສາ​ສະໜາ​ອິສລາມ​ນັ້ນ.

ສະມາຊິກ​ພັກສາ​ສະໜາ​ອິສລາມ​ບາງ​ຄົນ ​ໄດ້​ກ່າວ​ຫາ​ສະພາ​ທະຫານ​ ທີ່​ປົກຄອງປະ​ເທດ
ໃຊ້​ສານໃນ​ການ​ກໍ່​ລັດຖະປະຫານ ​ແຕ່​ສະພາ​ປົກຄອງ​ທະຫານ​ກ່າວວ່າ ການ​ເລືອກ​ຕັ້ງ
”ປະທານາທິບໍດີ​ຮອບ​ສອງ​ ຍັງ​ຈະ​ດຳ​ເນີນ​ຕໍ່​ໄປ​ຕາມ​ແຜນການ​ທີ່ໄດ້​ວາງ​ໄວ້. ​

​ໃນ​ການ​ຖະ​ແຫຼງຕໍ່​ພວກ​ສະໜັບສະໜຸນ ​ທີ່​ກຸງ​ໄຄ​ໂຣ ​ໃນ​ວັນ​ພະຫັດ​ຜ່ານ​ມານີ້ ທ່ານ
Shafiq ​ເອີ້ນການ​ຕັດສິນ​ຂອງ​ສານ​ວ່າ ມີ​ຄວາມ​ສຳຄັນເປັນປະຫວັດການ ​ແລະຮຽກ
ຮ້ອງ​ໃຫ້​ຊາວ​ອີີ​ຈິບ​ປະກອບສ່ວນ​ເຂົ້າຮ່ວມ​ໃນ​ການ​ປ່ອນ​ບັດ​ຄັ້ງນີ້. ​ແຕ່​ໃນ​ຂະນະ​ດຽວ​ກັນ
ພັກ​ພະລາດອນພາບ​ມຸສລິ​ມ​ກ່າວ​ວ່າ ການ​ຕັດສິນ​ຂອງ​ສານ​ສະ​ແດງ​ໃຫ້​ເຫັນ​ວ່າອີ​ຈິບ
​ພວມ​ມຸ່ງ​ໜ້າ​ໄປ​ສູ່​ວັນ​ເວລາ​ທີ່​ຍຸ່ງຍາກ​ສັບ​ສົນ ທີ່​ອາດ​ເປັນ​ອັນຕະລາຍ​ຮ້າຍ​ແຮງກວ່າ​ໄລຍະ
​ສຸດ​ທ້າຍໃນ​ການ​ປົກຄອງ​ຂອງ​ທ່ານ Mubarak ​ອີກ.

ພວກ​ປະ​ທ້ວງ​ ທີ່​ມີ​ຄວາມ​ໂກດ​ແຄ້ນ​ຍ້ອນ​ການ​ຕັດສິນ​ຂອງ​ສານ ໄດ້​ພາກັນ​ລົງ​ສູ່​ຖະໜົນ
ຫົນທາງ ​ເພື່ອ​ທຳ​ການ​ປະ​ທ້ວງ​ທີ່​ນະຄອນຫຼວງ​ໄຄ​ໂຣ​ ແລະ​ເມືອງ​ອາ​ເລັກ​ຊານ​ເດຣຍ ​ໃນ​
ວັນ​ສຸກ​ວານ​ນີ້.

ພວກ​ປະ​ທ້ວງ​ຫຼາຍພັນ​ຄົນ​ ໄດ້​ພາກັນ​ເດີນ​ຂະ​ບວນ​ໄປ​ຍັງ​ຈະຕຸ​ລັດ Tahrir ​ໃນ​ນະຄອນ
ຫຼວງ​ໄຄ​ໂຣ ​ໂດຍ​ແນ​ເປົ້າໝາຍ​ຂອງ​ພວກ​ເຂົາ​ເຈົ້າ​ໃສ່​ທ່ານ Shafiq ຍ້ອນ​ມີ​ຄວາມ​ສົງ​ໄສ​ວ່າ
ອະດີດ​ນາຍົກລັດຖະມົນຕີອີ​ຈິບ​ທ່ານ​ນີ້ ຍັງ​ສື​ບຕໍ່​ເປັນ​ພາກສ່ວນ​ນຶ່ງ​ຂອງ​ແຜນການ​ໃນ​ຂອບ
​ເຂດ​ທີ່​ກວ້າງຂວາງ​.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary Clinton ກ່າວ​ວ່າ ວໍ​ຊິງ​ຕັນ​
ພວມ​ຕິດຕາມ​ເບິ່ງ​ສະຖານະ​ການ​ທາງ​ດ້ານ​ການ​ເມືອງ​ ຢູ່​ໃນ​ອີ​ຈິບ​ ແລະຄາດ​ວ່າ​ຈະ​ໄດ້
​ເຫັນການ​ໂອນອຳນາດ​ໂດຍ​ເຕັມ ​ໄປ​ໃຫ້​ລັດຖະບານ​ພົນລະ​ເຮືອນ ​ທີ່​ໄດ້​ຖືກ​ເລືອກ​ຂຶ້ນມາ
​ຕາມ​ແນວທາງ​ປະຊາ​ທິປະ​ໄຕ.

ສ່ວນ​ທ່ານ Ban Ki-moon ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ ​ໄດ້ຮຽກຮ້ອງ​
ໃຫ້​ມີ​ການ​ປ່ອນ​ບັດ​ດ້ວຍ​ຄວາມ​ສະຫງົບ​ແລະ​ມີ​ທຸກ​ພັກ​ຝ່າຍ​ເຂົ້າຮ່ວມ​ຢູ່​ໃນ​ອີ​ຈິບ.

ວີດີໂອຊາວອີຈິບປະທ້ວງ ຕໍ່ຕ້ານການຕັດສິນຂອງສານທີ່ອະນຸຍາດໃຫ້
ທ່ານຊາຟິກສະມັກເລືອກຕັ້ງໄດ້:

XS
SM
MD
LG