ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຈິບຢາກມີ ສາຍພົວພັນ ທີ່ໃກ້ຊິດຂຶ້ນ ກັບອີຣ່ານ (ສະໄລດ໌ກັບວີດີໂອ)


Bwana na Bibi harusi kutoka Sri Lanka, Nisansala na Nalin twachukua picha pamoja na wasimamizi wake wakati wa sherehe ya harusi yao ambayo ilivunja rekodi ya Guinness kwa kuwa na wasimamizi wengi zaidi huko Negombo Novemba 8, 2013
Bwana na Bibi harusi kutoka Sri Lanka, Nisansala na Nalin twachukua picha pamoja na wasimamizi wake wakati wa sherehe ya harusi yao ambayo ilivunja rekodi ya Guinness kwa kuwa na wasimamizi wengi zaidi huko Negombo Novemba 8, 2013



















ລາຍ​ງານ​ສື່​ແຫ່ງ​ລັດ​ຂອງ​ອີຣ່ານກ່າວ​ວ່າ ທ່ານ Mohamed Morsi ປະທາ​ນາ​ທິບໍດີ​ທີ່​ຖືກ​ເລືອກ​ຕັ້ງ​ໃໝ່​ຂອງ​ອີຈິບ ຢາກເສີມ​ສ້າງສາຍ​ພົວພັນ​ກັບ​ອີຣ່ານ​ໃຫ້ເຂັ້ມ​ແຂງ​ຂຶ້ນ.

ອົງການ​ຂ່າວ​ເຄິ່ງທາງ​ການ Fars ຂອງ​ອີຣ່ານ ໄດ້ລາຍ​ງານ​ຂ່າວ ໃນ​ວັນ​ຈັນ​ມື້​ນີ້​ ອ້າງ​ຄໍາ​ເວົ້າ​ຂອງ​ທ່ານ Morsi ທີ່​ກ່າວ​ວ່າ ຄວາມ​ສໍາພັນ​ທີ່​ໃກ້ຊິດຂຶ້ນກັບ​ກຸງ​ເຕຫະຣ່ານ ຈະ​ສ້າງຄວາມ​ກໍ້າ​ເກິ່ງ​ກັນ​ທາງ​ດ້ານ​ຍຸດ​ທະ​ສາດໃນ​ພາກ​ພື້ນ. ສອງ​ປະ​ເທດນີ້​ບໍ່​ໄດ້​ມີ​ສາຍ​ພົວພັນ​ທາງ​ດ້ານ​ການ​ທູດ​ກັນ​ນັບ​ແຕ່ປີ 1980 ​ເປັນ​ຕົ້ນ​ມາ.

ພາບການປະກາດໄຊຊະນະຂອງທ່ານ Morsi ແລະປະຊາຊົນສະແດງຄວາມດີໃຈ:

ລາຍ​ງານ​ເວົ້າ​ຕື່ມ​ວ່າ ທ່ານ Morsi ​ໄດ້​ສະ​ແດງຄວານ​ເຫັນດັ່ງກ່າວໃນ​ວັນ​ອາທິດ​ວານ​ນີ້ ​ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ໜ້າຄະນະ​ກໍາມາ​ທິ ການ​ກໍາກັບ​ການ​ເລືອກ​ຕັ້ງ​ຂອງ​ອີ​ຈິບ​ປະກາດວ່າ ທ່ານ Morsi ​ເປັນ​ຜູ້​ຊະນະ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ ຮອບຕັດສິນ​ຊີ້​ຂາດ​ນັ້ນ.

​ໃນ​ເວລາ​ຕໍ່​ມາ​ທ່ານ​ Morsi ໄດ້​ກ່າວ​ປາ​ໄສໃຫ້​ຄໍາ​ໝັ້ນ​ສັນຍາທີ່​ຈະ​ດໍາ ​ເນີນ​ງານ​ເພື່ອ​ຄວາມ​ສາມັກຄີ​ຊາດ ​ແລະຈະປະຕິບັດຕາມ​ຂໍ້​ຕົກລົງ​ຕ່າງໆ​ກັບ​ນາໆ​ຊາດ ​ໂດຍ​ກ່າວ​ວ່າ ອີ​ຈິບ ຢາກ​ມີ​ສັນຕິພາບ.

ອີ​ຈິບ​ໄດ້​ລົງ​ນາມ​ໃນ​ສົນທິສັນຍາ​ສັນຕິພາບ​ສະບັບ​ນຶ່ງ​ກັບ​ອິສຣາ​ແອ​ລ​ໃນ​ປີ 1979 ຊຶ່ງ​ໄດ້
​ກາຍ​ເປັນ​ປະ​ເທດ​ອາຣັບ​ແຫ່ງ​ທໍາ​ອິດ​ທີ່​ລົງ​ນາມ​ໃນ​ສົນທິສັນຍາ​ກັບ​ອິສຣາ​ແອ​ລ. ພັກ​ພະ
ລາດອນພາບ​ມຸສລິ​ມຂອງ​ອີຈິບ​ໄດ້​ເປັນ​ຜູ້​ຕໍາ​ໜິຕິຕຽນ​ອິສຣາ​ແອ​ລຢ່າງ​ແຂງ​ຂັນຕະຫລອດ
ມາ ​ແລະ​ບໍ່ຍອມຮັບປາກ​ວ່າ ຕົນ​ຈະ​ບໍ່​ຄັດ​ຄ້ານ​ຕໍ່​ການ​ປັບປຸງ​ແກ້​ໄຂສົນທິສັນຍາ​ສະບັບ​ນີ້​
ໃໝ່​.

ທ່ານ Morsi ກັບຄືນເມືອຢາມໝູ່ບ້ານ ຫລັງຈກາໄດ້ຮັບໄຊຊະນະ:

XS
SM
MD
LG