ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສານອີຈິບ ຕັດສິນໂທດ ຈຳຄຸກ ທ່ານ Mubarack 3 ປີ (ສະໄລດ໌/ວີດີໂອ)


ອະດີດປະທານາທິບໍດີ ອີຈິບ Hosni Mubarack ຢືນຢູ່ປ່ອງຢ້ຽມ ເບິ່ງຈາກຫ້ອງຂອງທ່ານ
ອະດີດປະທານາທິບໍດີ ອີຈິບ Hosni Mubarack ຢືນຢູ່ປ່ອງຢ້ຽມ ເບິ່ງຈາກຫ້ອງຂອງທ່ານ
ສານ​ອີ​ຈິບແຫ່ງ​ນຶ່ງ ​ໄດ້​ຕັດສິນ​ລົງ​ໂທດ ປະທານາທິບໍດີ
ທີ່​ຖືກ​ໄລ່​ອອກ​ຈາກຕຳ ແໜ່ງ ທ່ານ Hosni Mubarak ​
ໃຫ້​ຕິດ​ຄຸກ​ສາມ​ປີ ​ໃນ​ຂໍ້​ຫາ​ຍັກ​ຍອກ​ເງິນ​ຫຼວງ.

ອະ​ດີດ​ປະທານາທິບໍດີ Mubarak ​ໄດ້​ເບິ່ງອອກ​ມາ​ຈາກ​
ກົງຂັງ ​ໃນ​ຂະນະ​ທີ່​ຜູ້​ພິ ພາກສາ ​ໃນ​ວັນ​ພຸດ​ມື້​ນີ້ ຍັງ​ໄດ້​ຕັດ
ສິນ​ລົງ​ໂທດ​ລູກ​ຊາຍ​ ຂອງທ່ານອີກສອງ​ຄົນ ​ໃຫ້​ຕິດຄຸກ​ສີ່
ປີ​ ໃນ​ຄວາມຜິດດຽວ​ກັນນີ້.

ທ່ານ Mubarak ​ໄດ້​ຖືກຂັບ​ໄລ່​ອອກ​ຈາກ​ຕຳ​ແໜ່​ງ​ໃນ​ປີ
2011 ຍ້ອນ​ການ​ລຸກ​ຮື​ຂື້ນທີ່​ເປັນ​ພາກ​ສ່ວນນຶ່ງຂອງລະດູ​ບານໃໝ່ອາຣັບ ທີ່​ລຸກລາມ​ໄປ​ທົ່ວ​ຕາ​ເວັນ​ອອກ​ກາງ.

ນັບ​ແຕ່​ນັ້ນ​ມາ ອີ​ຈິບ ​ໄດ້​ຈັດການ​ເລືອກ​ຕັ້ງ​ແບບ​ປະຊາທິປະ​ໄຕ ​ແຕ່​ພວກ ທະຫານ​ ​
ໄດ້​ໂຄນ​ລົ້ມປະທານາທິບໍດີຜູ້​ທີ່​ຖືກ​ເລືອກ​ຂຶ້ນມາ ທ່ານ Mohammed Morsi ​ເວລາ​
ທີ່​ທ່ານຊຸກຍູ້ ໃຫ້ມີການຮັບຮອງເອົາ​ລັດຖະທຳ​ມະນູນ ທີ່​ຊາວ​ອີ​ຈິບ ຫລາຍ​ຄົນ​ເຫັນ
​ວ່າ ​ເປັນ​ການ​ເອນອຽງ​ໄປ​ສູ່ແນວທາງການເມືອງອິສລາມນັ້ນ.

​ໃນ​ບໍ່​ເທົ່າ​ໃດ​ວັນ​ທີ່​ຜ່ານ​ມານີ້ ສານແຫ່ງ​ນຶ່ງ​ໄດ້​ຫ້າມ​ບໍ່ໃຫ້ບັນດາ​ສະມາຊິກ ຂອງພັກ
ທ່ານ Mubarak ​ເຂົ້າ​ຮ່ວມການ​ເລືອກ​ຕັ້ງ​ໃນ​ອະນາ​ຄົດ.

​ໃນ​ວັນ​ທີ 6 ​ເດືອນ​ເມສາຜ່ານມານີ້ ຂະບວນການເ​ຄື່ອ​ນ​ໄຫວເພື່ອປະ​ຊາ​ທິປະ​ໄຕ ທີ່
​ໄດ້​ຊ່ວຍ​ໂຄນ​ລົ້ມທ່ານ Mubarak ​ໃນ​ປີ 2011 ນັ້ນກໍ​ໄດ້​ຖືກ​ຫ້າມ​ເຊັ່ນດຽວ​ກັນ.
EGYPT MUBARAK VO
please wait
Embed

No media source currently available

0:00 0:00:56 0:00
XS
SM
MD
LG