ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສານ​ອີ​ຈິບ​ ສັ່ງ​ດໍາ​ເນີນ​ຄະດີ​​ ອະດີດປະທານາທິບໍດີ Mubarak ຄືນໃໝ່


ພວກ​ສະ​ໜັບສະ​ໜຸນ​ທ່ານ​ມູບາຣັກ ພາກັນ​ຮ້ອງ​​ໂຮ​ ສະ​ແດງ​ຄວາມ​ດີ​ໃຈ ທີ່ສານຕັດສິນໃຫ້ ດໍາເນີນຄະດີທ່ານຄືນໃໝ່.
ພວກ​ສະ​ໜັບສະ​ໜຸນ​ທ່ານ​ມູບາຣັກ ພາກັນ​ຮ້ອງ​​ໂຮ​ ສະ​ແດງ​ຄວາມ​ດີ​ໃຈ ທີ່ສານຕັດສິນໃຫ້ ດໍາເນີນຄະດີທ່ານຄືນໃໝ່.
ສານ​ອີ​ຈິບ​ແຫ່ງ​ນຶ່ງໄດ້​ສັ່ງ​ໃຫ້​ດໍາ​ເນີນ​ຄະດີ​ຄືນ​ໃໝ່ ​ຕໍ່​ທ່ານ Hosni Muba rak ປະທາ​ນາ​ທິບໍດີ​ອີ​ຈິບທີ່​ຖືກ​ໂຄ່ນ​ລົ້ມ ທີ່ກໍາລັງ​ຮັບ​ໃຊ້​ໂທດຈໍາ​ຄຸກ​ຕະຫຼອດຊີວິດ​ຢູ່ນັ້ນ.

​ເມື່ອ​ວັນ​ອາທິດ​ມື້​ນີ້ ສານ​ໄດ້​ອະນຸມັດ​ຕາມຄໍາ​ຮ້ອງ​ຂໍ​ອຸທອນຂອງ​ທ່ານ​ມູບາຣັກ ຊຶ່ງເປັນ​ເວລາ ຫຼາຍເດືອນຜ່ານ​ມາ​ແລ້ວ ຫລັງ​ຈາກທີ່​ທ່ານ​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ​ບໍ່​ສາມາດ​ປ້ອງ​ກັນ​ບໍ່​ໃຫ້​ພວກ​ປະ​ທ້ວງຫຼາຍ ຮ້ອຍ​ຄົນ​ຖືກ​ຂ້າ​ຕາຍ ​ໃນ​ລະຫວ່າງ​ການ​ລຸກ​ຮື​ຂຶ້ນ​ທີ່ໄດ້ເຮັດ​ໃຫ້​ການ​ປົກຄອງ​ປະ​ເທດມາ​ເປັນ​ເວລາ 30 ປີ​ຂອງ​ທ່ານ ສິ້ນ​ສຸດ​ລົງ ​ໃນ​ປີ 2011 ນັ້ນ.

ທ່ານ Habib el-Adly ຫົວໜ້າ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ທ່ານ
ມູບາຣັກ ກໍ​ຈະ​ຖືກ​ດໍາ​ເນີນ​ຄະດີ​ຄືນໃໝ່​ອີກ ຊຶ່ງ​ທ່ານ Habib ກໍ​ຖືກ​ສານ​ຕັດສິນ​ຈໍາ​ຄຸກ ຕະຫຼອດຊີວິດ​ເຊັ່ນ​ກັນ.

ອົງການ​ຂ່າວ​ຝຣັ່ງລາຍ​ງານ​ວ່າ ຄໍາ​ຕັດສິນ​ດັ່ງກ່າ​ວຂອງ​ສານ​ຢູ່​ໃນ​ນະຄອນຫຼວງ​ໄຄ​ໂຣ ​ຍັງ​ຜົນ​ໃຫ້​ຜູ້​ສະ​ໜັບສະ​ໜຸນ​ທ່ານ​ມູບາຣັກ ພາກັນ​ຮ້ອງໂຮ​ສະ​ແດງ​ຄວາມ​ດີ​ໃຈ​ວ່າ “ກະບວນ​ການ​ຍຸຕິ​ທໍາ​ຈົ່ງ​ໝັ້ນຍືນ.”

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG