ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວອິຈິບ ຍັງສືບຕໍ່ ປະທ້ວງ ເປັນມື້ທີ 8 ທີ່ນະຄອນຫຼວງ ໄຄໂຣ (ວີດິໂອແລະສະໄລດ໌)


ໃນວັນທີ 30 ພະຈິກ, ພວກປະທ້ວງພາກັນໄປໂຮມຊຸມນຸມຢູ່ຈະຕຸລັດ Tahrir ໃນນະຄອນໄຄໂຣ ເປັນມື້ທີ່ແປດລຽນຕິດ ເພື່ອຕໍ່ຕ້ານປະທານາທິບໍດີ Mohamed Morsi.
ໃນວັນທີ 30 ພະຈິກ, ພວກປະທ້ວງພາກັນໄປໂຮມຊຸມນຸມຢູ່ຈະຕຸລັດ Tahrir ໃນນະຄອນໄຄໂຣ ເປັນມື້ທີ່ແປດລຽນຕິດ ເພື່ອຕໍ່ຕ້ານປະທານາທິບໍດີ Mohamed Morsi.
ຊາວອີຈິບຫລາຍສິບພັນຄົນ ໄດ້ພາກັນເດີນຂະບວນປະທ້ວງ
ໃນວັນສຸກວານນີ້ ເພື່ອຕໍ່ຕ້ານຮ່າງລັດຖະທຳມະນູນ ທີ່ມີການ
ຮັບຮອງເອົາໂດຍຄະ ນະກຳມະການ ທີ່ປະກອບດ້ວຍສະມາຊິກ
ພັກສາສະໜາອິສລາມ ໃນສະພາອີຈິບ.

ພວກປະທ້ວງພາກັນໄປໂຮມຊຸມນຸມຢູ່ຈະຕຸລັດ Tahrir ໃນນະ
ຄອນໄຄໂຣເປັນມື້ທີ່ແປດລຽນຕິດ ເພື່ອຕໍ່ຕ້ານປະທານາທິບໍດີ
Mohamed Morsi ແລະຮ່າງລັດຖະທຳມະນູນທີ່ກໍາໜົດ ໃຫ້ ມີການລົງປ່ອນບັດລົງປະຊາມະຕິຮັບຮອງເອົາ ໃນທົ່ວປະເທດ. ການປະທ້ວງຂະໜາດໃຫຍ່ຍັງມີຂຶ້ນທີ່ເມືອງ Alexandria ທີ່ ຕັ້ງຢູ່ແຄມທະເລມີດີແຕເຣນຽນອີກດ້ວຍ.

ໃນການເຄື່ອນໄຫວອີກດ້ານນຶ່ງ ໃນວັນສຸກວານນີ້ ບັນດາສານ
ຂອງລັດ ກໍ ໄດ້ເຂົ້າຮ່ວມການນັດຢຸດງານໂດຍສະມາຊິກຂອງຂະແໜງຕຸລາການ ເພື່ອປະ ທ້ວງຕໍ່ດຳລັດ ທີ່ປະທານາທິບໍດີ Morsi ມອບອຳນາດໃຫ້ຕົວທ່ານເອງຫລາຍເກີນໄປ. ບັນ
ດາຜູ້ພິພາກສາຂອງສານແຫ່ງຊາດໄດ້ປະກາດງົດການເຮັດວຽກ ຍົກເວັ້ນແຕ່ໃນກໍລະນີທີ່ ສຸກເສີນເທົ່ານັ້ນ ໂດຍຮຽກຮ້ອງໃຫ້ ມີການຍົກເລີກດຳລັດດັ່ງກ່າວ ທີ່ເຮັດໃຫ້ປະທານາທິ ບໍດີມີອຳນາດຢູ່ເໜືອການຄຸ້ມຄອງຂອງຝ່າຍຕຸລາການ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:


ປະທານາທິບໍດີ Morsi ແມ່ນກໍາລັງທຳການສູ້ຢັນຢ່າງຂຸ້ນຂ້ຽວກັບບັນດາ ຜູ້ພິພາກສາ ຂອງສານອີຈິບ ຊຶ່ງໃນນັ້ນ ຫລາຍຄົນແມ່ນເປັນຜູ້ຄັດຄ້ານພັກພະລາດອນພາບມຸສລິມ ຫລື Muslim Brotherhood ທີ່ມີສະມາຊິກສ່ວນໃຫຍ່ຄອບງໍາລັດຖະສະພາຂອງອີຈິບ. ປະທານາທິບໍດີທ່ານນີ້ ແຕ່ກ່ອນເຄີຍເປັນສະມາຊິກຂອງກຸ່ມພະລາດອນພາບມຸສລິມ ທີ່ຖືກທາງການ ເກືອດຫ້າມດັ່ງກ່າວນີ້.

ເບິ່ງສະໄລດ໌ການປະທ້ວງ ໃນອີຈິບ:
XS
SM
MD
LG