ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ສະມັກ ພັກອິສລາມ ມີຄະແນນນຳໜ້າ ຢູ່ອີຈິບ (ສະໄລດ໌ກັບວີດີໂອ)


ການນັບບັດຄະແນນສຽງ ໃນການເລືອກຕັ້ງຢູ່ອີຈິບ (25 ພຶດສະພາ 2012)
ການນັບບັດຄະແນນສຽງ ໃນການເລືອກຕັ້ງຢູ່ອີຈິບ (25 ພຶດສະພາ 2012)

ການ​ນັບ​ຄະ​ແນນ​ສຽງ​ຂັ້ນຕົ້ນ​ ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ​ທີ່​ເສລີ​ເທື່ອ​ທຳ​ອິດຂອງ​ອີ​ຈິບ​
ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ສະມັກ​ຂອງ​ພັກ​ພະລາດອນພາບ​ມຸສລິ​ມ ອາດ​ໄດ້​ຮັບ​ຄະ​ແນນ​ສຽງ​ນຳ​
ໜ້າ​ໜ້ອຍ​ນຶ່ງລື່ນ​ບັນດາຜູ້​ສະມັກຄົນ​ອື່ນໆທີ່​ໄດ້​ຮັບ​ການ​ສະໜັບສະໜຸນ​ຢ່າງ​ແຂງ​ຂັນ​ຈຳນວນ​
ສອງ​ສາມ​ຄົນ.

ໜັງສືພິມ​ຂອງ​ອີີ​ຈິບ​ລາຍ​ງານ​ວ່າ ຜົນ​ການ​ນັບ​ຄະ​ແນນ​ສຽງ​ບາງ​ສ່ວນ​ທີ່​ໄດ້​ຮັບ​ໃນວັນ​ສຸກ​ມື້ນີ້
ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Mohamed Morsi ກາຍ​ເປັນ​ຜູ້​ໄດ້​ຮັບ​ຄະແນນ​ສຽງ​ຫຼາຍກວ່າ​ໝູ່
ຢູ່​ໃນ​ບາງ​ເຂດ ​ໃນ​ການ​ປ່ອນ​ບັດ​ທີ່​ມີ​ຂຶ້ນ​ໃນ​ມື້ວັນ​ພຸດ​ແລະວັນ​ພະຫັດ​ວານນີ້.

ພັກ​ພະລາດອນພາບ​ມຸສິລມກ່າວ​ວ່າ ການ​ສຳ​ຫຼວດຄວາມ​ເຫັນ​ທີ່​ບໍ່​ເປັນ​ທາງ​ການຂອງ​ຕົນ​
ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Morsi ມີ​ຄະ​ແນນ​ລື່ນ​ທ່ານ Ahmed Shafiq ໜ້ອຍ​ນຶ່ງ ​ແລະ
​ຈະ​ປະ​ເຊີນ​ໜ້າ​ກັບ​ຜູ້ກ່ຽວ​ໃນ​ການ​ເລືອກ​ຕັ້ງຮອບ​ສອງຊຶ່ງ​ຈະມີ​ຂຶ້ນ​ໃນ​ເດືອນ​ໜ້ານີ້. ທ່ານ
Shafiq ທີ່​ບໍ່​ຝັກ​ໄຝ່​ໃນ​ດ້ານ​ສາສະໜາ ​ເຄີຍ​ຮັບ​ໜ້າທີ່​ເປັນ​ນາຍົກລັດຖະມົນຕີມາ​ແລ້ວ ພາຍ
​ໃຕ້ອະດີດ​ປະທານາທິບໍດີ Hosni Mubarak.

ຜົນ​ການ​ນັບ​ຄະ​ແນນສຽງ​ຂັ້ນຕົ້ນ ຂອງ​ໜັງສືພິມ​ຕ່າງໆ ​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ສະມັກ​ຄົນ
​ອື່ນໆ​ກໍ​ໄດ້​ຮັບ​ການ​ສະໜັບສະໜຸນຢ່າງ​ແຂງ​ຂັນຄືກັນ ປະກອບ​ມີ​ທ່ານ Abdel Moneim
Aboul Fotouh ຜູ້​ສະມັກ​ນິຍົມ​ແນວທາງ​ປານ​ກາງ ຂອງ​ພັກສາສະໜາ​ອິສລາມ ທີ່​ໄດ້​ຮັບ
​ການ​ສະໜັບສະ​ໜຸນ​ຈາກ​ພວກ​ຫົວ​ນິຍົມ​ເສລີຈຳນວນ​ນຶ່ງ ພວກ​ຝ່າຍ​ຊ້າຍ​ແລະ​ພວກ​ຊົນ​ກຸ່ມ
​ນ້ອຍ​ທີ່​ນັບຖື​ສາສະໜາ​ຄຣິສຕ໌ພ້ອມໆ​ກັບອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ Arm
Moussa ທີ່​ບໍ່​ຝັກ​ໄຝ​ໃນດ້ານ​ສາສະໜາທີ່​ເຂົ້າຮັບ​ຕຳ​ແໜ່​ງ​ໃນສະ​ໄໝທ່ານ Mubarak.

ການ​ໄດ້​ຮັບ​ໄຊຊະນະ ​ຂອງ​ຜູ້​ສະມັກ​ທີ່​ບໍ່​ຝັ​ກ​ໄຝ່​ໃນ​ດ້ານ​ສາສະໜາ​ຄົນໃດ​ຄົນ​ນຶ່ງ​ນັ້ນ ​ແມ່ນ​ຈະ​
ເປັນ​ຂີດ​ໝາຍ​ຂອງ​ບາດ​ລ້ຽວທີ່​ສຳຄັນ​ຈາກ​ການ​ເລືອກ​ຕັ້ງສະພາ​ແຫ່ງຊາດ​ເມື່ອ 6​ ​ເດືອນ​ກ່ອນ
​ເວລາ​ພວກ​ໄປ​ປ່ອນ​ບັດ​ຫຼາຍກວ່າ 70% ​ໄດ້​ພາກັນປ່ອນ​ເອົາ​ຜູ້​ສະມັກ​ຂອງ​ພັກສາ​ສະໜາ​ອິສ
ລາມ.

ຜູ້​ສະມັກ​ຄົນທີ​ຫ້າ ຄື​ທ່ານ Hamdeen Sabahi ກໍ​ປາກົດ​ວ່າ​ໄດ້​ຮັບ​ຄະ​ແນນ​ດີສົມຄວນ. ທ່ານ
​ໄດ້​ຮັບ​ຄະ​ແນນ​ເພີ່ມ​ຂຶ້ນ​ເປັນ​ລຳດັບ​ໃນ​ການ​ຢັ່ງ​ຫາງ​ສຽງປະຊາຊົນ​ໃນ​ຮອບ​ອາທິດ​ຜ່ານ​ມາໂດຍ
ໄດ້​ດຶງ​ດູດ​ເອົາ​ຜູ້​ມີ​ສິດປ່ອນ​ບັດ​ທີ່​ບໍ່​ຕ້ອງການ ຈະ​ເລືອກ​ເອົາ​ພັກສາ​ສະໜາ​ອິສລາມ​ຫຼືບຸກຄົນ​ສຳ
ຄັນ​ຂອງ​ອະດີດ​ລັດຖະບານ​ເກົ່າ

ພວກ​ເຈົ້າໜ້າທີ່​ເລືອກ​ຕັ້ງ​ເລີ່​ມນັບ​ບັດ​ຄະ​ແນນ​ສຽງ​ຢ່າງ​ເຕັມທີ່​ໃນ​ວັນ​ສຸກ​ມື້ນີ້ຊຶ່ງ ພວກ​ທ່ານ​ເວົ້າ
ວ່າ ຜົນ​ການ​ນັບ​ຄະ​ແນນ​ສຽງ​ຂັ້ນສຸດ​ທ້າຍ​ຈະ​ມີ​ການ​ປະກາດ​ໃຫ້​ຮູ້ໃນ​ວັນ​ອັງຄານ​ຈະ​ມາ​ນີ້.

ນາງ Elizabeth Arrott ຜູ້​ສື່​ຂ່າວ​ຂອງ​ວີ​ໂອ​ເອກ່າວ​ວ່າ ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດມີ​ຄວາມ​ເພິ​ງພໍ​
ໃຈ​ກ່ຽວ​ກັບ​ການຈັດ​ແຈງ​ຂອງ​ພວກ​ເຈົ້າໜ້າ​ທີ່​ເລືອກ​ຕັ້ງ​ໃນ​ການ​ນັບບັດ​ຄະ​ແນນ​ສຽງ.

​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ​ຄັ້ງນີ້ ມີ​ຜູ້​ສະມັກ​ເຂົ້າ​ແຂ່ງຂັນ​ທັງ​ໝົດ 12 ຄົນ. ການ​ເລືອກ​
ຕັ້ງຮອບ​ສອງ​ໄດ້​ກຳ​ນົດ​ໃສ່​ວັນ​ທີ 16 ​ແລະ 17 ມິ​ຖຸນາລະຫວ່າງ​ຜູ້ທີ່​ໄດ້​ຮັບ​ຄະ​ແນນ​ສຽງຫຼາຍ
ທີ່​ສຸດ​ສອງ​ຄົນ.

ຜູ້​ຊະນະ​ການ​ເລືອກ​ຕັ້ງປະທານາທິບໍດີ​ຮອບ​ສອງ ຈະ​ມີ​ການ​ປະກາດ​ໃຫ້​ຮູ້​ໃນ​ວັນ​ທີ 21 ມິ​ຖຸ
ນານີ້.

XS
SM
MD
LG