ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີຈິບ ຈັດໂຕ້ວາທີ ຜູ້ສະມັກ ປະທານາທິບໍດີ ເທື່ອທຳອິດ


ການໂຕ້ວາທີ ຜູ້ສະມັກເປັນປະທານາທິບໍດີອີຈິບ ລະຫວ່າງທ່ານ Amr Moussa (ຂວາ) ແລະທ່ານ Abdel-Moneim Abolfotoh ທີ່ກຸງໄຄໂຣ (10 ທັນວາ 2012)
ການໂຕ້ວາທີ ຜູ້ສະມັກເປັນປະທານາທິບໍດີອີຈິບ ລະຫວ່າງທ່ານ Amr Moussa (ຂວາ) ແລະທ່ານ Abdel-Moneim Abolfotoh ທີ່ກຸງໄຄໂຣ (10 ທັນວາ 2012)

ຜູ້​ສະມັກ​ ທີ່​ມີ​ຄະ​ແນນ​ສຽງ​ນຳ​ໜ້າສຳຄັນ 2 ຄົນ ໃນ​ການ​ເລືອກ​ຕັ້ງ ປະທານາທິບໍດີ​ອີ​ຈິບ ​ໃນ​
ເດືອນ​ນີ້​ໄດ້​ເຂົ້າຮ່ວມ​ໃນ​ການ​ໂຕ້​ວາທີ​ເທື່ອ​ທຳ​ອິດຂອງ​ຜູ້​ສະມັກ​ເປັນປະ​ທາ​ນາ​ທິບໍດີໃນປະ​ເທດ
​ດັ່ງ​ກ່າວ.

ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ Arm Moussa ​ໄດ້​ຕໍ່ສູ້​ຖົກ​ຖຽງ​ກັນ​ກັບ ທ່ານ Abdel-
Moneim Abolfotoh ຜູ້​ສະມັກ​ສັງກັດ​ພັກສາ​ສະໜາ​ອິສລາມນິຍົມ​ແນວທາງ​ປານ​ກາງທີ່​ໄດ້​
ຕັດຂາດ​ກັບ​ກຸ່ມ​ພະລາດອນພາບ​ມຸສລິ​ມຊຶ່ງ​ຄັ້ງນຶ່ງ​ເຄີຍ​ຖືກ​ທາງ​ການ​ຫ້າມໃນ​ປີ​ກາຍ​ນີ້. ການ
ໂຕ້​ວາທີ ​ຂອງ​ຜູ້​ສະມັກ​ປະທານາທິບໍດີ​ທັງ​ສອງ ​ໃນ​ແລງ​ວັນ​ພະຫັດ​ວານນີ້ ​ໄດ້​ດຳ​ເນີນ​ໄປຈົນ
​ກາຍ​ທ່ຽງ​ຄືນ.

ຊາວ​ອີີ​ຈິບໄດ້​ໄປ​ຊຸມ​ກັນ​ຢູ່​ຕາມ​ຮ້ານ​ອາຫານ​ແຫ່ງ​ຕ່າງໆ​ເພື່ອ​ເບິ່ງ​ການ​ໂຕ້​ວາທີ​ຊຶ່ງ​ໄດ້​ອອກອາ
ກາດໂດຍ​ໂທລະພາບ​ເອກກະ​ຊົນຫຼາຍໆ​ຊ່ອງ.

​ໃນ​ຕອນ​ນຶ່ງ​ນັ້ນທ່ານ Abolfotoh ​ໄດ້​ຕຳ​ໜິຕິຕຽນ​ທ່ານ Moussa ວ່າ ​ເປັນສ່ວນ​ນຶ່ງ​ຂອງ​ລັດ
ຖະບານ​ ອະດີດ​ປະທານາທິບໍດີ Hosni Mubarak ​ໂດຍ​ເວົ້າວ່າ ຜູ້​ໃດ​ກໍ​ຕາມ​ທີ່​ເປັນ​ຜູ້ສ້າງ​ບັນ
ຫາ​ຈະ​ບໍ່​ສາມາດ​ ແກ້​ໄຂມັນ​ໄດ້. ທ່ານ Abolfo toh ກ່າວ​ວ່າ ພວກ​ເຮົາ​ໄດ້​ປະຕິວັດ ​ຕໍ່ຕ້ານ​ອຳ
ນາດ​ການ​ປົກຄອງ​ນີ້.

ສ່ວນ​ທ່ານ Moussa ກ່າວ​ວ່າ ທ່ານ Abolfotoh ​ເຄີຍ​ກ່າວ​ປ້ອງ​ກັນ ​ທ່າ​ທີ​ຂອງກຸ່ມ​ພະລາ
ດອນພາບ​ມຸສລິ​ມ ​ແທນ​ທີ່​ຈະ​ແມ່ນ​ຜົນ​ປະ​ໂຫຍ​ດຂອງ​ຊາວ​ອີ​ຈິບ.

ບຸກຄົນ​ທັງ​ສອງ​ແມ່ນ​ຮວມຢູ່​ໃນ​ຈຳນວນ​ຜູ້​ສະມັກ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່​ງປະທານາທິບໍດີ​ທັງ​ໝົດ
13 ຄົນ ທີ່​ຈະ​ເລີ່​ມຂຶ້ນ​ໃນ​ວັນ​ທີ 23 ພຶດສະພາ​ນີ້.

ຜູ້​ຊະນະ​ຈະ​ໄດ້​ເປັນ​ຜູ້ນຳ​ຄົນ​ທຳ​ອິດ​ຂອງ​ອີ​ຈິບ​ນັບ​ແຕ່​ການ​ລຸກ​ຮື​ຂຶ້ນຂອງ​ປະຊາຊົນ​ທີ່​ພາ​ໃຫ້​
ທ່ານ​ Mubarak ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ ຢ່າງ​ກະທັນຫັນ​ໃນ​ປີ 2011.

ສະພາ​ປົກຄອງ​ທະຫານ​ທີ່ເຂົ້າກຳ​ຕຳ​ແໜ່​ງ​ແທນ​ທ່ານ Mubarak ​ໄດ້​ປະ​ເຊີນ​ກັບການ​ຕຳ​ໜິ
ຕິຕຽນ​ເພີ່ມ​ຂຶ້ນຈາກ​ຊາວ​ອີ​ຈິບ​ບາງ​ສ່ວນ ຕໍ່​ອັນ​ທີ່​ພວກ​ເຂົາ​ເຈົ້າຖື​ວ່າ​ເປັນການ​ປະຕິ​ຮູບ​ທີ່​ຊັກ
ຊ້ານັ້ນ.

​ໃນຕົ້ນ​ເດືອນ​ນີ້ ພວກ​ປະ​ທ້ວງ​ຫຼາຍສິບ​ພັນ​ຄົນ ​ໄດ້​ໂຮມ​ຊຸມນຸມ​ກັນ​ທີ່​ກຸງໄຄ​ໂຣ ທວງ​ໃຫ້​ຍຸຕິ​
ການ​ປົກຄອງຂອງ​ພວກ​ທະຫານ​ໃນ​ທັນທີ.

ສະພາ​ປົກຄອງ​ທະຫານ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ໂອນ​ອຳນາດ​ ໄປ​ໃຫ້​ປະທາ​ນ​ນາ​ທິບໍດີ​ໄດ້
​ຮັບ​ເລືອກ​ໃໝ່ ພາຍ​ໃນ​ວັນ​ທີ 1 ກໍລະກົດ.

XS
SM
MD
LG