ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຈິບ ລະນຶກເຖິງ ການລຸກຮືຂຶ້ນ ຕໍ່ຕ້ານ ປ. Mubarak ຄົບຮອບ 5 ປີ


ບັນດາທະຫານກອງທັບບົກອີຈິບ ສະເຫຼີມສະຫຼອງ ພ້ອມກັບພວກລູກເຕົ້າຂອງເຂົາເຈົ້າ ຢູ່ເທິງລົດຫຸ້ມເກາະ ບັນທຸກທະຫານ, ໃນຂະນະທີ່ໄດ້ຍິນຂ່າວຄາວ ຂອງການລາອອກ ຈາກຕຳແໜ່ງຂອງປະທານາທິບໍດີ Hosni Mubarak ເມື່ອວັນທີ 11 ກຸມພາ 2011.
ບັນດາທະຫານກອງທັບບົກອີຈິບ ສະເຫຼີມສະຫຼອງ ພ້ອມກັບພວກລູກເຕົ້າຂອງເຂົາເຈົ້າ ຢູ່ເທິງລົດຫຸ້ມເກາະ ບັນທຸກທະຫານ, ໃນຂະນະທີ່ໄດ້ຍິນຂ່າວຄາວ ຂອງການລາອອກ ຈາກຕຳແໜ່ງຂອງປະທານາທິບໍດີ Hosni Mubarak ເມື່ອວັນທີ 11 ກຸມພາ 2011.

ວັນຈັນມື້ນີ້ ເປັນວັນຂີດໝາຍ ຄົບຮອບ 5 ປີ ຂອງການເລີ້ມຕົ້ນ
ປະຕິວັດຕໍ່ຕ້ານ ຜູ້ນຳຂອງອີຈິບ Hosni Mubarak ຜູ້ທີ່ປົກຄອງ
ມາເປັນເວລາຍາວນານ ໃນການລຸກຮືຂຶ້ນ ຂອງພົນລະເມືອງຊາວ
ອີຈິບ ທີ່ໄດ້ກໍ່ໃຫ້ເກີດຄື້ນຟອງຂອງຂະບວນການປະທ້ວງ ທົ່ວຕາ
ເວັນອອກກາງ.

ຕະຫຼອດໄລຍະ 3 ອາທິດຂອງການລຸກຮືຂຶ້ນນັ້ນ ທ່ານ Mubarak
ໄດ້ຕອບໂຕຄືນ ດ້ວຍກຳລັງຮັກສາຄວາມປອດໄພ ເພື່ອໃຫ້ປາບ
ປາມພວກປະທ້ວງ ໂດຍສະເພາະຢູ່ໃນນະຄອນຫຼວງໄຄໂຣ ຂອງ
ອີຈິບ ແຕ່ໃນທີ່ສຸດ ທ່ານໄດ້ລົງອອກຈາກຕຳແໜ່ງ ຫຼັງຈາກທີ່ໄດ້
ຄອງອຳນາດມາໄດ້ 30 ປີແລ້ວ.

ປະທານາທິບໍດີ ອີຈິບຄົນປັດຈຸບັນ ທ່ານ Abdel Fattah el-Sissi ໄດ້ຍົກຍ້ອງ ການ
ປະຕິວັດ ປີ 2011 ໃນວັນອາທິດວານນີ້ ໂດຍກ່າວວ່າ ມັນໄດ້ນຳມາຊຶ່ງ “ອີຈິບໃໝ່.”

ທ່ານໄດ້ກ່າວຫາ ພວກຄົນອື່ນໆ ທີ່ໃຊ້ມັນເປັນຜົນປະໂຫຍດສ່ວນຕົວ ໂດຍອ້າງເຖິງ
ພັກພະລາດອນພາບ ມຸສລິມ ຫຼື Muslim Brotherhood ທີ່ໄດ້ຖືກທາງການຫ້າມ ຊຶ່ງ
ໄດ້ຮັບໄຊຊະນະໃນການເລືອກຕັ້ງ ແລ້ວເຂົ້າກຳອຳນາດໃນລັດຖະບານ ຫຼັງຈາກການ
ໂຄ່ນລົ້ມຂອງທ່ານ Mubarak.

ທ່ານ Sissi ໄດ້ພະຍາຍາມນຳພາການກົດດັນໃຫ້ປະທານາທິບໍດີ Mohammed Morsi
ຜູ້ທີ່ເປັນສະມາຊິກພັກ ພະລາດອນພາບມຸສລິມ ອອກຈາກອຳນາດ ເມື່ອປີ 2013 ພາຍຫຼັງ
ຈາກໜຶ່ງປີ ຕໍ່ຈາກນັ້ນມາ ທ່ານໄດ້ກຳກັບເບິ່ງ ການສ້າງຕັ້ງລັດຖະທຳມະນູນສະບັບໃໝ່
ແລະ ການເລືອກຕັ້ງໃໝ່ທີ່ໄດ້ເລືອກເອົາທ່ານໃຫ້ເປັນປະທານາທິບໍດີ.

XS
SM
MD
LG