ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີ​ຈິບ ​ສັນ​ຍາ ຈະຕໍ່ສູ້​ ​ເຖິງທີ່ສຸດ ເພື່ອໃຫ້ມີ ຄວາມ​ປອດ​ໄພ​ (ສະໄລດ໌/ວີດີໂອ)


Egypt
please wait
Embed

No media source currently available

0:00 0:02:16 0:00

Парадный выезд

ປະທາ​ນາ​ບໍດີ​ຊົ່ວຄາວ​ ອີ​ຈິບ ທ່ານ Adly Mansour ​ໄດ້ໃຫ້​ຄໍາ
​ໝັ້ນ​ສັນ​ຍາທີ່​ຈະ “ຕໍ່ສູ້ເພື່ອໃຫ້ມີຄວາມ​ປອດ​ໄພ​ຈົນ​ເຖິງ​ທີ່ສຸດ”
ຕໍ່​ພວກ​ທີ່ທ່ານ​ເອີ້ນວ່າ ​ຢາກ​ນໍາພາປະ​ເທດ​ໄປ​ສູ່​ຄວາມ​ວຸ້ນວາຍ.

ຢູ່​ໃນ​ຄຳ​ປາ​ໄສທາງ​ໂທລະພາບ ​ໃນ​ວັນ​ພະຫັດ​ວານ​ນີ້ ທ່າ​ນ
Mansour ກ່າວ​ວ່າ ອີ​ຈິບກໍາລັງ​ຢູ່​ໃນ "ຂັ້ນ​ຫົວລ້ຽວຫົວ​ຕໍ່” ​ແລະ​
ຈະ​ຕ້ອງ​ປ້ອງກັນ​ຮັບ​ມື​ກັບ ພວກທີ່​ຊອກ​ຫາ​ຊ່ອງ​ທາງ​ຈະ​ກໍ່​ໃຫ້​
ເກີດ "​ຄວາມ​ຮຸນ​ແຮງ​ແລະ​ການ​ນອງ​ເລືອດ​.

ທ່ານ Mansour ​ເວົ້າວ່າ “ຂ້າພະ​ເຈົ້າຂໍ​ຢືນຢັນ​ອີກ​ຄັ້ງນຶ່ງ​ຕໍ່​ພວກ
ທ່ານກ່ຽວ​ກັບ ຄວາມ​ໝາຍ​ໝັ້ນຂອງ​ຂ້າພະ​ເຈົ້າ​ທັງ​ໝົດ​ ​ແລະ
ຄວາມ​ໝາຍ​ໝັ້ນຂອງ​ລັດຖະບານ ຕໍ່ການ​ຟື້ນຟູຄວາມ​ປອດ​ໄພ
​ແລະ​ສະຖຽນ​ລະ​ພາບ​ຂອງປະ​ເທດ. ພວກ​ເຮົາ​ຈະ​ບໍ່​ຢ້ານ​ກົວຫລື
ຕື່ນຕົກ​ໃຈ ​ແລະ​ພວກ​ເຮົາ​ຈະ​ບໍ່ໃຫ້ການ​ໂຍະຍານ​ຜ່ອນຜັນ​ແກ່​
ພວກທີ່​ສັງຫານປະຊາຊົນຜູ້​ໄຮ້​ດຽງສາ. ພວກ​ເຮົາ​ຈະ​ຕໍ່ສູ້​ເພື່ອ​
ຮັກສາ​ຄວາມ​ປອດ​ໄພໄປ ​ເຖິງ​ທີ່​ສຸດ ພວກ​ເຮົາ​ຈະ​ປົກ​ປ້ອງ​ຮັກ
ສາ​ການປະຕິວັດພວກ​ເຮົາ​ຈະ​ສ້າງສາ​ປະ​ເທດຊາດແລະ​ພວກ
​ເຮົາ​ຈະ​ກ້າວ​ໄປ​ຂ້າງໜ້າ​ຢ່າງ​ບໍ່​ມີ​ຄວາມ​ລັງ​ເລ​ໃຈ​ໃດໆ.”



ການ​ກ່າວຄໍາ​ປາ​ໄສ​ຂອງ​ທ່ານ Mansour ໄດ້​ມີ​ຂື້ນ​ກ່ອນ​ໜ້າ​ການວາງ​ແຜນ​ເດີນ​ຂະ​ບວນ
ປະ​ທ້ວງຄັ້ງ​ໃຫຍ່​ ໃນ​ວັນ​ສຸກ​ມື້​ນີ້ ໂດຍ​ພວກ​ສະໜັບສະໜຸນ​ປະທານາທິ ບໍດີພັກ​ອິສລາມ​
ທີ່​ຖືກໂຄ່ນ​ລົ້ມ ທ່ານ Mohammed Morsi ​ທີ່​ຍັງຖືກ​ຄຸມ​ຂັງ​ຢູ່​ຄຸກ​ລັບຂອງ​ທະຫານດົນ
​ກວ່າ​ສອງ​ອາທິດ​ແລ້ວ​ ຫລັງຈາກ​ທີ່​ໄດ້​ຖືກ​ໂຄ່ນ​ລົ້ມລົງ ຈາກ​ຕຳ​ແໜ່​ງ.ບັນດາ​ນັກເຄື່ອນ
​ໄຫວ​ຕໍ່ຕ້ານທ່ານ Morsi ກໍ​ໄດ້​ຮຽກຮ້ອງ​ໃຫ້​ມີ ​ການ​ປະ​ທ້ວງ​ເຊັ່ນ​ກັນ.



​ໃນ​ວັນ​ພະຫັດ​ວານ​ນີ້ ກອງທັບ​ອີ​ຈິບ​ໄດ້​ເຕືອນ​ພວກ​ປະ​ທ້ວງ ​ໃຫ້​ໃຫ້​ຢູ່​ໃນ​ຄວາມ ສະ​ຫງົບ.
​ໂຄສົກທ່ານ​ນຶ່ງ​ກ່າວ​ວ່າ ພວກ​ໃດກໍຕາມ​ທີ່ໃຊ້​ຮຸນ​ແຮງ​ຈະ “​ເຮັ​ດ​ໃຫ້​ຊີວິດ​ຂອງເຂົາ​ເຈົ້າ ຕົກ
​ຢູ່​ໃນອັນ​ຕະລາຍ ​ແລະ​ຈະໄດ້​ຮັບການ​ປະຕິບັດ​ຕໍ່ ​ແບບ​ເດັດຂາດທີ່​ສຸດ ພາຍ​ໃຕ້ຂອບ​ເຂດ
​ຂອງກົດໝາຍ.”

ວີດິໂອ: ທານ Kerry ວາ ບັນດາຜູນຳອີຈິບ ຕອງກູ້ເອົາສະຖຽນລະພາບຄືນມາ:

Kerry: Egyptian Leaders Need to Restore Stability
please wait

No media source currently available

0:00 0:02:21 0:00
ລິງໂດຍກົງ
XS
SM
MD
LG